ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປາກິສຖານ ແຕ່ງຕັ້ງຜູ້ບັນຊາການກອງທັບຄົນໃໝ່ ທ່າມກາງຄວາມວຸ້ນວາຍທາງດ້ານການເມືອງ


ພົນເອກ ອາຊິມ ມູເນຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ບັນຊາການກອງທັບຂອງປະກິສຖານ, ເຂົ້າພົບນາຍົກລັດຖະມົນຕີ ເຊບາສ ຊາຣີຟ ໃນນະຄອນຫຼວງອິສລາມາບັດ, ວັນທີ 24 ພະຈິກ 2022. (Courtesy PM office).
ພົນເອກ ອາຊິມ ມູເນຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ບັນຊາການກອງທັບຂອງປະກິສຖານ, ເຂົ້າພົບນາຍົກລັດຖະມົນຕີ ເຊບາສ ຊາຣີຟ ໃນນະຄອນຫຼວງອິສລາມາບັດ, ວັນທີ 24 ພະຈິກ 2022. (Courtesy PM office).

ນາຍົກລັດຖະມົນຕີຂອງປາກິສຖານ ທ່ານເຊບາສ ຊາຣີຟ, ໃນວັນພະຫັດວານນີ້ ໄດ້ແຕ່ງຕັ້ງອະດີດຫົວໜ້າໜ່ວຍສືບລັບພາຍໃນຫຼື ISI, ເຊິ່ງເປັນອົງ​ການສືບລັບຫຼັກຂອງປະເທດ, ໃຫ້ເປັນ​ຜູ້​ບັນ​ຊາ​ການກອງທັບທີ່​ມີ​ອິດ​ທິ​ພົນ​ຂອງ​ປະ​ເທດທ່າມ ກາງຄວາມສັບສົນວຸ້ນວາຍທີ່ໜັກໜ່ວງຢູ່ພາຍໃນປະເທດ.
ເຈົ້າໜ້າທີ່ກ່າວວ່າ ທ່ານຊາຣີຟ ເປັນປະທານຈັດກອງປະຊຸມຂອງຄະນະລັດຖະ ບານ ເພື່ອເລືອກເອົາ ພົນເອກອາຊິມ ມູເນຍ (Asim Munir) ຈາກລາຍຊື່ພົນເອກອະວຸໂສ 6 ຄົນ, ເຂົ້າມາຮັບຕໍາແໜ່ງແທນ ພົນເອກກາມາ ຈາ​ເວັດ ບາຈ- ວາ (Qamar Jawed Bajwa) ເຊິ່ງກໍາລັງອອກບໍານານ ໃນອາທິດໜ້ານີ້, ໂດຍພົນເອກອາຊິມ ຈະເຂົ້າມາເປັນຜູ້ບັນຊາການຄົນໃໝ່ຂອງກອງທັບ.
ລັດຖະມົນຕີປ້ອງກັນປະເທດ ທ່ານຄາວາຈາ ອາຊິຟ ໄດ້ປະກາດການ​ຕັດ​ສິນ​ໃຈຢູ່ໃນຖະແຫຼງການລຸນຫຼັງການປະຊຸມ ໂດຍກ່າວວ່າ ການອະນຸມັດດັ່ງກ່າວ ໄດ້ສົ່ງໄປໃຫ້ປະທານາທິບໍດີອາຣີຟ ອາລວີ ແລ້ວ ເພື່ອໃຫ້ທ່ານອະນຸມັດເປັນຂໍ້ບັງຄັບອອກມາ. ຫຼັງຈາກນັ້ນ ທ່ານອາຊີຟ ໄດ້ຢືນຢັນ ໂດຍປະກາ​ດ​ຜ່ານທາງສະຖານີວິທະຍຸແຫ່ງຊາດວ່າ ປະທານາທິບໍດີ ໄດ້ອະນຸມັດການແຕ່ງຕັ້ງແລ້ວ.
ທ່ານມູເນຍ ຈະດໍາລົງຕໍາແໜ່ງເປັນຜູ້ບັນຊາການກອງທັບ​ປາ​ກິ​ສ​ຖານທີ່​ມີ​ອາ​ວຸດນິວເຄລຍຢູ່​ໃນ​ຄວາມ​ຄອບ​ຄອງ ຈາກທ່ານບັຈວາໃນວັນອັງຄານທີ່ຈະມາເຖິງນີ້ ຢູ່ທີ່​ກອງ​ບັນ​ຊາ​ການໃຫຍ່ຂອງກອງທະຫານ ທີ່​ນະ​ຄອນຣາວາລ​ປິນດີ ໃກ້ກັບນະຄອນຫຼວງອິສລາມາບັດ.
ນອກຈາກ​ໄດ້​ເຄີຍດໍາລົງຕໍາແໜ່ງຫົວໜ້າອົງ​ການ ISI ແລ້ວ, ທ່ານມູເນຍ ຍັງໄດ້ເປັນຜູ້ບັນຊາການກອງທັບປາກິສຖານ ຢູ່ບໍລິເວນຊາຍແດນອັຟການິສຖານ ແລະ ອິນເດຍ ເຊິ່ງເປັນຄູ່​ແຂ່ງທີ່ສໍາຄັນ ອີກດ້ວຍ.
ການແຕ່ງຕັ້ງຜູ້ບັນຊາການກອງທັບຄົນໃໝ່ມີຂຶ້ນທ່າມກາງການພິຈາລະນາ ແລະໂຕ້ແຍ້ງກັນຢ່າງເຄັ່ງຕຶງ ກ່ຽວກັບການແຊກແຊງ ທີ່ເລິກເຊິ່ງທາງສະຖາບັນດ້ານການເມືອງ.
ການເປັນຜູ້ນໍາຂອງທ່ານບັຈວາ, ໂດຍສະເພາະແລ້ວ ແມ່ນໄດ້ເປີດເຜີຍອໍານາດທາງທະຫານ ຕໍ່ການວິຈານທີ່ຮຸນແຮງຂອງ​ປ​ະ​ຊາ​ຊົນ ເຊິ່ງນໍາໂດຍອະດີດນາຍົກ ລັດຖະມົນຕີ ທ່ານອິມຣານ ຄານ ເມື່ອໄວໆມານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG