ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ກ່າວ​ວ່າ ທ່ານ​ຈະ​ພົບ​ປະ​ກັບ ຕາ​ລິ​ບານ ເພື່ອ​​ດຳ​ເນີນ ຄວາມ​ກ້າວ​ໜ້າສັນ​ຕິ​ພາບ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ຂ​ວາ ແລະ ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ Nancy Pelosi ທີ່ກອງ​ປະ​ຊຸມ​ນັກ​ຂ່າວ ຢູ່​ລັດ​ຖະ​ສະ​ພາ ວັນ​ທີ 23, ກໍ​ລະ​ກົດ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ຂ​ວາ ແລະ ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ Nancy Pelosi ທີ່ກອງ​ປະ​ຊຸມ​ນັກ​ຂ່າວ ຢູ່​ລັດ​ຖະ​ສະ​ພາ ວັນ​ທີ 23, ກໍ​ລະ​ກົດ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ທ່ານ
​ມີ​ແຜນ​ທີ່​ຈະ​ພົບ​ປະ​ກັບ ພວກ​ກະ​ບົດ​ຕາ​ລິ​ບານ ເພື່ອ​ຊັກ​ຊວນ​ເຂົາ​ເຈົ້າ ໃຫ້​ເປີດການ​ເຈ​
ລະ​ຈາ​ກັບ​ລັດ​ຖະ​ບານ​ ຢູ່ໃນ​ອັ​ຟ​ກາ​ນິ​ສ​ຖານ ແຕ່​ກໍ​ໄດ້​ເຕືອນ​ວ່າ ​ການ​ທີ່​ຈະ​ບັນ​ລຸ​ການ​ຕົກ​
ລົງ ທາງ​ດ້ານການ​ເມືອງໃນ​ສົງ​ຄາມດັ່ງ​ກ່າວ ຈະ​ບໍ່​ເປັນເລື້ອງທີ່​ງ່າຍເລີຍ.

ໃນ​ຂະ​ນະ​ທີ່ກ່າວ​ຄຳ​ປາ​ໄສຕໍ່​ສາ​ທາ​ລະ​ນະ ​ຢູ່ສະ​ຖາ​ບັນ​ສັນ​ຕິ​ພາບຂອງສະ​ຫະ​ລັດ ໃນ
​ນະ​ຄອນ​ຫຼວງວໍ​ຊິງ​ຕັນນັ້ນ ທ່ານ​ຄານໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ເປັນ​ເທື່ອ​ທຳ​ອິດ​ໃນ ຮອບ 18
ປີ ຂອງ​ການ​ຂັດ​ແຍ້ງໃນ​ອັ​ຟ​ກາ​ນິ​ສ​ຖານ ​ທີ່ປາ​ກິ​ສ​ຖານ ແລະ​ສະ​ຫະ​ລັດ ກຳ​ລັງ​ເຮັດ​ວຽກ
​ຮ່ວມ​ກັນ ເພື່ອ​ພະ​ຍາ​ຍາມສ້າງ​ຄວາມກ້າວ​ໜ້າ​ ໄປ​ສູ່​ສັນ​ຕິ​ພາບ ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ.

ທ່ານ​ຄານ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ​ນຶ່ງ​ມື້​ຫຼັງ​ຈາກທ່ານ ​ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​
ໂນ​ລ ທ​ຣຳ ທີ່​ທຳ​ນຽບ​ຂາວ ບ່ອນ​ທີ່​ຜູ້​ນຳ​ທັງ​ສອງ​ເຫັນ​ພ້ອມ ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​
ຍຸດ​ຕິ​ບັນ​ຫາ​ຂັດ​ແຍ້ງ​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ທ່ານ​ກ່າວ​ວ່າ “ບັດ​ນີ້ ເວ​ລາ​ຂ້າ​ພະ​ເຈົ້າ​ກັບ​ຄືນປະ​ເທດ ຫຼັງ​ຈາກ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ
​ດີ​ທ​ຣຳ​ແລ້ວ ຂ້າ​ພະ​ເຈົ້າ​ຈະ​ພົບ​ປະ​ກັບ​ພວກ​ກະ​ບົດ​ຕາ​ລິ​ບານ ແ​ລະ​ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​
ຍາມຢ່າງ​ສຸດຂີດ ເພື່ອ​ໃຫ້​ເຂົາ​ເຈົ້າ ​ເປີດ​ການ​ເຈ​ລະ​ຈາ ກັບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ
ເພື່ອ​ວ່າ​ການ​ເລືອກ​ຕັ້ງ​ໃນ​ຢູ່​ໃນ​ອັ​ຟ​ກາ​ນີ​ສ​ຖານ​ຕ້ອງເປັນ​ການເລືອກ​ຕັ້ງ​ທີ່​ຮວມ​ເອົາ​ທຸກ
ພັກ​ຝ່າຍ ບ່ອນ​ທີ່​ພວກ​ກະ​ບົດ​ຕ​າ​ລິ​ບານ ສາ​ມາດ​ເຂົ້າ​ຮ່ວມໄດ້.”

ພວກ​ກະ​ບົດ​ຕາ​ລິ​ບານ​ໄດ້​ຄັດ​ຄ້ານ​ຢ່າງແຂງ​ຂັນ​ທີ່​ຈະ​ເຂົ້າຮ່ວມ​ການ​ພົບ​ປະເຈ​ລະ​ຈາ
ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ອັ​ຟ​ກາ​ນິ​ສ​ຖານທີ່​ມີ​ລັດ​ຖະ​ບາ​ນ​ກາ​ບູ​ລ​ເຂົ້າ​ຮ່ວມຈົນ​ກວ່າ​ມີ​
ການ​ຕົກ​ລົ​ງຮັກ​ສາ​ສັນ​ຕິ​ພາບ ກັບ​ສະ​ຫະ​ລັດ.

ທ່ານ​ຄານ​ກ່າວ​ວ່າ​ ຜູ້​ແທນຂອງ​ພວກກະ​ບົດ​ຕາລິ​ບານ​ຕ້ອງ​ການ​ທີ່​ຈະ​ພົບ​ປະກັບ​ທ່ານ
ເມື່ອ​ສອງ​ສາມ​ເດືອນ​ຫຼັງ​ທີ່​ຜ່ານ​ມາ​ນີ້ ແຕ່​ຕ້ອງ​ໄດ້​ຍົກ​ເລີກການ​ພົບ​ປະດັ່ງ ກ່າວເພາ​ະ​ວ່າ
​ບໍ່​ໄດ້​ຮັບ​ການ​ເຫັນ​ພ້ອມ​ຈາກ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ. ທ່ານ​ກ່າວ​ວ່າ ​ບັດ​ນີ້​ທ່ານ​ໄດ້
​ໂອ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣັ​ຟ ກາ​ນີ ກ່ຽວ​ກັບ​ຄວາມ​ເປັນ​ໄປ
​ໄດ້ທີ່​ຈະ​ມີ​ການ​ພົບ​ປະ​ກັນ​ກັບ​ພວກ​ກະ​ບົດ​ນັ້ນ.

ຕໍ່​ມາ ນາ​ຍົກ​ລັດ​ຖະ​ມົນ​ຕີປາ​ກິ​ສ​ຖານ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຮັບ​ຕ້ອນ​ຢູ່​ທີ່​ລັດ​ຖະ​ສະ​ພາ ບ່ອນ​
ທີ່​ທ່ານ​ໄດ້​ຖະ​ແຫຼງ ​ຕໍ່​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກັນ ຈຳ​ນວນຫຼວງ​ຫຼາຍ. ທ່ານ​ຄານກ່າວ​
ວ່າ ​ປະ​ເທດ​ຂອງ​ທ່ານ​ໄດ້​ຈັດ​ແຈງ​ຮຽບ​ຮ້ອຍ​ແລ້ວ ​ກ່ຽວ​ກັບ​ການ​ເຈລະ​ຈາ ລ​ະ​ວ່າງສະ​ຫະ​ລັດກັບພວກ​ກະ​ບົດ​ຕາ​ລິບ​ານ ແລະຕົນ​ຈະທຳ​ທຸກ​ຢ່າງ​ພາຍ​ໃນ​ອຳ​ນາດ​ຂອງ​ຕົນ ເພື່ອ​
ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຂັ້ນ​ຕອນ​ສັນ​ຕິ​ພາບ​ໃນ​ອັ​ຟ​ກາ​ນິ​ສ​ຖານ​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG