ເຈົ້າໜ້າທີ່ປາກິສຖານກ່າວວ່າ ການໂຈມຕີດ້ວຍລູກສອນໄຟ ທີ່ສົງໄສວ່າ ເປັນຂອງສະຫະລັດ ໄດ້ສັງຫານພວກຫົວຮຸນ ແຮງ ຢ່າງນ້ອຍ 8 ຄົນ ຮວມທັງຊາວເຢຍຣະມັນ 5 ຄົນ ໃນເຂດຊົນເຜົ່າ ທາງພາກຕາເວັນຕົກສຽງເໜືອຂອງປາກິສ ຖານ.
ເຈົ້າໜ້າທີ່ກ່າວວ່າ ເຮືອບິນບໍ່ມີຄົນຂັບ ໄດ້ຍິງລູກສອນໄຟ 2 ລູກ ໂຈມຕີຕຶກຫຼັງນຶ່ງ ທີ່ເມືອງ Mir Ali ໃນເຂດ Waziristan ເໜືອ ໃນຕອນເດິກຂອງຄືນວັນຈັນວານນີ້.
ເຂດພາກຕາເວັນຕົກສຽງເໜືອຂອງປາກິສຖານ ໄດ້ຖືກລະ ບຸວ່າ ເປັນແຫລ່ງວາງແຜນຂອງກຸ່ມກໍ່ການຮ້າຍ ທີ່ເປັນ ເຄືອຂ່າຍຂອງກຸ່ມອາລກາຍດາ ເພື່ອທໍາການໂຈມຕີ ຢູ່ຫົວ ເມືອງສຳຄັນໆ ໃນປະເທດອັງກິດ ຝຣັ່ງ ແລະເຢຍຣະ ມັນ. ໃນວັນຈັນວານນີ້ ສະວີເດັນ ໄດ້ຮ່ວມສົມທົບ ກັບ ປະເທດຍີ່ປຸ່ນ ອັງກິດ ແລະສະຫະລັດ ໃນການອອກຄຳ ເຕືອນຕໍ່ປະຊາຊົນຂອງຕົນ ກ່ຽວກັບການໂຈມຕີຂອງພວກກໍ່ການຮ້າຍ ທີ່ອາດມີຂຶ້ນໃນ ຢູໂຣບ.