ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

4 ຖືກຂ້າຕາຍ ໃນການໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ ຢູ່ປາກິສຖານ


ຊາວປາກິສຖານສະແດງຄວາມບໍ່ພໍໃຈຕໍ່ການໂຈມຕີພວກຫົວຮຸນແຮງ ຢູ່ໃນປະເທດດັ່ງກ່າວ (14 ຕຸລາ 2011)
ຊາວປາກິສຖານສະແດງຄວາມບໍ່ພໍໃຈຕໍ່ການໂຈມຕີພວກຫົວຮຸນແຮງ ຢູ່ໃນປະເທດດັ່ງກ່າວ (14 ຕຸລາ 2011)

ເຈົ້າໜ້າທີ່ສືບລັບປາກິສຖານກ່າວວ່າ ການໂຈມຕີທີ່ສົງໄສວ່າມາຈາກເຮືອບິນບໍ່ມີຄົນຂັບຂອງ
ສະຫະລັດໄດ້ສັງຫານພວກຫົວຮຸນແຮງຢ່າງນ້ອຍ 4 ຄົນແລະອີກຄົນນຶ່ງໄດ້ຮັບບາດເຈັບໃນ
ເຂດຊົນເຜົ່າໃກ້ໆຊາຍແດນອັຟການິສຖານ.

ເຈົ້າໜ້າທີ່ເວົ້າວ່າ ເຮືອບິນບໍ່ມີຄົນຂັບ ໄດ້ຍິງລູກສອນໄຟໃສ່ເຮືອນຫຼັງນຶ່ງໃນເຂດ Waziris-
tan ໃຕ້.

ເຈົ້າໜ້າທີ່ກ່າວວ່າ ການໂຈມຕີທີ່ວ່ານີ້ໄດ້ແນເປົ້າໝາຍໃສ່ພວກນັກລົບທີ່ຈົງຮັກພັກດີຕໍ່ນາຍ
Maulvi Nadir ຜູ້ບັນຊາການໃນເຂດທ້ອງຖິ່ນຂອງຕາລີບານ ທີ່ຮັບຜິດຊອບໃນການບຸກ ໂຈມຕີຂ້າມຊາຍແດນເຂົ້າໄປໃນອັຟການິສຖານນັ້ນ.

ການໂຈມຕີໃນວັນເສົາມື້ນີ້ ແມ່ນເທື່ອລ່າສຸດຂອງການໂຈມຕີທີ່ມີມາເປັນລຳດັບໂດຍເຮືອ
ບິນບໍ່ມີຄົນຂັບ ຕໍ່ພວກຫົວຮຸນແຮງໃນບໍລິເວນຊາຍແດນ. ໃນມື້ວັນສຸກວານນີ້ ການໂຈມ
ຕີໂດຍເຮືອບິນບໍ່ມີຄົນຂັບຂອງສະຫະລັດໄດ້ສັງຫານພວກຫົວຮຸນແຮງ 4 ຄົນໃກ້ໆເມືອງ
Miran Shah ໃນເຂດຊົນເຜົ່າ Waziristan ເໜືອ.

ນຶ່ງມື້ກ່ອນນັ້ນ ການໂຈມຕີໂດຍເຮືອບິນບໍ່ມີຄົນຂັບໃນບໍລິເວນດຽວກັນນີ້ ກໍໄດ້ສັງຫານ
ສະມາຊິກອະວຸໂສຄົນນຶ່ງ ຂອງຕາໜ່າງຫົວຮຸນແຮງຮັກການີ.

ພວກເຈົ້າໜ້າທີ່ສະຫະລັດບໍ່ເຄີຍຍອມຮັບຢ່າງເປັນທາງການວ່າໄດ້ໃຊ້ເຮືອບິນບໍ່ມີຄົນຂັບ ທຳການໂຈມຕີໃນປາກິສຖານ ແຕ່ໃນທາງສ່ວນໂຕແລ້ວພວກເຂົາເຈົ້າໄດ້ໃຫ້ການຢືນຢັນ ກ່ຽວກັບການໂຈມຕີເຫຼົ່ານີ້ຕໍ່ອົງການຂ່າວຕ່າງໆ.

ປາກິສຖານໄດ້ ປະນາມການໂຈມຕີເຫຼົ່ານີ້ວ່າເປັນການລະເມີດຕໍ່ອະທິປະໄຕຂອງຕົນແຕ່
ເປັນທີ່ເຊື່ອກັນວ່າ ການໂຈມຕີທັງໝົດນີ້ແມ່ນໄດ້ດຳເນີນໄປໂດຍໄດ້ຮັບຄວາມຊ່ອຍເຫຼືອ ຈາກໜ່ວຍສືບລັບຂອງປາກິສຖານ.

XS
SM
MD
LG