ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Sharif ​ປະຕິຍານ​ວ່າ ​ຈະ​ປາບ​ປາມ ​ພວກ​ກໍ່​ການ​ຮ້າຍ ທີ່ໂຈມຕີ ຢູ່ນະຄອນ Lahore


VOA60 World 03-28- Bombing targeting Christians kills kills at least 65 in Pakistan
please wait

No media source currently available

0:00 0:01:00 0:00

ການໂຈມຕີຊາວຄຣິສ ທີ່ປາກິສຖານ

ນາຍົກລັດຖະມົນຕີປາກິສຖານ ທ່ານ Nawaz Sharif ​ໄດ້​ປະຕິ
ຍານຕົນ​ວ່າ ​ຈະເພີ້ມທະວີການ​ປະຕິບັດ​ງານ​ປາບ​ປາມ​ພວກ​ກໍ່​ການ
​ຮ້າຍ ຫລັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະລະ​ຊີບ​ທີ່​ຮ້າຍ​ແຮງ
ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ຢູ່​ນະຄອນ Lahore ທາງ​ພາກ​ຕາ​ເວັນ
​ອອກ​ຂອງ​ປະ​ເທດ ທີ່​ແນ​ເປົ້າ​ໝາຍໃສ່ພວກ​ທີ່​ນັບຖື​ສາສະໜາ​ຄຣິສ
ທີ່​ມີ​ຢ່າງ​ນ້ອຍ 72 ຄົນ​ເສຍ​ຊີວິດ ຊຶ່ງ​ຮວມມີ ພວກ​ເດັກນ້ອຍ 30 ຄົນ
​ແລະ​ບາດ​ເຈັບອີກ 300 ຄົນ ​ໃນ​ສວນສາທາລະນະທີ່​ແອ ອັດ​ໄປ
​ດ້ວຍ​ຜູ້​ຄົນ​ແຫ່ງ​ນຶ່ງ.

ທ່ານ Sharif ​ໄດ້ກ່າວ​ໃນ​ຄຳ​ປາ​ໄສ​ ທາງ​ໂທລະພາບ​ຕໍ່​ປະ​ເທດ
​ຊາດ ໃນ​ວັນ​ຈັນ​ວານ​ນີ້ ວ່າ “ຂ້າພະ​ເຈົ້າ​ຮູ້​ດີ​ວ່າ ​ພວກ​ກໍ່​ການ
​ຮ້າຍ​ ​ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ສະຖານ​ທີ່​ບອບ​ບາງ​ເຊັ່ນສະ ຖານທີ່​ແລະສວນສາທາລະນະ ຊຶ່ງ​ໄດ້​ສັງຫານປະຊາຊົນ​ຜູ້​ບໍລິສຸດ ທີ່ພວມ​ສິ້ນຫວັງຍ້ອນ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້ກີດ​ກັນ​ພວກ​ເຂົາ​ເຈົ້າ​ບໍ່​ໃຫ້ມີ​ບ່ອນ​ລີ້ຊ່ອນ​ ສະຖານ​ທີ່​ຝຶກແອບຕ່າງໆ​ແລະໂຄງ​ລ່າງ​ພື້ນຖານ.”
ທ່ານ​ຍັງ​ໄດ້​ປະຕິຍານ​ຕົນ​ວ່າ ​ເປົ້າ​ໝາຍ​ນັ້ນ​ແມ່ນ​ການກຳຈັດ​ໃຫ້​ສິ້ນຊາກ​“ພວກ​ກໍ່​ການ​ຮ້າຍເຫລົ່າ​ນີ້” ​ແລະ​ຈະ​ບໍ່ຢັບຢັ້ງໃດໆ​ຕໍ່​ການ​ໂຈມ​ຕີນີ້.

ສະມາຊິກຄອບຄົວຫ້ອງໄຫ້ເສຍໃຈ ນຳການຈາກໄປຂອງຍາດພີ່ນ້ອງ ທີ່ຖືກສັງຫານໃນການໂຈມຕີ ຂ້າງນອກສວນສາທາລະນະໃນວັນອາທິດ ໃນງານຊາປະນະກິດສົບ ທີ່ນະຄອນ Lahore, ປາກິສຖານ, 28 ມີນາ, 2016.
ສະມາຊິກຄອບຄົວຫ້ອງໄຫ້ເສຍໃຈ ນຳການຈາກໄປຂອງຍາດພີ່ນ້ອງ ທີ່ຖືກສັງຫານໃນການໂຈມຕີ ຂ້າງນອກສວນສາທາລະນະໃນວັນອາທິດ ໃນງານຊາປະນະກິດສົບ ທີ່ນະຄອນ Lahore, ປາກິສຖານ, 28 ມີນາ, 2016.

​ໂຄສົກ​ຂອງ​ກອງທັບ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ໜ່ວຍ​ຮັກສາ​ຄວາມ​ປອດ​ໄພທັງຫຼາຍ​ ​ໄດ້​ປະຕິບັດ​ງານ​ຫຼາຍໆ​ຄັ້ງ ອີງຕາມຂໍ້​ມູນແລະ​ການ​ຈັບ​ກຸ​ມ​ໃນ​ຂັ້ນຕົ້ນ “ພວກທີ່​ຕ້ອງ​ສົງ​ໄສ​ເປັນ​ຜູ້ກໍ່​ການ​ຮ້າຍແລະ​ພວກ​ທີ່​ອຳນວຍ​ຄວາມ​ສະດວກຫຼາຍ​ຄົນ” ຈາກ​ຂົງ​ເຂດໃນເມືອງ​ຫຼວງ​ຂອງແຂວງ ​ແລະ​ອີກ 2 ​ເມືອງ ຄື​ເມືອງ Multan ​ແລະ Faisalabad ຂອງ​ເ​ເຂ​ວງ Punjap ຊຶ່ງ​ເປັນ​ແຂວງ​ທີ່​ມີ​ພົນລະ​ເມືອງ​ຫຼາຍທີ່​ສຸດ​ຂອງ​ປະ​ເທດນັ້ນ. ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ້​ມ ຕື່ມ​ແຕ່​ຢ່າງ​ໃດ.

ໂຄສົກ​ຂອງກຸ່ມ Jamaatul Ahrar ທີ່​ແຍ​ກຕົວ​ເອງ ​ອອກ​ຈາກ​ກຸ່ມ​ຕາ​ລີ​ບານປາ​ກິ​ສຖານ
ນັ້ນ ​ໄດ້ອອກມາອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ຊຶ່ງ​ໄດ້​ກ່າວ​ວ່າ ​ເປັນ​ການ​ໂຈມ​ຕີ​ຕໍ່​ຊາວ​ຄຣິສ.

ນາຍົກລັດຖະມົນຕີ Sharif ໄດ້​ໄປ​ຢ້ຽມຢາມ​ນະຄອນ Lahor ​ໃນ​ຕອນ​ເຊົ້າຂອງ​ວັນ​ຈັນ
​ວາ​ນນີ້ບ່ອນ​ທີ່ີທ່ານ​ໄດ້​ເປັນ​ປະທານ​ຂອງ​ກອງ​ປະຊຸ​ມບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຝ່າຍ​ພົນ
ລະ​ເຮືອນ​ແລະເຈົ້າໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ. ນາຍົກລັດຖະມົນຕີຍັງ​ໄດ້​ໄປ​ຢ້ຽມຢາມ​ໂຮງພະຍາບານ ບ່ອນ​ທີ່​ພວກ​ເຄາະ​ຮ້າຍ​ໄດ້​ຮັກສາ​ຕົວ​ນັ້ນ.

​ໃນ​ເວລາຕໍ່​ມາ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຖະ​ແຫຼ​ງວ່າ ທ່ານ Sharif ​ ​ໄດ້ຍົກ​ເລີກ​ແຜນ ການເດີນທາງຂອງ​ທ່ານ ​ໃນ​ການ​ມາ​ຢ້ຽມຢາມ​ນະຄອນຫຼວງ​ວໍ​ຊີງ​ຕັນ ເພື່ອ​ເຂົ້າ​ຮ່ວມກອງ​ປະ ຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ຄວາມ​ປອດ​ໄພດ້ານນິວ​ເຄລຍ ​ໃນ​ສັບປະດາ​ນີ້ ຍ້ອນ​ມີ​ການ​ໂຈມ​ຕີ​ທີ່​ນະຄອນ Lahore ນັ້ນ.


ເຊີນຊົມ: ພາບວີດີໂອຈາກການໂຈມຕີໃນນະຄອນ Lahore

Pakistan Mourns Deadly Easter Bombing Victims
please wait

No media source currently available

0:00 0:00:42 0:00

XS
SM
MD
LG