ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ ໄດ້ຂຽນໜັງສືໄປຫາຄູ່ຕຳແໜ່ງ
ອິນເດຍ ທ່ານ ນາຣັນດຣາ ໂມດີ ສະເໜີການສົນທະນາເພື່ອແກ້ໄຂການບໍ່ເຫັນດີກັນ
ຂອງພວກເພິ່ນ.
ຢູ່ໃນໜັງສືທີ່ຂຽນຫາທ່ານ ໂມດີ ທີ່ທ່ານໄດ້ສົ່ງໄປໃນວັນສຸກຜ່ານມານັ້ນ ສະແດງຄວາມ
ດີໃຈຕໍ່ການດຳລົງຕຳແໜ່ງສະໄໝທີສອງຂອງທ່ານ ເປັນນາຍົກລັດຖະມົນຕີ, ທ່ານຄານ
ໄດ້ຂຽນວ່າ ປາກິສຖານ ຢາກແກ້ໄຂບັນຫາທັງໝົດ ຮວມທັງບັນຫາທີ່ພົວພັນກັບການໂຕ້
ແຍ້ງໃນແຄວ້ນ ແຄສເມຍ, ອີງຕາມລາຍງານຂ່າວສື່ມວນຊົນ.
ທ່ານ ຄານ ໄດ້ກ່າວເພີ້ມອີກວ່າ ການສົນທະນາລະຫວ່າງສອງປະເທດ ເປັນທາງແກ້ໄຂ
ຢ່າງດຽວ ທີ່ຈະຊ່ວຍໃຫ້ທັງສອງປະເທດພົ້ນຈາກຄວາມທຸກຈົນ ແລະມັນສຳຄັນທີ່ຈະ
ເຮັດວຽກຮ່ວມກັນເພື່ອພັດທະນາພາກພື້ນ.
ປາກິສຖານ ປາດຖະໜາສັນຕິພາບ ແລະ ສະຖຽນລະພາບ ຢູ່ໃນພາກພື້ນເອເຊຍໃຕ້,
ມີການເວົ້າວ່າ ທ່ານ ຄານ ໄດ້ຂຽນເພື່ອເວົ້າວ່າ ສິ່ງເຫລົ່ານັ້ນ ແມ່ນຈຳເປັນສຳລັບທັງ
ສອງປະເທດ ແລະ ທົ່ວພາກພື້ນທີ່ຈະຕ້ອງກ້າວໄປໜ້າ.
ພວກເຈົ້າໜ້າທີ່ ອິນເດຍ ກ່າວວ່າ ທ່ານໂມດີ ບໍ່ມີແຜນທີ່ຈະພົບປະກັບທ່ານຄານ ຢູ່
ກອງປະຊຸມອົງການຮ່ວມມື ຊຽງໄຮ້ (SCO) ທີ່ຈັດຂຶ້ນໃນນະຄອນຫຼວງ ບິຊເຄັກ ຂອງ
ປະເທດ ເຄີຈີກິສຖານ ໃນອາທິດໜ້ານີ້.
ໂຄສົກກະຊວງຕ່າງປະເທດ ອິນເດຍ ທ່ານ ຣາແວັສ ກູມາຣ ກ່າວວ່າ “ເທົ່າທີ່ຂ້າພະ
ເຈົ້າຮູ້ ບໍ່ມີການຈັດກອງປະຊຸມໃດໆ ລະຫ່ວາງນາຍົກລັດຖະມົນຕີໂມດີ ແລະ ນາຍົກ
ລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ ຢູ່ນອກກອງປະຊຸມ SCO.
ໃນສອງສາມປີທີ່ຜ່ານມາ ອິນເດຍ ໄດ້ປະຕິເສດທີ່ຈະເລີ້ມການເຈລະຈາໃດໆ, ໂດຍ
ກ່າວວ່າ ການກໍ່ການຮ້າຍຂ້າມຊາຍແດນ ຕ້ອງໄດ້ຢຸດ ກ່ອນທີ່ການເຈລະຈາຈະສາ
ມາດເລີ້ມຂຶ້ນໄດ້.