ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດ ປະທານາທິບໍດີ Musharraf ຖຶກສັ່ງ ກັກບໍລິເວນ (ວີດີໂອ)


ສານ ປາ​ກິ​ສຖານ​ ​ສັ່ງ​ໃຫ້ກັກ​ບໍລິ​ເວນ ອະດີດ​ປະທານາທິບໍດີ Perez Musharraf ຈົນ​ຮອດວັນ​ທີ ​30 ​ເດືອນ​ເມສາ ​
ສານ ປາ​ກິ​ສຖານ​ ​ສັ່ງ​ໃຫ້ກັກ​ບໍລິ​ເວນ ອະດີດ​ປະທານາທິບໍດີ Perez Musharraf ຈົນ​ຮອດວັນ​ທີ ​30 ​ເດືອນ​ເມສາ ​
ສານ​ຕ້ານ​ການ​ກໍ່​ການ​ຮ້າຍຂອງປາ​ກິ​ສຖານ​ແຫ່ງ​ນຶ່ງໄດ້​ສັ່ງ​ໃຫ້
ກັກ​ບໍລິ​ເວນອະດີດ​ປະທາ ນາທິບໍດີ Perez Musharraf ຈົນ​
ຮອດວັນ​ທີ ​30 ​ເດືອນ​ເມສາ ​ໃນ​ຄະດີ​ການສັງຫານ ທ່ານ​ນາງ
Benazir Bhutto.

ສານ​ທີ່​ນະຄອນ Rawalpindi ​ໄດ້​ສັ່ງ​ໃຫ້ຈັບອະ​ດີດ​ນາຍ​ພົນ​
ທະຫານ ທີ່​ເຄີຍ​ປົກຄອງ​ປະ​ເທດ​ມາ​ກ່ອນ ​ໃນ​ວັນ​ສຸກ​ມື້​ນີ້.
ທ່ານ Musharraf ​ໄດ້​ໄປ​ປະກົດ​ໂຕ​ຢູ່​ທີ່​ສານ ພາຍໃຕ້​ການ​
ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ.

ທ່ານ​ກໍາລັງ​ປະ​ເຊິ​ນໜ້າ​ກັບ​ການ​ກ່າວ​ຫາທີ່​ວ່າ ທ່ານບໍ່​ສາ
ມາດ​ໃຫ້ການ​ຮັກສາ​ຄວາ​ມປອດ​ໄພ ຢ່າງ​ພຽງພໍ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ມີ​ການສັງຫານມື້
ລາງນາຍົກລັດຖະມົນຕີ Bhutto. ທ່ານMusharraf ​ໄດ້​ປະຕິ​ເສດ​ວ່າ ທ່ານ​ບໍ່ໄດ້​ພົວ
ພັນນຳ​ການວາງແຜນ​ສັງຫານດັ່ງກ່າວ. ຍັງ​ບໍ່​ມີ​ໃຜ​ຖືກ​ລົງ​ໂທດ ຫລືຕິດຄຸກ​ ໃນຄະ​ດີ ​ດັ່ງກ່າວ.

ທ່ານ Musharraf ​ເວລາ​ນີ້ກໍຖືກ​ກັກ​ບໍລິ​ເວນ​ຢູ່​ແລ້ວ ທີ່​ບ້ານພັກຂອງ​ທ່ານ ​ໃນ​ເຂດ
ຊານ​ເມືອງຂອງ​ນະຄອນອິສລາ​ມາ​ບັດ ​ໃນ​ຂໍ້​ຫາ​ນັບ​ຕັ້ງ​ແຕ່​ປົດພວກ​ຜູ້​ພິພາກສາ ​ເວ
ລາ​ທີ່​ທ່ານຍັງ​ກໍາ​ອໍາ​ນາດ​ ໃນ​ປີ 2007.

ທ່ານ Musharraf ​ໄດ້​ອາສາ​ສະມັກ​ໄປ​ລີ້​ໄພຢູ່​ນອກ​ປະ​ເທດ ​ເປັນ​ເວລາ​ສີ່​ປີ ກ່ອນ​
ທີ່​ທ່ານ​ເດີນທາງກັບຄືນ​ປາ​ກິ​ສຖານ ​ໃນ​ທ້າຍ​ເດືອນ​ແລ້ວ​ນີ້ ​ໂດຍ​ມີແຜນ​ທີ່​ຈະ​ລົງ​ສະ
ໝັກ​ແຂ່ງຂັນເອົາ​ບ່ອນ​ນັ່ງໃນ​ສະພາ​ ​ໃນ​ການ​ເລືອກຕັ້ງທົ່ວໄປ​ໃນ​ເດືອນ​ໜ້າ. ນັບ​ຕັ້ງ​
ແຕ່ທ່ານ​ກັບ​ຄືນ​ມາ ສານ​ໄດ້​ຕັດສິນວ່​າ ທ່ານບໍ່​ມີ​ສິດ​ລົງແຂ່ງຂັນ​ໄດ້.

Pakistan
please wait
Embed

No media source currently available

0:00 0:00:48 0:00
XS
SM
MD
LG