ໜັງສືພິມຂອງສະຫະລັດສະບັບນຶ່ງລາຍງານວ່າ ຜູ້ກໍ່ຕັ້ງໂຄງການນິວເຄລຍຂອງປາກິສຖານ
ໄດ້ສະແດງຫຼັກຖານໃຫ້ເຫັນວ່າ ເກົາຫຼີເໜືອໄດ້ຈ່າຍເງິນ ໃຫ້ພວກນາຍທະຫານຊັ້ນສູງຂອງ
ປາກິສຖານຫຼາຍກວ່າ 3 ລ້ານໂດລາເພື່ອແລກປ່ຽນກັບຂໍ້ມູນເທັກໂນໂລຈີນິວເຄລຍໃນຊຸມປີ
1990.
ໜັງສືພິມ Washington Post ລາຍງານວ່າທ່ານ Abdul Qadeer Khan ໄດ້ເປີດເຜີຍ
ເອກກະສານທີ່ໃຫ້ລາຍລະອຽດກ່ຽວກັບການໂອນເງິນດັ່ງກ່າວຮວມທັງຈົດໝາຍສະບັບນຶ່ງ
ທີ່ເຈົ້າໜ້າທີ່ເກົາຫຼີເໜືອໄດ້ຂຽນຫາທ່ານໃນປີ 1998.
ໜັງສືພິມ Washington Post ເວົ້າວ່າພວກເຈົ້າໜ້າທີ່ຂອງໜ່ວຍສືບລັບປະເທດຕາເວັນ
ຕົກຄິດວ່າ ຈົດໝາຍສະບັບນີ້ເປັນຂອງແທ້ແລະໃນຈົດໝາຍໄດ້ມີລາຍລະອຽດກ່ຽວກັບເລື່ອງ
ທີ່ຫຼໍ່ແຫຼມສຳຄັນທີ່ຮູ້ກັນພຽງແຕ່ບໍ່ເທົ່າໃດຄົນທໍ່ນັ້ນຢູ່ໃນປາກິສຖານ ເກົາຫຼີເໜືອແລະສະຫະ
ລັດ. ນອກນັ້ນແລ້ວໜັງສືພິມສະບັບນີ້ຍັງໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງ
ສະຫະລັດທີ່ກ່າວວ່າຂໍ້ມູນທີ່ວ່ານີ້ ແມ່ນສອດຄ່ອງກັນກັບຂໍ້ມູນທີ່ຮູ້ກັນມາກ່ອນກ່ຽວກັບເຫດ
ການເຫຼົ່ານີ້.
ທາງຝ່າຍປາກິສຖານກ່າວວ່າຈົດໝາຍດັ່ງກ່າວບໍ່ແມ່ນຂອງຈິງແລະທ່ານ Khan ພະຍາຍາມ
ຖິ້ມຄວາມຜິດໃສ່ຄົນອື່ນ.
ລັດຖະບານເກົາຫຼີເໜືອບໍ່ໄດ້ໃຫ້ຄຳຕອບ ຕໍ່ການຂໍຄວາມເຫັນຈາກໜັງສືພິມ Washington
Post.
ທ່ານ Khan ໄດ້ຍອມຮັບວ່າ ຕົນໄດ້ຂາຍຄວາມລັບທາງດ້ານນິວເຄລຍໃຫ້ແກ່ລີເບຍ ອີຣ່ານ
ແລະເກົາຫຼີເໜືອ. ທ່ານໄດ້ຖືກກັກບໍລິເວນເປັນເວລາ 5 ປີຢູ່ໃນປາກິສຖານກ່ອນໄດ້ຖືກປ່ອຍ
ໃນປີ 2009.