ປາກິສຖານ ເລີ້ມໄວ້ອາໄລເປັນເວລາສາມມື້ໃຫ້ແກ່ພວກເຄາະ
ຮ້າຍ ຫລັງຈາກພວກຫົວຮຸນແຮງທາລິບານ ໄດ້ໂຈມຕີໂຮງຮຽນ
ແຫ່ງນຶ່ງໃນເມືອງ Peshawar ທີ່ເຮັດໃຫ້ມີຜູ້ເສຍຊີວິດ 141 ຄົນ
ເກືອບທັງໝົດເປັນນັກຮຽນ.
ບາງຄອບຄົວ ໄດ້ພາກັນຝັງສົບຜູ້ເຄາະຮ້າຍ ບໍ່ພໍເທົ່າໃດຊົ່ວ
ໂມງຕໍ່ມາຫລັງຈາກການໂຈມຕີໄດ້ຍຸດຕິລົງ ໃນຂະນະທີ່ພິທີສົ່ງ
ສະການ ໃຫ້ພວກເຄາະຮ້າຍອີກຈຳ ນວນນຶ່ງ ກຳລັງດຳເນີນກັນ
ໃນວັນພຸດມື້ນີ້.
ໃນຂະນະດຽວກັນ ນາຍົກລັດຖະມົນຕີ Nawaz Shariff ໄດ້ໃຫ້
ການອະນຸມັດ ຕໍ່ການຍົກເລີກການໂຈະການນຳໃຊ້ໂທດປະຫານຊີວິດ ເປັນການຊົ່ວຄາວ
ໃນຄະ ດີພວກກໍ່ການຮ້າຍ. ປາກິສຖານໄດ້ປະຫານຊີວິດນັກໂທດແຕ່ພຽງຄົນດຽວເທົ່າ
ນັ້ນນັບຕັ້ງແຕ່ໄດ້ມີການໂຈະການນຳໃຊ້ໂທດປະຫານຊີວິດ ທີ່ມີຜົນບັງຄັບໃຊ້ໃນປີ 2008.
ທ່ານ Sharif ຍັງໄດ້ໃຫ້ຄຳໝັ້ນສັນຍາຫລັງຈາກການໂຈມຕີໃນວັນອັງຄານວານ ນີ້ທີ່ຈະ
ທຳການບຸກໂຈມຕີທາງທະຫານຕໍ່ພວກຫົວຮຸນແຮງ ໂດຍກ່າວວ່າ ປາກິສຖານ ຈະແກ້
ແຄ້ນໃຫ້ແກ່ "ທຸກໆຢົດເລືອດ” ຂອງພວກເດັກນ້ອຍທີ່ສູນເສຍໄປ.
ພວກທາລິບານໃນປາກິສຖານ ກ່າວວ່າ ການໂຈມຕີໂຮງຮຽນກຫຼວງ ແລະວິທະຍາໄລທີ່ບໍລິຫານງານໂດຍທະຫານນັ້ນ ແມ່ນເພື່ອເປັນການຕອບໂຕ້ຕໍ່ການທີ່ທະຫານ ໄດ້ບຸກເຂົ້າ
ໄປໂຈມຕີພວກກະບົດ ຢູ່ເຂດຊົນເຜົ່າທາງພາກຕາເວັນຕົກສຽງເໜືອຂອງປະເທດ ໃກ້ກັບ
|ຊາຍແດນອັຟການິສຖານ.
ໂລກໄດ້ປະນາມ ອັນທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮ້ອງວ່າ ການປະພຶດທີ່ “
ຊົ່ວຊ້າ ແລະປ່າເຖື່ອນ” ຂອງການກໍ່ການຮ້າຍຕໍ່ເດັກນ້ອຍ.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon ກ່າວວ່າ ພວກຫົວຮຸນແຮງ
ສະແດງໃຫ້ເຫັນເຖິງຄວາມຂີ້ຂາດຕາຂາວແລະ “ບໍ່ມີເຫດຜົນໃດໆທີ່ສາມາດໃຫ້ການ
ອະທິບາຍເພື່ອເປັນການແກ້ໂຕໄດ້ຕໍ່ການກະທຳທີ່ໂຫດຮ້າຍດັ່ງກ່າວ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ສະແດງຄວາມເສົ້າສະຫລົດ
ໃຈ ໂດຍທາງໂທລະສັບ ຕໍ່ນາຍົກລັດຖະມົນຕີ Nawaz Sharif ໂດຍກ່າວວ່າ ສະຫະລັດ
ແມ່ນມີຄວາມເປັນນໍ້າ ນຶ່ງໃຈດຽວ ແລະໃຫ້ການສະໜັບ ສະໜຸນຕໍ່ປາກິສຖານ ໃນການຕໍ່
ສູ້ກັບການກໍ່ການຮ້າຍ.
ບັນດາເຈົ້າໜ້າທີ່ ກ່າວວ່າ ການໂຈມຕີເລີ້ມຂື້ນ ເວລາພວກຫົວຮຸນແຮງເຈັດຄົນ ນໍາ ເອົາ
ລູກປືນ ແລະລະເບີດ ໃຊ້ຂັ້ນໃດປິນຂ້າມກຳແພງເຂົ້າໄປທາງຫລັງໂຮງ ຮຽນທີ່ມີນັກຮຽນ
ແລະພະນັກງານຢູ່ຫລາຍກວ່າ 1,000 ຄົນ. ເວລາເຂົາເຈົ້າໄດ້ເຂົ້າໄປເຖິງບ່ອນເຕົ້າໂຮມ
ຂອງນັກຮຽນ ທີ່ແອອັດກັນຢູ່ໃນຫ້ອງປະຊຸມໃຫຍ່ແລ້ວ ເຂົາເຈົ້າກໍເລີ້ມເປີດສາກລະດົມ
ຍິງເຂົ້າໃສ່.
ຈາກນັ້ນ ບັນດາຜູ້ເຫັນເຫດການ ກ່າວວ່າ ພວກໂຈມຕີ ໄດ້ຍ້າຍຈາກຫ້ອງຮຽນນຶ່ງໄປຫາ
ອີກຫ້ອງຮຽນນຶ່ງ ໂດຍໄດ້ສັງຫານທຸກໆຄົນທີ່ເຂົາເຈົ້າສາມາດພົບເຫັນ. ພວກຫົວຮຸນແຮງ
ຍັງໄດ້ຍິງພວກເດັກນ້ອຍ 121 ຄົນ ແລະພະນັກງານອີກສາມຄົນ ບາດເຈັບ.