ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ເລືອກນາຍົກ ລັດຖະມົນຕີ ຊົ່ວຄາວ ດຳລົງຕຳແໜ່ງແທນ ນາຍົກ ທີ່ຖືກໄລ່ອອກ ຈາກຕຳແໜ່ງ


ນາຍົກລັດຖະມົນຕີທີ່ຖືກຂັບໄລ່ອອກຈາກຕຳແໜ່ງທ່ານ Nawaz Sharif ກ່າວຄຳປາໄສຕໍ່ສະມາຊິກພັກ ໃນນະຄອນຫຼວງ ອິສລາມາບັດ, ປາກິສຖານ. 29 ກໍລະກົດ, 2017.
ນາຍົກລັດຖະມົນຕີທີ່ຖືກຂັບໄລ່ອອກຈາກຕຳແໜ່ງທ່ານ Nawaz Sharif ກ່າວຄຳປາໄສຕໍ່ສະມາຊິກພັກ ໃນນະຄອນຫຼວງ ອິສລາມາບັດ, ປາກິສຖານ. 29 ກໍລະກົດ, 2017.

ພັກທີ່ກຳລັງປົກຄອງປະເທດຂອງ ປາກິສຖານ ໄດ້ແຕ່ງຕັ້ງນາຍົກລັດຖະມົນຕີຊົ່ວຄາວ
ຂອງປະເທດ, ຈົນພາໃຫ້ເກີດການຕຳໜິຕິຕຽນຈາກພັກ ຝ່າຍຄ້ານ, ມື້ໜຶ່ງ ຫຼັງຈາກນາ
ຍົກລັດຖະມົນຕີ ທ່ານ Nawaz Sharif ໄດ້ຖືກຂັບໄລ່ອອກ ຈາກຕຳແໜ່ງໂດຍສານ
ສູງສຸດ ຍ້ອນການຊຸກເຊື່ອງ ຊັບສິນ.

ທ່ານ Sharif ອາຍຸ 67 ປີ ໄດ້ເປັນປະທານກອງປະຊຸມສຸກເສີນຂອງ ພັກສັນຕິບາດມຸສ
ລິມ ໃນນະຄອນຫຼວງ ອິສລາມາບັດ, ໃນຂະນະທີ່ ບັນດາຜູ້ນຳໄດ້ເລືອກເອົາອະດີດລັດ
ຖະມົນຕີນໍ້າມັນເປໂຕຣລຽມ ທ່ານ Shahid Khaqan Abbasi ເປັນຜູ້ສືບທອດຕຳແໜ່ງ
ຊົ່ວຄາວ 45 ມື້ຶ້.

ທ່ານ Abbasi ທີ່ຖືກແຕ່ງຕັ້ງໂດຍນາຍົກລັດຖະມົນຕີນັ້ນ ຍັງຈະຕ້ອງ ຖືກຮັບຮອງເອົາ
ໂດຍການລົງຄະແນນສຽງ ກ່ຽວກັບ ຄວາມໄວ້ວາງໃຈ ໂດຍ ສະພາແຫ່ງຊາດ ກ່ອນເຂົ້າ
ດຳລົງຕຳແໜ່ງ.

ປະທານາທິບໍດີ ປາກິສຖານ ທ່ານ Mamnoon Hussain, ໄດ້ຮຽກ ກອງປະຊຸມພິເສດ
ສະພາແຫ່ງຊາດ, ແລະ ສະພາຕໍ່າຂຶ້ນໃນວັນອັງຄານທີ່ຈະມາເຖິງນີ້ ເພື່ອເລືອກເອົາ
ນາຍົກລັດຖະມົນຕີຄົນໃໝ່ ໃນສະພາຕໍ່າ ບ່ອນທີ່ພັກຂອງທ່ານ Sharif ມີສຽງສ່ວນ
ຫຼາຍນັ້ນ.

ນອກນັ້ນ ບັນດາຜູ້ນຳພັກ ຍັງໄດ້ຕັດສິນໃນກອງປະຊຸມວ່າ ນ້ອງຊາຍຂອງທ່ານ Sharif,
ທ່ານ Shahbaz Sharif ຈະລົງແຂ່ງຂັນໃນການເລືອກຕັ້ງແຫ່ງຊາດ ສຳລັບບ່ອນນັ່ງທີ່
ຫວ່າງຂອງນາຍົກລັດຖະມົນຕີ ທີ່ຖືກຂັບໄລ່ອອກຈາກອຳນາດ ດັ່ງນັ້ນທ່ານຈຶ່ງສາມາດ
ເປັນສະມາຊິກຂອງສະພາແຫ່ງຊາດ ແລະ ມີໂອກາດທີ່ຈະເອົາຊະນະຄູ່ແຂ່ງຂັນ ໃນຖາ
ນະນາຍົກລັດຖະມົນຕີຖາວອນຂອງ ປາກິສຖານ, ອີງຕາມການກ່າວ ຂອງບັນດາເຈົ້າ
ໜ້າທີ່.

ພາຍໃຕ້ກົດລະບຽບ ແລະ ຂໍ້ບັງຄັບຂອງການເລືອກຕັ້ງນັ້ນ, ຂັ້ນຕອນການເລືອກຕັ້ງ
ແມ່ນໃຊ້ເວລາ 45 ມື້ຈຶ່ງຈະສຳເລັດ, ແລະ ນັ້ນແມ່ນເວລາທີ່ທ່ານ Abbasi ຈະລົງຈາກ
ຕຳແໜ່ງ, ເພື່ອເປີດຊ່ອງທາງໃຫ້ນ້ອງຊາຍຂອງທ່ານ Sharif ເປັນນາຍົກລັດຖະມົນຕີ
ແທນ.

ທ່ານ Shabaz Shahrif ອາຍຸ 65 ປີ, ປັດຈຸບັນນີ້ເປັນຜູ້ປົກຄອງໃຫຍ່ແຄວ້ນ ປັນຈາບ
ທີ່ມີປະຊາກອນໜາແໜ້ນທີ່ສຸດຂອງ ປາກິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG