ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາກີສຖານ ຈະເຂົ້າຮ່ວມ ກອງປະຊຸມສຸດຍອດ NATO (ວີດີໂອ)


ທຸງຂອງປະເທດໃນກຸ່ມເນໂຕ້
ທຸງຂອງປະເທດໃນກຸ່ມເນໂຕ້

ບັນດາ​ເຈົ້າໜ້າ​ທີ່​ປາ​ກີ​ສຖານ​ກ່າວ​ວ່າ ປະທາ​ນາ​ທິບໍດີ Asif Ali Zardari ຈະ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ເນ​ໂຕ້​ທີ່​ນະຄອນ Chicago ຫຼັງຈາ​ກຄະນະ​ລັດຖະບານ​ຂອງ​ປາ​ກີ​ສຖານ​ຮັບເອົາການ​ເຊື້ອ​ເຊີນ​ໃນ​ນາທີ​ສຸດ​ທ້າຍ ​ເພື່ອ​ປຶກສາ​ຫາລື​ສະຖານະ​ການ​ໃນ​ອັຟກາ​ນີສຖານ.

​ເນ​ໂຕ້​ໄດ້​ເຊື້ອ​ເຊີນ​ປະທານາທິບໍດີ Zardari ​ໃນຕົ້ນ​ອາທິດ​ນີ້ ​ຫຼັງຈາກ​ປາ​ກີສຖານ​ສະ​ເໜີແນະ​ວ່າ​ ຕົນ​ຈະ​ເປີດ​ເສັ້ນທາງ​ລໍາລຽງ​ສະບຽງ​ທາງບົກຄືນ​ໃໝ່​ໃຫ້​ແກ່​ກໍາລັງທະຫານນາໆ​ຊາດ​ໃນ​ອັຟກາ​ນີສຖານ.

ລັດຖະບານ Islamabad ​ໄດ້​ປິດ​ເສັ້ນທາງ​ລໍາລຽງ​ ຂອງ​ອົງການ​ເນ​ໂຕ້ ​ເປັນ​ເວລາ​ເກືອ​ບຫົກ​ເດືອນ​ຜ່ານ​ມາ​ແລ້ວ​ເພື່ອ​ປະ​ທ້ວງ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ ​ທີ່​ໄດ້ສັງຫານທະຫານ​ປາ​ກີ​ສຖານ 24 ຄົນ ຍ້ອນ​ຄວາມ​ເຂົ້າ​ໃຈ​ຜິດ ຢູ່ໃກ້​ເຂດ​ຊາຍ​ແດນ ຕິດ​ກັບ​ອັຟກາ​ນີສຖານ​ນັ້ນ.

​ເວລາ​ນີ້ ທັງ​ສອງ​ຝ່າຍກໍາລັງ​ດຳ​ເນີ​ນການຂັ້ນສຸດ​ທ້າຍ​ກ່ຽວ​ກັບຂໍ້ຕົກລົງ​ກັນ ​ເພື່ອ​ຍຸຕິການ​ປິດ​ເສັ້ນທາງ​ລໍາ​ລຽງດັ່ງກ່າວ​ກ່ອນ​ການ​ເລີ່​ມຕົ້ນ​ກອງ​ປະຊຸມ​ສຸດ​ຍອດເນ​ໂຕ້ໃນ​ວັນ​ອິດ​ຕໍ່ໜ້າ​ນີ້. ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງຕ່າງປະ​ເທດ​ສະຫະລັດ​ກ່າວ​ເມື່ອ​ວັນ​ພຸດ​ວານນີ້​ວ່າ ມີ​ຄວາມ​ຄືບ​ໜ້າ​ແດ່​ແລ້ວ​ໃນ​ການ​ເຈລະຈາ​ຕໍ່​ຮອງ​ກັນ​ນັ້ນ.

ເບິ່ງວີດີໂອລາຍງານກ່ຽວກັບບັນຫາສໍາຄັນໆທີ່ຈະຖືກນໍາມາປຶກສາຫາລືກັນ
ໃນກອງປະຊຸມຂອງກຸ່ມເນໂຕ້.

XS
SM
MD
LG