ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາກິສຖານ ໄວ້ອາໄລ ໃຫ້ນັກສຶກສາ 21 ຄົນ ທີ່ເສຍຊີວິດ ໃນມະຫາວິທະຍາໄລ Bacha Khan


Pakistan Attack
please wait
Embed

No media source currently available

0:00 0:02:00 0:00

ປາ​ກິ​ສຖານ​ທຳ​ການ​ໄວ້ອາ​ໄລ​ນຶ່ງ​ມື້ ​ໃນວັນພະຫັດ​ມື້ ຫຼັງ​ຈາກ​ທີ່
​ໄດ້​ມີ​ການ​ໂຈມ​ຕີ​ດ້ວຍອາວຸດ​ປືນ​ແລະ​ລະ​ເບີດ​ຢູ່ທີ່​ມະຫາວິທະ
ຍາ​ໄລ ຊຶ່ງ​ໄດ້​ສັງຫານ 21 ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍ​ສິບ​ຄົນ.

ນາຍົກລັດຖະມົນຕີປາ​ກິ​ສຖານ ທ່ານ Nawaz Sharif ໄດ້ປະ
ກາດກ່ຽວ​ກັບການ​ໄວ້ອາ​ໄລ​ ເພື່ອ​ສະ​ແດງໃຫ້​ເຫັນເຖິງຄວາມ
​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ​ໃນ​ການ​ໄວ້ອາ​ໄລ ໃຫ້​ແກ່ ​ພວກ​ເຄາະ​
ຮ້າຍເສຍ​ຊີວິດ ​ເວລາ​ກຸ່ມ​ກໍ່​ການ​ຮ້າຍ 4 ຄົນ ​ໄດ້​ບຸກເຂົ້າ​ໄປ​ໃນ
​ມະຫາວິທະຍາ​ໄລ Bacha Khan ​ໃນ​ເມືອງ Charsadda ​ເມື່ອ​ວັນ​ພຸດ​ວານ​ນີ້.


ຈຳນວນພວກນັກ​ສຶກສາທີ່ເສຍ​ຊີວິດ​ໄດ້​ເພີ້​ມຂຶ້ນ​ເປັນ 21 ຄົນ ​ພາຍໃນ​ເວລາຂ້າມ​ຄືນ ​ເມື່ອນຶ່ງ​ໃນຈຳນວນພວກ​ນັກ​ສຶກສາ 19 ຄົນ ໄດ້​ຖືກ​ສັງຫານພ້ອມ​ກັບພະນັກງານ​ຂອງ​ມະຫາວິ​ທະ​ຍາ​ໄລສອງ​ຄົນ. ​ໂຄ​ສົກ​ກອງທັບ​ປາ​ກິ​ສຖານ ທ່ານ Asim Bajwa ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ກຳລັງທະຫານ ທີ່​ຮວມທັງໜ່ວຍ​ກ້າ​ຕາຍ​ຂອງ​ກອງທັບ​ບົກ​ໄດ້​ຍິງ​ສັງຫານ​ພວກ​ໂຈມ​ຕີ​ທັງ 4 ຄົນ ​ແລະ​ທຳ​ການ​ກວດຄົ້ນ​ຢ່າງ​ລະອຽດເປັນ​ເຂດໆ​ໄປ ໃນ​ການ​ປະຕິບັດ​ງານ ກວດ​ລ້າງ​ຢູ່​ໃນ​ບໍລິ​ເວນມະຫາວິທະຍາ​ໄລ​ທັງ​ໝົດ.

ຮອງຜູ້​ບັນຊາ​ການຕຳຫຼວດ​ຂອງ​ຂົງ​ເຂດ ທ່ານ Saeed Wazir Khan ​ໄດ້​ກ່າວ​ວ່າ ມີ​ຢ່າງ​ນ້ອຍ 2​ ຄົນ ທີ່​ເປັນ​ພວກ​ວາງ​ລະ​ເບີດ​ສະລະ​ຊີບ ​ຮວມຢູ່​ໃນ​ພວກ​ໂຈມ​ຕີ​ນີ້.

Gunmen Storm a University in NW Pakistan
please wait

No media source currently available

0:00 0:02:05 0:00


ທ່ານ Mohammad Khorasani ໂຄສົກ​ຂອງ​ກຸ່ມ​ຕາ​ລີ​ບານໃນ​ປາ​ກິ​ສຖານ ກ່າວ​ວ່າ ກຸ່ມ​ຂອງຕົນ​ບໍ່​ໄດ້​ກ່ຽວຂ້ອງ​ ກັບ​ການ​ໂຈມ​ຕີ​ທີ່​ມະຫາວິທພຍາ​ໄລ​ດັ່ງກ່າວ ​ແຕ່​ຢ່າງ​ໃດ ແລະ​ຍັງ​ກ່າວ​ເພີ້​ມຕື່ມ​ວ່າ ສະ​ຖາ​ບັນ​ທີ່​ບໍ່​ແມ່ນ​ການ​ທະຫານ​ແລ້ວ​ນັ້ນ ​ແມ່ນ​ບໍ່​ໄດ້​ຢູ່​ໃນ​ລາຍ​ຊື່​ຂອງ​ເປົ້າ​ໝາຍ​ຂອງ​ພວກ​ຕົນ. ​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ທີ່​ໄດ້​ສົ່ງ​ໄປ​ໃຫ້ VOA ທ່ານ Khorasani ​ໄດ້​ປະກາດ​ວ່າ ການ​ໂຈມ​ຕີໃນ​ວັນ​ພຸດ​ວານ​ນີ້ ​ແມ່ນເປັນ​ການ​ໂຈມ​ຕີ​ຕໍ່ “ກົດໝາຍ Sharia ຂອງອິສລາມ​.”

ກ່ອນ​ໜ້າ​ນີ້ ຜູ້​ບັນ​ຊາ​ການ​ທ້ອງ​ຖິ່ນຂອງຕາ​ລິ​ບານ ໄດ້​ກ່າວ​ວ່າ ຕົນໄດ້​ສົ່ງພວກ​ໂຈມ​ຕີ 4 ຄົນ​ໄປ​ຍັງ​ມະຫາ​ວິທະຍາ​ໄລ ​ແຕ່​ຍັງບໍ່​ທັນ​ມີ​ການ​ອະທິບາຍ​ໃດໆ​ກ່ຽວ​ກັບ​ການ​ກ່າວ​ອ້າງ​ທີ່​ມີ
ການ​ຂັດ​ແຍ້​ງກັນ​ນັ້ນ.

XS
SM
MD
LG