ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກກຸ່ມອາລກາຍດາ ຖືກຂ້າຕາຍໃນປາກິສຖານ


ພວກທີ່ໄດ້ຮັບບາດເຈັບຈາກການບິງດ້ວຍລູກສອນໄຟຂອງສະຫະລັດ
ພວກທີ່ໄດ້ຮັບບາດເຈັບຈາກການບິງດ້ວຍລູກສອນໄຟຂອງສະຫະລັດ

ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງປາກິສຖານກ່າວວ່າ
ການໂຈມຕີທີ່ສົງໄສວ່າ ມາຈາກເຮືອບິນບໍ່ມີຄົນຂັບຂອງ
ສະຫະລັດໄດ້ຍິງລູກສອນໄຟ 2 ລູກໃສ່ບໍລິເວນເຮືອນໃນ
ຄຸ້ມໆນຶ່ງ ທີ່ສົງໄສວ່າເປັນບ່ອນຫຼົບລີ້ຂອງພວກຫົວຮຸນ
ແຮງໃນເຂດຊົນ ເຜົ່າຂອງປາກິສຖານ ເຮັດໃຫ້ມີຜູ້ເສຍ
ຊີວິດຢ່າງນ້ອຍ 6 ຄົນ.

ເຈົ້າໜ້າທີ່ເວົ້າວ່າມີສະມາຊິກຂອງກຸ່ມກໍ່ການຮ້າຍອາລກາຍ
ດາຢ່າງນ້ອຍ 1 ຄົນ ຮວມຢູ່ໃນຈຳນວນພວກທີ່ເສຍຊີວິດ.

ເຈົ້າໜ້າທີ່ກ່າວວ່າ ການໂຈມຕີດ້ວຍລູກສອນໄຟ ໃນຕອນເຊົ້າຂອງວັນອັງຄານມື້ນີ້
ໄດ້ທຳລາຍເຮືອນທີ່ຕັ້ງຢູ່ໃກ້ໆເມືອງ WANA ຊຶ່ງເປັນຫົວເມືອງສຳຄັນໃນເຂດ ຊົນເຜົ່າ
WAZIRISTAN ໃຕ້ ໃກ້ໆບໍລິເວນຊາຍແດນທີ່ຕິດກັບອັຟການິສຖານ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາໄດ້ໃຊ້ເຮືອບິນບໍ່ມີຄົນຂັບໂຈມຕີເປົ້າໝາຍ
ຕ່າງໆທີ່ເປັນບ່ອນຫຼົບລີ້ຂອງກຸ່ມກໍ່ການຮ້າຍອາລກາຍດາແລະກຸ່ມຫົວ ຮຸນແຮງທາລີ
ບານໃນປາກິສຖານ ຊຶ່ງໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງລະຫວ່າງວໍຊິງຕັນແລະອິສລາມາບັດ.

ລັດຖະບານປາກິສຖານ ບໍ່ເຫັນພ້ອມກັບການໂຈມຕີເຫຼົ່ານີ້ໂດຍເວົ້າວ່າ ມັນເປັນ
ການລ່ວງລະເມີດຕໍ່ອະທິປະໄຕຂອງປາກິສຖານ.

XS
SM
MD
LG