ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ຕິດຕັ້ງລະບົບ ຕໍ່ຕ້ານອາກາດສະຍານ ໃນເຂດຊາຍແດນ


ປາກິສຖານຕິດຕັ້ງປືນຕໍ່ຕ້ານອາກາດສະຍານ ໃສ່ບໍລິເວນຊາຍແດນ (9 ທັນວາ 2011)
ປາກິສຖານຕິດຕັ້ງປືນຕໍ່ຕ້ານອາກາດສະຍານ ໃສ່ບໍລິເວນຊາຍແດນ (9 ທັນວາ 2011)

ນາຍທະຫານອະວຸໂສຄົນນຶ່ງຂອງປາກິສຖານກ່າວວ່າ ລັດຖະບານໄດ້ຕິດຕັ້ງລະບົບຕໍ່ຕ້ານ
ອາກາດສະຍານ ໃນບໍລິເວນຊາຍແດນທີ່ຕິດກັບອັຟການິສຖານລຸນຫຼັງການໂຈມຕີທາງອາ
ກາດຂອງອົງການເນໂຕ້ ທີ່ໄດ້ເຮັດໃຫ້ທະຫານປາກິສຖານ 24 ຄົນເສຍຊີວິດໄປນັ້ນ.

ໜັງສືພິມ Dawn ຂອງປາກິສຖານລາຍງານວ່າພົນຕີ Ashfag Nadeem ກ່າວວ່າການ
ຕິດຕັ້ງອາວຸດຢູ່ໃນບໍລິເວນຊາຍແດນນີ້ ແມ່ນແນໃສ່ ເພື່ອປ້ອງກັນບໍ່ໃຫ້ມີການໂຈມຕີຄັ້ງໃໝ່ ຂະນະທີ່ປາກິສຖານທົບທວນຄືນ ຍຸດທະສາດໃນການປົກປ້ອງເຂດຊາຍແດນ ໃນພາກຕາ
ເວັນຕົກຂອງຕົນ ຈາກການໂຈມຕີທາງອາກາດ. ໜັງສືພິມສະບັບນີ້ເວົ້າວ່າ ນາຍພົນ Na-
deem ໄດ້ແຈ້ງໃຫ້ກອງປະຊຸມຄະນະລັດຖະບານກາງແລະຄະນະກຳມາທິການປ້ອງກັນປະ ເທດຂອງສະພາສູງຊາບກ່ຽວກັບການຕິດຕັ້ງອາວຸດດັ່ງກ່າວໃນວັນພະຫັດວານນີ້.

ເຈົ້າໜ້າທີ່ສະຫະລັດແລະປາກິສຖານ ຕ່າງກໍໄດ້ສະເໜີເລື່ອງລາວໃນຂັ້ນຕົ້ນທີ່ບໍ່ຄືກັນກ່ຽວ
ກັບວ່າ ແມ່ນຫຍັງໄດ້ເກີດຂຶ້ນຢູ່ທີ່ດ່ານຊາຍແດນຂອງປາກິສຖານ ທີ່ຕິດກັບຊາຍແດນອັຟ
ການິສຖານນັ້ນ.

ພວກເຈົ້າໜ້າທີ່ທະຫານຂອງປາກິສຖານກ່າວວ່າ ການໂຈມຕີຂອງອົງການເນໂຕ້ແມ່ນມີ
ຂຶ້ນແບບບໍ່ມີການທ້າທາຍເກາະຜິດແລະໂດຍເຈຕະນາ ຊຶ່ງເປັນການກ່າວຫາທີ່ເຈົ້າໜ້າທີ່ ສະຫະລັດໄດ້ປະຕິເສດໄປແລ້ວນັ້ນ.

XS
SM
MD
LG