ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກປະທ້ວງ ຕໍ່ຕ້ານ ລັດຖະບານ ປາກິສຖານ ບຸກເຂົ້າໄປ ເຖິງຕຶກສະພາ (ວີດີໂອ)


ພວກປະທ້ວງ ຕໍ່ຕ້ານລັດຖະບານຂອງ ນັກບວດ Tahir ul-
Qadri ທີ່ຮຽກຮ້ອງ​ໃຫ້ນາຍົກລັດຖະມົນຕີ Nawaz Sharif ລາ​ອອກ​ຈາກ​ຕຳແໜ່​ງ.
ພວກປະທ້ວງ ຕໍ່ຕ້ານລັດຖະບານຂອງ ນັກບວດ Tahir ul- Qadri ທີ່ຮຽກຮ້ອງ​ໃຫ້ນາຍົກລັດຖະມົນຕີ Nawaz Sharif ລາ​ອອກ​ຈາກ​ຕຳແໜ່​ງ.

ພວກ​ປະ​ທ້ວງ ຕໍ່ຕ້ານລັດຖະບານ​ປາ​ກິ​ສຖານຫລາຍ​ພັນ​ຄົນ ​ໄດ້
ເຂົ້າ​ໄປ​ເຖິງຕຶກ​ສະພາທັງໆທີ່ລັດຖະບານໄດ້ພະຍາຍາມຫາທາງ
ຂັດຂວາງ ບໍ່ໃຫ້ພວກເຂົາເຈົ້າ ເຂົ້າ​ໄປ.

ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ພວກ​ປະ​ທ້ວງ​ທີ່ມີເຄື່ອງຕັດໜາມຈັບແລະ
​ມີລົດຍົກຢ່າງ​ໜ້ອຍນຶ່ງຄັນສາມາດເລັດລອດ​ຜ່ານ​ສິ່ງ​ກີດ​ຂວາງທີ່
​ເປັນຫີບຂົນ​ສົ່ງເຄື່ອງ ທີ່​ກຳລັງ​ຮັກສາ​ຄວາມ​ປອດ​ໄພປາ​ກິ​ສຖານ
ນຳ​ເອົາ​ມາ​ຕັ້ງ​ໄວ້ ​ເພື່ອ​ປ້ອງ​ກັນອັນທີ່ເອີ້ນ ວ່າ “ເຂດອັນຕະລາຍ”
ໃນນະຄອນ​ອິສລາມາ​ບັດ ນັ້ນກໍຄື​ ທີ່​ຕັ້ງ​ຕຶກ​ສະພາ.

ຮວມ​ຢູ່​ໃນ​ບັນດາພວກ​ປະ​ທ້ວງກໍມີພວກ​ສະໜັບສະໜູນ​ດາຣາກິ
ລາ cricket ທີ່​ກາຍ​ມາ​ເປັນ​ນັກ​ການ​ເມືອງ ທ່ານ Imran Khan ​ແລະນັກບວດຕໍ່ຕ້ານລັດ
ຖະບານ Tahir ul-Qadri ທີ່ຮຽກຮ້ອງ​ໃຫ້ ນາຍົກລັດຖະມົນຕີ Nawaz Sharif ລາ​ອອກ​ຈາກ​ຕໍາ​ ແໜ່​ງ. ​ແຕ່ລັດຖະບານ​ໄດ້ປະຕິເສດ ກ່ຽວກັບຄວາມ​ເປັນ​ໄປ​ໄດ້ ທີ່ທ່ານ Sharifຈະລາອອກ.

ພວກ​ປະ​ທ້ວງຈາກທັງ​ສອງ​ກຸ່ມ ​ໄດ້​ພາກັນ​ໂຮມຊຸມນຸມ​ຢູ່​ທີ່ນະຄອນຫລວງ​ເປັນ​ເວລາຫຼາຍ ມື້​ມາ​ແລ້ວ.

ປາ​ກິ​ສຖານ​ ໄດ້​ສົ່ງ​ທະຫານ​ ຫລາຍ​ຮ້ອຍຄົນ ​ແລະ​ເຈົ້າໜ້າທີ່ ຮັກສາ​ຄວາມ​ປອດ​ໄພ​ຫຼາຍ
ເຖິງ 30,000 ຄົນ​ໄປ​ຍັງ​ບໍລິເວນດັ່ງກ່າວໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​ພາກັນເຄື່ອນໄຫວເຂົ້າ
ໄປໃກ້ໆ​ໃນ​ວັນ​ອັງຄານ​ວານ​ນີ້.

Pakistani Protesters Demand PM's Resignation
please wait

No media source currently available

0:00 0:03:17 0:00

XS
SM
MD
LG