ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ນາຍົກລັດຖະມົນຕີ ປາກິສຖານ ຢ້ຽມຢາມ ອັຟການິສຖານ (ວີດີໂອ)


Pakistan
please wait
Embed

No media source currently available

0:00 0:00:24 0:00

Pakistan

ນາຍົກລັດຖະມົນຕີ ປາ​ກິ​ສຖານ ທ່ານ Nawaz Sharif ກໍາລັງ​
ຢ້​ຽ​ມຢາມ​ກຸງ Kabul ​ເປັນ​ເວລາ​ນຶ່ງ​ມື້ ​ເພື່ອ​ປຶກສາ​ຫາລືກັນ​ແບບ
​ລົງເລິກ​ກັບປະທານາທິບໍດີ ອັຟກາ​ນິສຖານ ທ່ານ Hamid
Karzai ວ່າ​ ຈະ​ຊຸກຍູ້ສົ່ງ​ເສີມ​ ຄວາມສໍາພັນ​ ຂອງ​ສອງ​ກໍ້າ
ສອງ​ຝ່າຍ ​ແລະ​ຄວາມພະຍາຍາມ​ເພື່ອ​ສ້າງ​ສັນຕິພາບ​ໃນ
ອັຟກາ​ນິສຖານ​ແບບ​ໃດ.

ການ​ຢ້ຽມຢາມ​ໃນ​ວັນ​ເສົາ​ມື້​ນີ້ ​ເປັນ​ການ​ຢ້ຽມຢາມ​ອັຟການິສ
ຖານຄັ້ງ​ທໍາ​ອິດ​ຂອງ ທ່ານ Sharif ນັບ​ຕັ້ງ​ແຕ່ທ່ານ​ໄດ້​ຖືກ​
ເລືອກໃຫ້​ເປັນ​ນາຍົກ ​ຫລັງ​ຈາກການປ່ອນ ບັດ​ເລືອກ​ຕັ້ງ
ສະ​ພາ​ແຫ່ງ​ຊາດ ໃນເດືອນ​ພຶດສະພາ.

ນອກ​ນັ້ນ ທ່ານ Sharif ຍັງ​ຈະ​ໄດ້​ສົນທະນາ​ກັບບັນດາ​ສະມາຊິກ
ຄະນະ​ກໍາມະການສັນຕິ​ພາບຂັ້ນ​ສູງ ທີ່ໄດ້ຖືກ​ມອບ​ໝາຍ​ ໃຫ້​ຊັກ
​ຊວນ​ພວກ​ຫົວ​ຮຸນ​ແຮງທາ​ລິ​ບານ ຍຸຕິ​ການ​ກໍ່​ຄວາມ​ຮຸນ​ແຮງ ​ແລະ
​ເຂົ້າ​ຮ່ວ​ມ ຂັ້ນຕອນ​ການ​ສ້າງ​ຄວາມ​ປອງ​ດອງ​ຊາດ​ທາງ​ດ້ານ
ການ​ເມື​ອງ.

ປາ​ກິ​ສຖານໄດ້​ຖືກ​ກ່າວ​ຫາ​ໂດຍອັຟກາ​ນິສຖານວ່າ ​ຍັງ​ສືບ​ຕໍ່​ມີ​ຄວາມ​ສຳ​ພັນ​ກັບ ພວກຫົວ​
ຮຸນ​ແຮງທາລິ​ບານອັຟກາ​ນິສຖານ ​ແລະ​ກຸງ Kabul ​ໄດ້​ຮຽກຮ້ອງ​ໃຫ້ ກຸງ Islamabad ໃຊ້
ອິດທິພົນຂອງ​ຕົນກັບພວກ​ກະບົດຈຸນີ້ໃຫ້​ເຂົ້າຮ່ວ​ມ​ໃນ​ການ ​ເຈລະຈາ.

​ໃນ​ຕົ້ນ​ເດືອນ​ນີ້ ສະມາຊິກສະພາສັນຕິພາບ ອັຟກາ​ນິສຖານ ໄດ້ພົບ​ປະກັນ​ກັບອະດີດ
ຮອງຜູ້​ນໍາຂອງ​ພວກທາ​ລິ​ບານ Mullah Abdul Ghani Baradar ທີ່​ພວມ ​ຖືກ​ຄຸກ​ຢູ່​ໃນ
ປາ​ກິ​ສຖານ​ເວລາ​ນີ້.
XS
SM
MD
LG