ສະພາແຫ່ງຊາດປາກິສຖານ ໄດ້ເລືອກເອົາ ທ່ານ Nawaz
Sharif ເປັນນາຍົກລັດຖະມົນຕີ ໃນການລົງຄະແນນສຽງ ທີ່ໄດ້
ຄາດກັນໄວ້ຢ່າງກວ້າງຂວາງ ລ່ວງໜ້າແລ້ວ ຫລັງຈາກພັກສັນ
ນິບາດມຸສລິມປາກິສຖານ ຂອງທ່ານ Sharif ໄດ້ຮັບໄຊຊະນະ
ໃນການເລືອກຕັ້ງທົ່ວໄປ ເມື່ອວັນທີ 11 ເດືອນພຶດສະພາທີ່
ຜ່ານມາ.
ການລົງຄະແນນສຽງໃນວັນພຸດມື້ນີ້ ເປັນຂີດໝາຍຂອງການ
ໂອນອຳການປົກຄອງຄັ້ງທໍາອິດລະຫວ່າງສອງລັດຖະບານພົນ
ລະເຮືອນທີ່ໄດ້ຖືກເລືອກ ແບບປະຊາທິປະໄຕທີ່ບໍ່ເຄີຍມີມາ
ກ່ອນ ໃນປະຫວັດສາດເກືອບ 66 ປີ ຂອງ ປາກິສຖານ.
ທ່ານ Sharif ຊຶ່ງມີອາຍຸ 63 ປີ ໄດ້ຮັບ 244 ຄະແນນສຽງ ຢູ່ໃນສະພາທີ່ມີ ບ່ອນນັ່ງທັງໝົດ 342 ບ່ອນ ເຮັດໃຫ້ທ່ານໄດ້ກັບຄືນມາເປັນນາຍົກລັດຖະມົນຕີ ເປັນຄັ້ງທີ່ສາມ
ແບບທີ່ບໍ່ເຄີຍມີມາກ່ອນ. ທ່ານສາບານໂຕເຂົ້າຮັບຕໍາແໜ່ງໃນຕອນແລງຂອງວັນພຸດມື້ນີ້.ທ່ານ Sharif ກ່າວ ໃນຄໍາປາໄສຕໍ່ບັນດາສະມາຊິກສະພາ ວ່າ ໃນບັນດາບຸລິມະສິດອັນດັນສູງສຸດຂອງລັດຖະບານຂອງທ່ານນັ້ນ ແມ່ນມີໂຮມທັງການປັຍປຸງເສດຖະກິດຂອງປະເທດ ແລະແກ້ໄຂບັນຫາການສໍ້ລາດບັງຫລວງ.
ນອກນັ້ນ ທ່ານ Sharif ຍັງໄດ້ຮຽກຮ້ອງໃຫ້ມີການຢຸດເຊົາການໂຈມຕີໂດຍ ເຮືອບິນບໍ່ມີຄົນຂັບ ທີ່ສະຫະລັດນໍາໃຊ້ເພື່ອສັງຫານພວກຫົວຮຸນແຮງ ຢູ່ໃນເຂດ ຊົນເຜົ່າເລາະຕາມຊາຍແດນອັຟການິສຖານນັ້ນ. ການໂຈມຕີໂດຍເຮືອບິນທີ່ບໍ່ ມີຄົນຂັບ ແມ່ນບໍ່ໄດ້ຮັບນິຍົມຢ່າງກວ້າງຂວາງ ໃນໝູ່ຊາວປາກິສຖານ ທີ່ກ່າວວ່າ ການໂຈມຕີເຫຼົ່ານັ້ນ ໄດ້ເຮັດໃຫ້ພົນລະເຮືອນເສຍຊີວິດ ແລະເປັນການ ໝິ່ນປະໝາດຕໍ່ອະທິປະໄຕຂອງປະເທດຂອງເຂົາເຈົ້າ.
ທ່ານ Sharif ໄດ້ເປັນນາຍົກລັດຖະມົນຕີປາກິສຖານແຕ່ປີ 1990 ຫາປີ 1993 ເວລາທ່ານຖືກບັງຄັບໃຫ້ລາອອກ ເພາະຖືກກ່າວຫາວ່າ ສໍ້ລາດບັງຫລວງ. ທ່ານໄດ້ກັບຄືນມາກໍາຕໍາແໝ່ງໃໝ່ອີກໃນປີ 1997 ແຕ່ໄດ້ຖືກໂຄ່ນລົ້ມ ໃນການກໍ່ລັດຖະປະຫານຂອງ
ພວກທະຫານ ສອງປີຕໍ່ມາ.