ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ເຄື່ອນໄຫວ ຢ່າງໄວ ເພື່ອຄວບຄຸມ ເຊື້ອໄວຣັສ ໂຣກເປ້ຍລ່ອຍ (ວີດີໂອ)


Pakistan Moves to Contain Polio Virus after Travel Sanctions
please wait

No media source currently available

0:00 0:02:21 0:00
ປາ​ກິ​ສຖານ​ກຳລັງ​ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ໄວ ​ເພື່ອ​ພະຍາ
ຍາມ​ ​ຄວບ​ຄຸມ​ເຊື້ອ​ໄວຣັສ​ໂຣກ​ເປ້ຍ​ລ່ອຍ ຫຼັງ​ຈາກ ​ອົງກາ​ນ
ອະນາ​ໄມໂລກ​ວາງ​ຂໍ້​ຈຳກັດ​ຮັດ​ແຄບ​ ໃນ​ການ​ເດີນທາງ​ນາໆ
​ຊາດ ຕໍ່​ຜູ້​ໃດ​ກໍ​ຕາມ​ທີ່ມາ​ຈາກປະ​ເທດ ​ທີ່​ໂຣກ​ເປ້ຍ​ລ່ອຍ​ລະ
ບາດ​ນັ້ນ. ສິງ​ຈະ​ນຳ​ເອົາ​ລາຍ​ງານ ຈາກ​ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່
ເມືອງ Rawalpindi ບ່ອນ​ທີ່​ພວກພະນັກ​ງານສາທາລະນະ​
ສຸກກຳລັງດຳ​ເນີນ​ງານກັບ​ພວກ​ພໍ່​ແມ່​ຂອງ​ເດັກ ​ເພື່ອ​ສັກ​ຢາ​ກັນ
​ໂຣກດັ່ງກ່າວ ມາສະ​ເໜີ​ທ່ານ​ຕໍ່​ໄປ.


ປາ​ກິ​ສຖານ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທຳ​ການ​ສັກ​ຢາ​ປ້ອງ​ກັນໂຣກ​
ເປ້ຍ​ລ່ອຍ ຫຼື polio ສຳລັບ​ຜູ້​ໃດ​ກໍ​ຕາມ ​ທີ່​ອອກ​ຈາກ​ເຂດ​ຊົນ​
ເຜົ່າ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ບ່ອນ​ທີ່​ເຊື້ອໄວຣັສຂອງ​ໂຣກດັ່ງ
ກ່າວ​ກຳລັງ​ເກີດຂຶ້ນ​ນັ້ນ.

ອົງການ​ອະນາ​ໄມ​ໂລກ ​ໄດ້​ວາງ​ຂໍ້​ຈຳກັດ​ຮັດ​ແຄບ​ໃນ​ການ​ເດີນທາງ​ລະຫວ່າງ​ຊາດ
ຕໍ່​ຜູ້​ໃດ​ກໍ​ຕາມ​ທີ່​ເດີນທາງ​ອອກ​ຈາກ​ປາ​ກິ​ສຖານ​ໄປ ​ໂດຍ​ບໍ່ມີ​ໃບ​ຢັ້ງຢືນການ​ສັກ​ຢາ​
ປ້ອງ​ກັນ​ໂຣກດັ່ງກ່າວ ນັບ​ແຕ່​ວັນ​ທີ 1 ​ເດືອນ​ມິຖຸນາ​ນີ້ ​ເປັນ​ຕົ້ນ​ໄປ.

ທ່ານ Nosherwan Khan ທີ່​ເປັນ​ເຈົ້າ​ຂອງ​ຄິວ​ລົດ​ບັສ ​ແລະ​ເປັນ​ສະມາຊິກ​
ຂອງ​ຄະນະ​ກຳມາ​ທິການ Polio Plus ຂອງ​ປາ​ກິ​ສຖານ ກ່າວ​ວ່າ ການ​ຕັດສິນ​
ໃຈ​ຂອງ​ອົງການ​ອະນາ​ໄມ​ໂລກ​ເປັນ​ການ​ຕັກ​ເຕືອນ​ອັນ​ນຶ່ງ.

ທ່ານ Nosherwan Khan ກ່າວ​ວ່າ “​ເຂົາ​ເຈົ້າ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ແນວ​
ນຶ່ງ ລັດຖະບານ​ປາ​ກິ​ສຖານ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ແນວ​ນຶ່ງ. ການ​ຫ້າມ​
ການ​ເດີນທາງ​ນີ້ ມີ​ຂຶ້ນ​ໃນ​ຖານະ​ເປັນຄວາມ​ແຕກ​ຕື່ນ​ຕົກ​ໃຈ​ສຳລັບຊາວ
​ປາ​ກິ​ສຖານ​ໝົດ​ສູ່​ຄົນ ​ແລະ​ໄດ້​ເປີດ​ຫູ​ເປີ​ດຕາ​ຂອງ​ເຂົາ​ເຈົ້າ ຄວາມ​ຈິງ​
ແລ້ວ ​ແມ່ນ​ຢ່າງ​ຫລວງ​ຫຼາຍ​.


ປາ​ກິ​ສຖານ ມີ​ຄົນ​ຕິດ​ເຊື້ອໄວຣັສ​ໂຣກ​ເປ້ຍ​ລ່ອຍ​ຊະນິດ​ໃໝ່​ໃນ​ຈຳນວນ​ຫຼາຍ​ທີ່​
ສຸດ​ໃນ​ໂລກ. ​ແຕ່​ປະຊາຊົນ​ສ່ວນ​ຫລາຍ ​ເຊັ່ນ​ທ່ານ Sohail Qoreshi ​ເຂົ້າ​ໃຈດີ
​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ຢາ​ວັກ​ຊິນ​ນີ້.

ທ່ານ Sohail Qoreshi ກ່າວ​ວ່າ:

​ໂຣກ​ເປ້ຍ​ລ່ອຍ ​ເປັນ​ໂຣກລະບາດ​ໃນ​ປາ​ກິ​ສຖານ ​ແລະ​ແຜ່​ລາມ​ອອກ​
ໄປ​ຢ່າງ​ໄວ. ພວກ​ພະນັກງານ ​ໄດ້​ດຳ​ເນີນ​ງານ​ຢ່າງ​ໜັກ ຊຶ່ງ​ເຂົາ​ເຈົ້າ​ໄດ້​
ໄປ​ຈາກ​ເຮືອນ​ຜູ້​ນຶ່ງ ​ແລ້ວ​ໄປ​ຫາ​ເຮືອນ​ອີກ​ຄົນ​ນຶ່ງ ​ເພື່ອ​ຢອດ​ຢາ​ປ້ອງ​ກັນ​
ເປ້ຍ​ລ່ອຍ​ໃສ່​ປາກ​ເດັກນ້ອຍ. ບັດ​ນີ້​ເຂົາ​ເຈົ້າ​ໄປ​ຢອດ​ຢາ​ວັກ​ຊິນ​ດັ່ງກ່າວ​
ທີ່​ບ່ອນຈອດ​ລົດ​ເມ​.”


​ໄດ້​ມີ​ການ​ສີດ​ຢາ​ວັກ​ຊິນປ້ອງ​ກັນໃນ​ພາກ​ພື້ນ​ສ່ວນ​ໃຫຍ່​ແລ້ວ​ຂອງ​ປະ​ເທດ ປະ​ໃຫ້​
ພວກ​ເຊື້ອ​ໄວຣັສດັ່ງກ່າວ ລວມຈຸດ​ຢູ່​ໃນ​ພວກ​ຂົງ​ເຂດ​ທີ່​ປ່ຽນ​ແປງ​ໄດ້​ງ່າຍ​ຂອງ​ພວກ
​ຊົນ​ເຜົ່າ​ໃນ​ປາ​ກິ​ສຖານ​ນັ້ນ. ກຸ່ມ​ຕາ​ລີ​ບັນ ​ໄດ້​ເກືອດ​ຫ້າມ​ຕໍ່​ຄວາມ​ພະຍາຍາມ​ຕ່າງໆ
​ໃນ​ການ​ສີດ​ຢາ​ປ້ອງ​ກັນ​ໂຣກດັ່ງກ່າວ​ໃນ​ປີ 2012 ຊຶ່ງ​ໝາຍ​ຄວາມ​ວ່າ ຍັງ​ຢູ່​ໃນ​ຂົງ
​ເຂດ​ທີ່​ພວກ​ພະນັກງານ​ສາທາລະນະ​ສຸກ​ເຂົ້າ​ຫາ​ບໍ່​ໄດ້​ນັ້ນ. ດຣ. Nima Saeed
Abid ຈາກ​ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ບັນຫາ​ດັ່ງກ່າວ​ນີ້​ຈະ​ບໍ່​ໝົດ​ໄປຈົນ​
ກວ່າ ການ​ສີດ​ຢາ​ປ້ອງ​ກັນຈະ​ເລີ້ມ​ຄືນ​ອີກ​ເທົ່າ​ນັ້ນ.

ດຣ​. Saeed Abid ກ່າວ​ວ່າ “ ມັນ​ຄວນ​ຈະ​ມີ​ຊ່ອງ​ທາງ​ນຶ່ງ​ສຳລັບ​ໝົດທຸກ​
ພັກ​ຝ່າຍ ຫຼື​ສຳລັບ​ໝົດ​ທຸກ​ພັກ​ຝ່າຍ​ທີ່​ມີ​ອິດ​ທິພົນ​ໃນ​ເຂດ​ນີ້ ​ເພື່ອ​ຮວມ
ປະຊຸມ​ກັນ​ແທ້ໆ ​ແລະ​ອະນຸມັດ​ໃຫ້​ມີ​ສັກ​ຢາ​ວັກ​ຊິນ​ປ້ອງ​ກັນ​ໃຫ້​ພວກເດັກ
ນ້ອຍ​ເຫຼົ່າ​ນີ້ ​ເພາະວ່າ​ພວກ​ເດັກນ້ອຍ​ຫຼາຍ​ຄົນ​ໄດ້​ເປັນ​ເປ້ຍລ່ອຍ ​ເສຍ​
ອົງຄະຕະຫຼອດ​ຊີວິດ ​ເນື່ອງ​ຈາກ​ໂຣກດັ່ງກ່າວ ສາມາດ​ເວັ້ນຈາກ​ໄດ້​
ຢ່າງ​ເດັດຂາດ​ ຊຶ່ງ​ຂ້າພະ​ເຈົ້າ​ໝາຍ​ຄວາມ​ວ່າ ສຸຂະພາບ​ບໍ່​ເຂົ້າ​ຂ້າງ​ກັບ​
ຝ່າຍ​ໃດແລະ​ພວກ​ຄົນ​ກາງ​ທັງ​ໝົດ​ຄວນ​ຈະ​ເຂົ້າ​ໃຈ​ເລື້ອງ​ນີ້.


ມີ​ຫຼັກ​ຖານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພະຍາດ​ໂປ​ລິ​ໂອຈາກ​ປາ​ກິ​ສຖານ ​ໄດ້​ແຜ່ລາມ
​ອອກ​ໄປ​ຮອດ​ອີ​ຈິບ​ແລະ​ອິສຣາ​ແອ​ລ. ບັດ​ນີ້​ໝົດ​ສູ​ຄົນ​ຢູ່​ນີ້ ຮວມທັງ​ພວກ​ຜູ້​ໃຫຍ່
ຈະ​ຕ້ອງ​ໄດ້​ສັກ​ຢາ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ ​ໃນ​ຂະນະ​ທີ່​ຄວາມ​ພະຍາຍາມ​ຂອງ
​ໂລກ​ເພື່ອ​ກວາດ​ລ້າງ​ພະຍາດ​ນີ້​ໃຫ້​ໝົດ​ໄປ ​ເພ່ງ​ເລັງ​ໃສ່​ບ່ອນ​ທີ່​ຍັງ​ເຫຼືອບໍ່​ເທົ່າ​ໃດ
​ບ່ອນທີ່​ພະຍາດ​ໂປ​ລິ​ໂອ​ຍັງ​ແຜ່​ລາມ​ໄປ​ຢູ່​ນັ້ນ.
XS
SM
MD
LG