ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ ປາກ​ິ​ສ​ຖານ ກ່າວ​ວ່າ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນຫຼຸດ​ລາ​ຄາ ​ຂອງ ຣັດ​ເຊຍ ເດີນ​ທາງ​ຮອດ​​ ນະ​ຄອນ ຄາ​ຣາ​ຈີ


ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ດິບ​ຈອດ​ຢູ່​ໃກ້​ກັບ​ທ່າ​ເຮືອ ຮາ​ຄອດ​ກາ, ຣັດ​ເຊຍ, 4 ທັນ​ວາ 2022.
ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ດິບ​ຈອດ​ຢູ່​ໃກ້​ກັບ​ທ່າ​ເຮືອ ຮາ​ຄອດ​ກາ, ຣັດ​ເຊຍ, 4 ທັນ​ວາ 2022.

ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ເຊ​ບາ​ສ ຊາ​ຣິ​ຟ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ດິບຫຼຸດ​ລາ​ຄາ​ຂອງ ຣັດ​ເຊຍ ​ລຳ​ທຳ​ອິດ ທີ່​ຖືກ​ໄກ່​ເກ່ຍ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ລະ​ຫວ່າງລັດ​ຖະ​ບານ ອິ​ສ​ລາ​ມາ​ບັດ ແລະ ມົ​ສ​ກູ ແມ່ນໄດ້​ເດີນ​ທາງຮອດ​ນ​ະ​ຄອນ ຄາ​ຣາ​ຈີ.

ທ່ານ ຊາ​ຣິ​ຟ ໄດ້​ກ່າວ​ໃນ​ທວິດ​ເຕີ​ວ່າ “ດີ​ໃຈ​ທີ່​ໄດ້​ປະ​ກາດ​ວ່າ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ດິບຫຼຸດ​ລາ​ຄາ​ຂອງ ຣັດ​ເຊຍ ໄດ້​ເດີນ​ທາງ​ຮອດ​ນະ​ຄອນ ຄາ​ຣາ​ຈີ ແລະ ຈະ​ເລີ່ມດູດ​ນ້ຳ​ມັນອອກໃນມື້​ອື່ນ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ນີ້​ແມ່ນ​ການ​ຂົນ​ສົ່ງນ້ຳ​ມັນ ຣັດ​ເຊຍ ​ມາ ປາ​ກິ​ສ​ຖານ ເປັນຄັ້ງ​ທຳ​ອິດ ແລະ ເປັນການ​ເລີ່ມ​ຕົ້ນ​ສາຍ​ພົວ​ພັນ​ໃໝ່​ ລະ​ຫວ່າງ ປາ​ກິ​ສ​ຖານ ແລະ ສະ​ຫະ​ພັນ ຣັດ​ເຊຍ.”

ເຈົ້າ​ໜ້າ​ທີ່​ທ່າ​ເຮືອ​ຄົນ​ນຶ່ງ​ໄດ້​ກ່າວ​ໃນ​ຕອນ​ແລງວັນ​ອາ​ທິດ​ວານນີ້​ວ່າ ນ້ຳ​ມັນ​ດັ່ງ​ກ່າວ​ແມ່ນ​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ຂົນ​ອອກ.

ອົງ​ການ​ຂ່າວ ຣອຍ​ເຕີ ແມ່ນ​ຜູ້​ທຳ​ອິດ​ທີ່​ໄດ້​ລາຍ​ງານ ກ່ຽວ​ກັບ ຂໍ້​ຕົກ​ລົງ​ນັ້ນ​ໃນ​ເດືອນ​ເມ​ສາ​ທີ່​ຜ່າ​ນ​ມາ. ນ້ຳ​ມັນ​ທີ່​ຖືກຫຼຸດ​ລາ​ຄາ​ຈະ​ສະ​ໜອງ​ການບັນ​ເທົາ​ທຸກ​ໃຫ້ ປາ​ກິ​ສ​ຖານ, ເຊິ່ງ​ໄດ້​ປະ​ເຊີນ​ກັບ​ວິ​ກິດ​ການ​ຈ່າຍ​ໜີ້​ສິນ ແລະ ມີ​ຄວາມ​ສ່ຽງ​ຕໍ່​ການ​ຜິດ​ນັດ​ການ​ໃຊ້​ໜີ້​ຂອງ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG