ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ປາກິສຖານ ຢ້ຽມຢາມ ສະຫະລັດ (ວີດີໂອ)


ທ່ານ Nawaz Sharif (ຊ້າຍ) ນາຍົກລັດຖະມົນຕີ ປາກິສຖານ ແລະ ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສະຫະລັດ
ທ່ານ Nawaz Sharif (ຊ້າຍ) ນາຍົກລັດຖະມົນຕີ ປາກິສຖານ ແລະ ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສະຫະລັດ
ລັດຖະມົນຕີຕ່າງ​ປະ​ເທດສະຫະລັດ ທ່ານ John Kerry ​ໄ​ດ້
ພົບ​ປະ​ກັບ ນາ​ຍົກ​ລັດຖະມົນຕີປາກິ​ສຖານ ທ່ານ Nawaz
Sharif ​ທີ່ເລີ້​ມຕົ້ນ​ການ​ເຄື່ອນ​ໄຫວຢ້ຽມຢາມກຸງ​ວໍ​ຊິງ​ຕັນ ເປັນ
​ເວລາສີ່​ມື້ ​ໃນ​ວັນ​ອາທິດ​ວານ​ນີ້.

ທ່ານ Sharif ມີ​ກໍານົດ​ຈະ​ພົບ​ປະ​ກັບ ສະມາຊິກ​ລັດຖະສະພາ
ຈໍານວນ​ນຶ່ງ ​ແລະ​ປະທານາທິບໍດີ Barack Obama ​ໃນ
​ວັນ​ພຸດ.

ຄາດ​ວ່າ ທ່ານ Sharif ຈະ​ໃຊ້​ການ​ຢ້ຽມຢາມ​ຂອງ​ທ່ານ ​ເນ້ນ​
ໜັກ​ເຖິງ ​ບັນຫາຕ່າງໆທີ່​ເຮັດ​ໃຫ້​ມີ​ການຂັດ​ແຍ້​ງກັນ ລະຫວ່າງ
ກຸງວໍ​ຊິງ​ຕັນ ​ແລະ ອິສລາມາ​ບັສ ​ໃນໄລ​ຍະ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ​ນີ້.

​ໃນ​ວັນ​ອາທິດວານ​ນີ້ ທ່ານ Kerry ກ່າວ​ວ່າ ຄວາມສໍາພັນ​ ລະ​
ຫວ່າງ ສະຫະລັດ ​ແລະ​ປາ​ກິ​ສຖານ “​ແມ່ນສໍາຄັນຫລາຍ​ທີ່​ສຸດ.”
ແຕ່​ວ່າ ຄວາມສໍາພັນ​ ​ລະຫວ່າງສອງ​ປະ​ເທດ ​ໄດ້ຄືບ​ໜ້າ​ໄປ
ຈາກວິ​ກິດ​ການນຶ່ງ ສູ່ອີກ​ວິ​ກິດ​ການນຶ່ງ.

​ໃນອັນ​ທີ່​ເປັນ​ຮ່ອງ​ຮ່ອຍຂອງ​ການ​ຜູກສໍາ​ພັນ​ໃຫ້​ດີ​ຂື້ນນັ້ນ ສະຫະ ລັດ ​ໄດ້​ຕັດ​ສິນ​ໃຈ​ປ່ອຍ​
ເງິນຊ່ວຍ​ເຫລືອທາງ​ດ້ານທະຫານແລະ ເສດຖະກິດ​ຫລາຍ​ກວ່າ 1,600 ລ້ານ​ໂດ​ລ່າ ໃຫ້​
ແກ່​ປາ​ກິ​ສຖານ ທີ່​ໄດ້​ຖືກໂຈະ​ໄວ້​ເວລາ ສໍາພັນ​ທະ​ໄມ​ຕີ ລະຫວ່າງປະ​ເທດ​ທັງ​ສອງ ​ໄດ້
ເຄ່ງ​ຕຶງຂຶ້ນ ຍ້ອນ​ການ​ລັກລອບ​ເຂົ້າ​ໄປ​ສັງຫານ Bin Laden ຫົວໜ້າ al-Qaida ຢູ່ໃນປາ​
ກິ​ສຖານ ​ໃນ​ປີ 2011 ນັ້ນ.

ທ່ານ Kerry ​ໄດ້​ພົບ​ປະ​ກັບ ທ່ານ Sherif ກ່ອນເດີນທາງ​ໄປ​ຢ້ຽມຢາມ​ຢູໂຣບ.

us pakistan
please wait
Embed

No media source currently available

0:00 0:00:51 0:00
XS
SM
MD
LG