ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ໄວ້ອາໄລນຳ ພວກທີ່ເສຍຊີວິດ ໃນການໂຈມຕີສະຫຼະຊີບ ທີ່ໂບດຄຣິສຕຽນ


ຊາວຄຣິສຕຽນໃນປາກິສຖານ ພາກັນໄວ້ອາໄລນຳພວກທີ່ເສຍ
ຊີວິດ ໃນການໂຈມຕີຂອງກຸ່ມຕາລີບັນ ຕໍ່ໂບດຄຣິສຕຽນ ທີ່ເມືອງ
Lahore, ວັນທີ 16 ມີນາ 2015.
ຊາວຄຣິສຕຽນໃນປາກິສຖານ ພາກັນໄວ້ອາໄລນຳພວກທີ່ເສຍ ຊີວິດ ໃນການໂຈມຕີຂອງກຸ່ມຕາລີບັນ ຕໍ່ໂບດຄຣິສຕຽນ ທີ່ເມືອງ Lahore, ວັນທີ 16 ມີນາ 2015.

ທີ່​ປາ​ກິ​ສຖານ ຊາວ​ຄຣິສຕຽນໃນ​ທົ່ວ​ປະ​ເທດ ພາກັນ​ໄວ້ອາ​ໄລ
ໃນ​ວັນ​ຈັນ​ມື້​ນີ້ ນຶ່ງ​ມື້​ຫຼັງ​ຈາກ​ຜູ້ໂຈມ​ຕີ​ສະຫຼະ​ຊີບ​ສອງ​ຄົນ ລະ​ເບີດ
​ໂຕ​ຕາຍ​ຢູ່​ນອກ​ໂບດຄຣິສຕຽນ​ສອງ​ແຫ່ງ​ໃນ​ເມືອງ Lahore ທີ່
​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ 15 ຄົນ ຮວມທັງ​ເດັກນ້ອຍ​ຜູ້ຊາຍຄົນ​ນຶ່ງ
ອາຍຸ 9 ຂວບ.

ພວກ​ໂຮງຮຽນ​ຄຣິສຕຽນ​ຕ່າງ​ໆ​ໃນ​ປາ​ກິ​ສຖານ ປິດ​ໃນ​ວັນ​ຈັນ​ມື້​ນີ້
​ເພື່ອ​ທຳ​ພິທີ​ສົ່ງສະການ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ເສຍ​ຊີວິດ​ໄປ​ນັ້ນ.

ມີ 70 ຄົນ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ການ​ໂຈມ​ຕີ​ເມື່ອ​ວັນ​ອາທິດ​ວານ​ນີ້
ເວລາ​ມື​ປືນ​ສອງ​ຄົນ ພະຍາຍາມ​ຍິງ​ປືນ​ບຸກ​ເຂົ້າ​ໄປ​ໃນ​ໂບດ​ເຫຼົ່າ​
ນັ້ນ​ໃນ​ລະຫວ່າງ​ການ​ທຳ​ພິທີ​ທາງ​ສາສະໜາ ​ໃນ​ຄຸ້ມ Youhanabadທີ່​ປະຊາຊົນ​ສ່ວນ​ຫຼາຍ​ເປັນ​ຊາວ​ຄຣິສຕຽນ​ໃນ​ເຂດ​ຊານ​ເມືອງ Lahore.

ເວລາ​ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ຢຸດ​ພວກ​ມື​ປືນ​ຢູ່ທາ​ງ​ເຂົ້າ​ໂບດ ພວກເຂົາ​ກໍກົດ​ປຸ່ມຂະ​ນວນ​ລະ​ເບີດ​ຂອງ​ພວກ​ເຂົາ.

ແຜນທີ່ເມືອງ ລາຮໍ
ແຜນທີ່ເມືອງ ລາຮໍ

ກຸ່ມ​ຫົວ​ຮຸນ​ແຮງ​ກຸ່ມ​ນຶ່ງ​ທີ່​ເປັນ​ພັນທະ​ມິດ​ກັບ​ກຸ່ມ​ຕາ​ລີ​ບັນ​
ປາກິ​ສຖານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ
​ຕີ​ຄັ້ງ​ນີ້.

ພວກ ​ຊາວ​ຄຣິສຕຽນ​ໃນ​ຫຼາຍ​ຫົວ​ເມືອງ ຮວມທັງ​ເມືອງ
Lahore ພາກັນ​ເດີນ​ຂະ​ບວນຢູ່​ຕາມ​ຖະໜົນ​ໃນ​ວັນ​ຈັນ​ມື້​ນີ້
ຄືກັນ​ກັບ​ຈຳນວນ​ນຶ່ງ​ໄດ້ ພາກັນເດີນ​ຂະ​ບວນໃນ​ວັນ​ອາທິດ​
ວານ​ນີ້ ​ເພື່ອປະ​ທ້ວງ​ຕໍ່​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ​ເ​ປັນ​ຄວາມ
​ລົ້ມ​ແຫຼວ​ຂອງ​ເຈົ້າ​ໜ້າ​ທີ່ ທີ່​ບໍ່​ສາມາດ​ປົກປ້ອງ​ເຂົາ​ເຈົ້າ.

ປະຊາຊົນ​ຈຳນວນ​ເກືອ​ບນຶ່ງ​ລ້ານ​ຄົນ​ອາ​ໄສ​ຢູ່​ໃນ​ຄຸ້ມ Youhanabad ຊຶ່ງ​ເປັນ​ບ່ອນຢູ່​ອາ​
ໄສ​ໃຫຍ່​ທີ່​ສຸດ​ຂອງ​ຊາວ​ຄຣິສຕຽນ ຊົນ​ກຸ່ມ​ນ້ອຍ​ໃນປາ​ກິ​ສຖານ.

Pakistan Blasts
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG