ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

127 ຄົນ ເສຍຊີວິດ ໃນອຸບັດເຫດ ເຮືອບິນຕົກ ຢູ່ປາກິສຖານ


ທະຫານແລະພວກນັກຂ່າວຢູ່ໃນບໍລິເວນໃກ້ໆຊາກເຮືອບິນໂບອີ້ງ 737 ຂອງສາຍການບິນ Bhoja Air ທີ່ປະສົບ ອຸບັດເຫດຕົກ (21 ເມສາ 2012)
ທະຫານແລະພວກນັກຂ່າວຢູ່ໃນບໍລິເວນໃກ້ໆຊາກເຮືອບິນໂບອີ້ງ 737 ຂອງສາຍການບິນ Bhoja Air ທີ່ປະສົບ ອຸບັດເຫດຕົກ (21 ເມສາ 2012)

ປາ​ກິ​ສຖານ​ໄດ້​ຫ້າມ​ບໍ່​ໃຫ້​ເຈົ້າຂອ​ງສາຍ​ການບິນ​ Bhoja Air ເດີນທາງ​ອອກ​ຈາກ​ປະ​ເທດ
ຫຼັງຈາກ​ເຮືອບິນ​ໂດຍສານ​ລຳ​ນຶ່ງ​ຂອງ​ສາຍ​ການບິນ​ດັ່ງກ່າວ ໄດ້​ປະສົບ​ອຸບັດ​ຕິ​ເຫດ​ຕົກ ທີ່
​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ 127 ຄົນ.

ທ່ານ Rehman Malik ລັດຖະມົນຕີ​ກະຊວງ​ພາຍ​ໃນ​ປາ​ກິ​ສຖານ​ກ່າວ​ວ່າ ​ໄດ້​ມີການ​ຫ້າມ​
ບໍ່​ໃຫ້​ທ່ານ Farooq Bhoja ​ເດີນທາງ​ອອກ​ຈາກ​ປາ​ກິ​ສຖານ ຂະນະ​ທີ່​ເຈົ້າໜ້າ​ທີ່​ການບິນ
ທຳ​ການ​ສືບສວນກ່ຽວກັບ​ອຸບັດ​ຕິ​ເຫດ​ໃນ​ມື້ວັນ​ສຸກ​ວານ​ນີ້ ທີ່​ເຮັດໃຫ້ຜູ້​ໂດຍສານ​ແລະ​ພະນັກ
ງານ​ປະຈຳ​ເຮືອບິນ​ທັງ​ໝົດ​ເສຍ​ຊີວິດ​ນັ້ນ.

ພວກ​ທີ່​ເຫັນ​ເຫດການ ​ກ່າວ​ວ່າ ​ເຮືອບິນ​ໂບອິ້ງ 737 ​ໄດ້​ປະສົບ​ອຸບັດ​ຕິ​ເຫດ​ຕົກ ​ໃນລະ
ຫວ່າງທີ່​ເກີດ​ພາຍຸ​ຝົນ ​ໃກ້ໆ​ສະໜາມ​ບິນ​ນາໆ​ຊາດ ​ໃນ​ນະຄອນຫຼວງອິສລາມາ​ບັດ ​ແລະ​
ເຮືອບິນ​ອາດ​ເກີດ​ໄຟໄໝ້ກ່ອນ​ທີ່​ຈະ​ຕົກລົງ​ເຖິງ​ພື້ນດິນ. ​ເຈົ້າໜ້າ​ທີ່​ຄົນ​ນຶ່ງ​ຂອງ​ສາຍ​ການບິນ
ໄດ້​ຖິ້ມ​ໂທດ​ໃສ່​ສະພາບ​ດິນ​ຟ້າ​ອາກາດ​ປັ່ນ​ປ່ວນ​ວ່າ ພາ​ໃຫ້​ເຮືອບິນ​ຕົກ ​ແຕ່​ສາ​ເຫດ​ທີ່​ແທ້
ຈິງ​ນັ້ນຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ກັນ​ເທື່ອ. ລະ​ບົບບັນທຶກ​ຂໍ້ມູນ​ຂອງ​ຖ້ຽວ​ບິນ ຊຶ່ງ​ເປັນ​ສິ່ງ​ສຳຄັນ​ສຳ
ຫຼັບການ​ສືບສວນ​ນັ້ນ ​ໄດ້​ມີ​ການພົບ​ເຫັນແລ້ວ.

ໃນ​ຕອນ​ຕາ​ເວັນ​ຂຶ້ນຂອງ​ວັນ​ເສົາ​ມື້ນີ້ ກໍ​ເຫັນພວກ​ທະຫານແລະ​ພວກ​ເຈົ້າໜ້າ​ທີ່ກູ້​ໄພ​ຊອກ​
ຫາ​ຊາກ​ສົບ​ຜູ້​ເສຍ​ຊີວິດ​ຢູ່​ຕາມ​ຊາກ​ຂອງ​ເຮືອບິນ.

ສາຍ​ການບິນ Bhoja Air ​ໄດ້ຢຸດ​ກິດຈະການ​ມາ​ດົນ​ກວ່າ 10 ປີ​ແລ້ວ ​ແຕ່​ໄດ້ເປີດຄືນ​ໃໝ່
ໃນ​ເດືອນ​ມີນາຜ່ານ​ມາ​ໂດຍໃຊ້​ເຮືອບິນ​ໂບອີ້ງ​ເກົ່າ​ຫຼາຍໆລຳໃຫ້ການ​ບໍລິການຊຶ່ງ​ເປັນການກະ
ທຳ​ທີ່​ພວກ​ເຈົ້າໜ້າ​ທີ່​ການບິນ​ເວົ້າວ່າ ບໍ່​ແມ່ນ​ເປັນ​ເລື່ອງ​ທີ່​ຜິດ​ປົກກະຕິ​ຫຍັງ​ເລີຍ.

ໃນ​ຂະນະ​ທີ່​ສາຍ​ການບິນ​ດັ່ງກ່າວ​ໄດ້​ບິນ​ບໍລິການ​ເປັນ​ປະຈຳ​ລະຫວ່າງ​ນະຄອນ​ລາ​ຮໍ​ແລະນະ
ຄອນ​ກາຣາຈີ ​ແຕ່​ຖ້ຽວ​ບິນ​ທີ່​ປະສົບ​ອຸບັດ​ຕິ​ເຫດ ​ຈາກ​ນະຄອນ​ກາຣາຈີ​ແ​ມ່ນ​ເປັນ​ເທື່ອ​ທຳ​ອິດ​
ຂອງ​ສາຍ​ການບິນ​ທີ່​ບິນ​ໄປ​ຍັງ​ນະຄອນຫຼວງ​ອິສລາມາບັດ. ​ເຈົ້າໜ້າ​ທີ່​ກ່າວ​ວ່າເຮືອບິນ​ອາຍ​
ພົ່ນ​ທີ່​ເຊົ່າມາ​ຂອງ​ສາຍ​ການບິນ​ດັ່ງ ກ່າວ​ນີ້ ​ແມ່ນ​ບິນ​ມາ​ໄດ້​ດົນເຖິງ 30 ປີ​ແລ້ວ.

XS
SM
MD
LG