ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Musharraf ອະດີດ​ປະທານາທິບໍດີ ​ປາ​ກີ​ສຖານ​ ກັບ​ຄືນ​ບ້ານ​ (ວີດິໂອ)


ທ່ານ Pervez Musharraf ອະດີດປະທານາທິບໍດີປາກີສຖານ
ທ່ານ Pervez Musharraf ອະດີດປະທານາທິບໍດີປາກີສຖານ
ທ່ານ Pervez Musharraf ອະດີດ​ປະທານາທິບໍດີ​ປາ​ກີ​ສຖານ ​ໄດ້​ກັບຕ່າວ​ຄືນ​ບ້ານ​ເປັນ​ເທື່ອທໍາ​ອິດ​ໃນ​ໄລຍະຫຼາຍກວ່າ 4 ປີ ​ເພື່ອ​ປະກອບ ສ່ວນ​ ໃນ​ການ​ເລືອກ​ຕັ້ງສະ​ພາ​ແຫ່ງ​ຊາດ ທີ່​ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້. ທ່ານ​ມູສຊາ​ຣັຟ ​ເດີນທາງ​ໄປ​ເຖິງ ​Karachi ​ ​ໃນ​ວັນ​ອາທິດ​ມື້​ນີ້.

ກຸ່ມ​ຕາ​ລິ​ບານ​ປາກີສຖານ ​ໄດ້​ສັນຍາ​ໄວ້​ວ່າ ຈະ​ສັງຫານ​ທ່ານ
​ມູສຊາຣັຟ ຖ້າ​ຫາກ ​ທ່ານ​ກັບ​ຄື​ນ​ໄປ​ປາ​ກີ​ສຖານ. ​ໃນ​ຮູບ​ວີ​ດີ​ໂອ
​ທີ່​ນໍາ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ເສົາ​ວານ​ນີ້ ຜູ້ຕາງໜ້າ​ກຸ່ມ​ຕາ​ລິບານ
ຄົນ​ນຶ່ງ​ເວົ້າ​ວ່າ ໜ່ວຍ​ກ້າ​ຕາຍ​ໜ່ວຍ​ນຶ່ງ ກໍາລັງຕຽມ​ການ​ເພື່ອ​
ຈະ​ທໍາ​ການລອບ​ສັງຫານ ທ່ານ​ມູສຊາຣັຟ ​ແລ້ວ.

​ໃນເວລາ​ທີ່​ທ່ານ​ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ​ປາ​ກີ​ສຖານ​ນັ້ນ ທ່ານ​ມູສຊາຣັຟ ​ໄດ້ສ້າງ​ ຄວາມ​ໂກດ​ແຄ້ນແກ່​ກຸ່ມຕາ​ລິ​ບານ ດ້ວຍ​ການ​ຮັກ​ສາຄວາມ​ສໍາພັນ​ອັນໃກ້ຊິດ​ກັບສະຫະລັດ ​
ແລະ​ສະໜັບສະໜຸນຄວາມ​ພະຍາຍາມ​ຂອງ​ສະຫະລັດ​ ເພື່ອ​ຕໍ່ສູ້​ກັບ​ກຸ່ມ​ກໍ່​ການ​ຮ້າຍ.

ທ່ານ ມູສຊາຣັຟ ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ ກ່ອນເຮືອບິນ​ຂອງ​ທ່ານ​ຈະໄປ​ເຖິງ Karachi ວ່າ ທ່ານ​ໄດ້​ຮັບ​ອະນຸຍາດ​ໃຫ້​ປະກັນ​ຕົວ ​ເພື່ອບໍ່​ໃຫ້​ຖືກ​ຈັບ​ກຸມເວລາ​ກັບ​ຕ່າວ​ຄືນບ້ານ. ທ່ານ​ມູສຊາຣັຟ ປະ​ເຊີນກັບ​ການ​ຖືກ​ຈັບ​ກຸມ ​ໃນ​ຂໍ້ຫາ​ວ່າ ມີ​ສ່ວນພົວພັນ​ກັບ​ການ​ລອບ​ສັງຫານ ອະດີດ​ນາຍົກລັດ ຖະມົນຕີ​ປາ​ກີ​ສ​ຖານ ທ່ານ​ນາງ Benazir Bhutto ​ໃນ​ປີ 2007.

ທ່ານ ມູສຊາຣັຟ ປະຕິເສດ​ວ່າ ທ່ານ​ບໍ່ໄດ້ມີ​ສ່ວນ​ພົວພັນ​ໃດໆ​ກັບ​ແຜນການລອບ​ສັງ
ຫານ ​ທ່ານ​ນາງ Benazir Bhutto.

(ເບິ່ງວີດີໂອ)
ທ່ານ Musharraf
please wait

No media source currently available

0:00 0:00:49 0:00
XS
SM
MD
LG