ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ໄວ້ອາໄລ ແກ່ ຜູ້ເສຍຊີວິດ 7 ຄົນ ໃນເຫດ ເຮລິຄອບເຕີ້ຕົກ


ທະຫານກອງທັບປາກິສຖານ ແບກຫີບສົບ ຂອງພວກເຄາະຮ້າຍ ໃນເຫດເຮລິຄອບເຕີ້ຕົກ ທີ່ປົກຄຸມດ້ວຍທຸງຊາດປະເທດເຂົາເຈົ້າ ລົງໄວ້ ຢູ່ທີ່ຄ້າຍທະຫານອາກາດ Nur Khan ໃນນະຄອນຫລວງ Islamabad, ວັນທີ 9 ພຶດສະພາ 2015.
ທະຫານກອງທັບປາກິສຖານ ແບກຫີບສົບ ຂອງພວກເຄາະຮ້າຍ ໃນເຫດເຮລິຄອບເຕີ້ຕົກ ທີ່ປົກຄຸມດ້ວຍທຸງຊາດປະເທດເຂົາເຈົ້າ ລົງໄວ້ ຢູ່ທີ່ຄ້າຍທະຫານອາກາດ Nur Khan ໃນນະຄອນຫລວງ Islamabad, ວັນທີ 9 ພຶດສະພາ 2015.

ວັນເສົາ​ມື້​ນີ້ ​ເປັນ​ວັນ​ໄວ້ອາ​ໄລ​ແຫ່ງ​ຊາດ ​ໃນ​ປາກິສຖານ ຫຼັງຈາກ
​ທີ່ເກີດ​ອຸບັດ​ເຫດ​ເຮ​ລິ​ຄອບ​ເຕີ້ລຳ​ໜຶ່ງຕົກ ໃນ​ວັນ​ສຸກ​ວານນີ້ ທີ່​ເຮັດ
​ໃຫ້​ມີ 7 ຄົນ ​ເສຍ​ຊີວິດ ລວມທັງ ​ເອກ​ອັກຄະ​ລັດຖະທູ​ດ ຟີ​ລິບ​ປິນ
​ແລະ ນໍ​ເວ ປະຈຳ​ປາ​ກິ​ສຖານ ​ແລະ ​ພັນ​ລະ​ຍາ​ຂອງເອກ​ອັກຄະ​-
ລັດຖະທູດ ມາ​ເລ​ເຊຍ ກັບ ອິນ​ໂດ​ເນ​ເຊຍ. ພະນັກງານ​ຈຸ​ບິນ 3 ຄົນ
ກໍ​ເສຍ​ຊີວິດ ເຊັ່ນ​ກັນ.

ບັນດາ​ເຈົ້າໜ້າ​ທີ່ກ່າວ​ວ່າ ​ເວລາ​ນີ້ ສົບ​ຂອງ​ພວກ​ກ່ຽວ ​ໄດ້​ຖືກ​ນຳ​
ໄປຍັງຄ້າຍ​ທະຫານ​ອາກາດ Nur Khan ​ໃນເມືອງ Rawalpindi ແລ້ວ.

​ເຈົ້າໜ້າ​ທີ່ກ່າວ​ອີກ​ວ່າ ​ມີ​ຢ່າງ​ນ້ອຍ 17 ຄົນ​ຢູ່ໃນເຮ​ລິ​ຄອບ​ເຕີ້ລຳ​ນັ້ນ ທີ່​ໄດ້ຕົກລົງ ຂະນະ​ທີ່​
ກຳລັງ​ຈະລົງ​ຈອດ ​ໃນ​ວັນ​ສຸກ​ວານ​ນີ້ ຢູ່ເຂດຮ່ອມ​ພູ Naltar ທາງ​ພາກ​ເໜືອ​ ຂອງ​ປາກິ​ສຖານ.

​ໂຄສົກ​ຂອງ​ກອງທັບປາ​ກິ​ສຖານ ພົນ​ຕີ Asim Bajwal ກ່າວ​ຜ່ານ​ທາງ Twitter ວ່າ ລວມຢູ່
​ໃນຈຳນວນ​ຜູ້ລອດ​ຊີວິດ ມີເອກ​ອັກຄະ​ລັດຖະທູດ ຈາກ ​ໂປ​ແລນ ​ແລະ ​ເນ​ເທີ​ແລນ.

ພວກ Taliban ​ໃນ​ປາ​ກິ​ສຖານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສຳ​ຫລັບ​ການ​ຕົກລົງ​ ຂອງ
​ເຮ​ລິ​ຄອບ​ເຕີ້​ລຳ​ນີ້ ​ໂດຍ​ກ່າວ​ວ່າ ຕົນ​ໄດ້​ແນເປົ້າ​ໝາຍ​ໃສ່ ນາຍົກລັດຖະມົນຕີ Nawaz Sharif.

​ແຕ່​ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ປາ​ກິ​ສຖາ​ນ ທ່ານ Khawaj Asif ກ່າວ​ວ່າ ການ​ຕົກລົງ​
ຂອງ​ເຮ​ລິ​ຄອບ​ເຕີ້​ນັ້ນ ​“ແທ້ໆແລ້ວ ແມ່ນ​ເກີດ​ຂຶ້ນ ຍ້ອນບັນຫາ​ທາງ​ເຕັກນິກ​ ​ແລະ ບໍ່​
ແມ່ນ​ເປັນ​ຍ້ອນ ການ​ກະທຳ​ໃດໆ ຂອງ​ພວກ​ກໍ່​ການ​ຮ້າຍ​ເລີຍ.”

Pakistan -Crash
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG