ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດຈູດລົດລຳລຽງສຳພາລະເນໂຕ້


ນັກດັບໄຟປາກິສຖານ ພວມມອດໄຟທີ່ກຳລັງໄໝ້ ລົດຂົນນໍ້າມັນ ຫຼັງຈາກ ພວກຫົວຮຸນແຮງໂຈມຕີ ສະຖານີຈອດລົດເມືອງ Quetta ໃນປາກິສຖານ (6 ຕຸລາ 2010)
ນັກດັບໄຟປາກິສຖານ ພວມມອດໄຟທີ່ກຳລັງໄໝ້ ລົດຂົນນໍ້າມັນ ຫຼັງຈາກ ພວກຫົວຮຸນແຮງໂຈມຕີ ສະຖານີຈອດລົດເມືອງ Quetta ໃນປາກິສຖານ (6 ຕຸລາ 2010)

ເຈົ້າໜ້າທີ່ປາກິສຖານກ່າວວ່າ ມືປືນກຸ່ມນຶ່ງ ໄດ້ຈູດລົດບັນ ທຸກລຳລຽງສໍາພາລະ ຂອງອົງການເນໂຕ້ ຢ່າງນ້ອຍ 20 ຄັນ ໃກ້ໆຊາຍແດນທີ່ຕິດກັບອັຟການິສຖານ.

ຕຳຫຼວດກ່າວວ່າ ມີຜູ້ນຶ່ງເສຍຊີວິດ ໃນການໂຈມຕີໃນວັນ ພຸດມື້ນີ້.

ໃນຮອບສັບປະດາຜ່ານມານີ້ ໄດ້ມີການໂຈມຕີເປັນລຳດັບ ມາທີ່ແນເປົ້າໝາຍໃສ່ລົດບັນທຸກລຳລຽງປັດໄຈ ໄປໃຫ້ ກຳລັງນາໆຊາດ ທີ່ພວມສູ້ລົບກັບພວກກະບົດທາລີບານ ຢູ່ໃນອັຟການິສຖານ. ພວກທາລີບານໄດ້ອ້າງເອົາຄວາມ ຮັບຜິດຊອບ ໃນການໂຈມຕີ 2 ຄັ້ງ.

ການໂຈມຕີເຫຼົ່ານີ້ໄດ້ເລີ້ມຂຶ້ນ ຫຼັງຈາກປາກິສຖານໄດ້ປິດ ດ່ານຂ້າມຊາຍແດນ Torkhum ໃນເຂດຊົນເຜົ່າ Khyber ລຸນຫຼັງການໂຈມຕີທາງອາກາດຂອງອົງການເນໂຕ້ ທີ່ທາງ ປາກິສຖານເວົ້າວ່າ ໄດ້ສັງຫານທະຫານຂອງຕົນ 3 ຄົນນັ້ນ.

ການໂຈມຕີ ໃນວັນພຸດມື້ນີ້ ມີຂຶ້ນໃກ້ໆເສັ້ນທາງລຳລຽງ ອີກສາຍນຶ່ງ.

XS
SM
MD
LG