ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຈມຕີດ້ວຍລູກສອນໄຟ ຢູ່ປາກິສຖານ


ການໂຈມຕີດ້ວຍລູກສອນໄຟ ຢູ່ປາກິສຖານ
ການໂຈມຕີດ້ວຍລູກສອນໄຟ ຢູ່ປາກິສຖານ

ເຈົ້າໜ້າທີ່ປາກິສຖານກ່າວວ່າ ການໂຈມຕີທີ່ສົງໄສວ່າ ມາຈາກເຮືອບິນບໍ່ມີຄົນຂັບຂອງສະຫະລັດ ເຮັດໃຫ້ມີ ຜູ້ເສຍຊີວິດຢ່າງນ້ອຍ 6 ຄົນໃນເຂດພາກຕາເວັນຕົກ ສຽງເໜືອຂອງປະເທດ.

ເຈົ້າໜ້າທີ່ເວົ້າວ່າ ມີການຍິງລູກສອນໄຟ 4 ລູກ ໂຈມຕີ ເຮືອນຫຼັງນຶ່ງ ໃນວັນເສົາມື້ນີ້ ໃກ້ໆບ້ານ Datta Khel ໃນເຂດຊົນເຜົ່າ Waziristan ເໜືອ.

ບໍ່ເທົ່າໃດຊົ່ວໂມງຕໍ່ມາ ເຈົ້າໜ້າທີ່ລາຍງານວ່າ ໄດ້ມີການ ໂຈມຕີຮອບສອງ ຂອງເຮືອບິນບໍ່ມີຄົນຂັບ ຢູ່ໃນບໍລິເວນ ດຽວກັນ. ເວລານີ້ ຍັງບໍ່ທັນມີລາຍລະອຽດໃດໆ ກ່ຽວກັບ ການໂຈມຕີດັ່ງກ່າວ.

ການໂຈມຕີຂອງເຮືອບິນບໍ່ມີຄົນຂັບທີ່ວ່ານີ້ມີຂຶ້ນໃນຂະນະທີ່ພວມເກີດຄວາມເຄັ່ງຕຶງລະຫວ່າງ ອິສລາມາບັດ ແລະວໍຊິງຕັນ. ປາກິສຖານ ໄດ້ປິດເສັ້ນທາງລຳລຽງປັດໄຈ ທີ່ສຳຄັນສາຍນຶ່ງ ສຳລັບກອງກຳລັງຂອງອົງການເນໂຕ້ໃນອັຟການິສຖານ ໃນອັນທີ່ປາກົດວ່າເປັນການຕອບໂຕ້ ຕໍ່ການໂຈມຕີທາງອາກາດ ຂ້າມຊາຍແດນຂອງອົງການເນໂຕ້ ທີ່ປາກິສຖານເວົ້າວ່າ ໄດ້ສັງ ຫານທະຫານຂອງຕົນ 3 ຄົນນັ້ນ.

XS
SM
MD
LG