ບັນດາເຈົ້າໜ້າທີ່ ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ
ກ່າວວ່າ ເຂົ້າເຈົ້າຍິນດີຕ້ອນຮັບຂໍ້ສະເໜີຂອງພວກທາລິບານໃນ
ປາກິສຖານ ທີ່ຢາກເຈລະຈາກັບລັດຖະບານ.
ຢູ່ໃນພາບຖ່າຍວີດີໂອ ທີ່ນຳເຜີຍແຜ່ຕໍ່ສື່ມວນຊົນນັ້ນ ຜູ້ນໍາຂອງ
ພວກທາລິບານໃນປາກິສຖານ ທ່ານ Hakimullah Mehsud
ກ່າວວ່າ ກຸ່ມຂອງທ່ານແມ່ນເປີດກວ້າງ ທີ່ຈະເຈລະຈາ ກັບລັດ
ຖະບານຖ້າຫາກວ່າປາກິສຖານຕັດຄວາມສໍາພັນກັບສະຫະລັດ.
ທ່ານ Mehsud ຍັງກ່າວອີກວ່າ ການຂໍຮ້ອງໃຫ້ພວກທາລິບານ
ປົດອາວຸດ ກ່ອນການເຈລະຈານັ້ນ ບໍ່ແມ່ນທາງເລືອກ ສຳລັບ
ເລື່ອງນີ້.
ໃນວັນສຸກວານນີ້ ລັດຖະມົນຕີຖະແຫລງຂ່າວ ຂອງແຂວງ Khyber-Pakhtunkhwa ທ່ານ Mian Iftikhar Hussain ກ່າວຕໍ່ວີໂອເອວ່າ ລັດຖະບານບໍ່ໄດ້ຮ້ອງຂໍໃຫ້ພວກທາລິບານ ປົດອາວຸດ ກ່ອນການເຈລະ ຈາ ທີ່ມີຄວາມໝາຍໃດໆ.
ທ່ານ Hussain ກ່າວວ່າ “ພວກເຮົາບໍ່ໄດ້ກ່າວເຖິງການຍອມມອບອາ ວຸດ. ສິ່ງທີ່ພວກເຮົາໄດ້ກ່າວກໍຄື ຄວາມຮຸນແຮງສາມາດບອກປະກາດ ເລີກໄດ້ ຊຶ່ງເປັນສິ່ງສໍາຄັນໃນການເຈລະຈາ. ພວກເຮົາຮູ້ດີກ່ຽວກັບປະເພນີຂອງພວກເຮົາ ແລະການຍິນຍອມມອບອາວຸດນັ້ນເປັນເລື່ອງຍາກ ແຕ່ການບອກປະຕິເສດຕໍ່ການກໍ່ຄວາມຮຸນແຮງນັ້ນ ແມ່ນສອດຄ່ອງກັບປະເພີນີ.
ລັດຖະມົນຕີຖະແຫລງຂ່າວກ່າວວ່າ ບັດນີ້ມັນຂື້ນຢູ່ນໍາພວກທາລິບານທີ່ ຈະປະກອບຄະນະເຈລະຈາໂດຍມີອຳນາດໃນການເຈລະຈາສັນຕິພາບ. ທ່ານ Hussain ກ່າວຕໍ່ວີໂອເອ ວ່າ “ພວກເຮົາຕຽມພ້ອມແລ້ວທີ່ຈະຊ່ວຍລັດຖະບານກາງ ຖ້າຫາກຖືກຂໍ້ຮ້ອງໃຫ້ຊ່ວຍເຫລືອ ເພື່ອເຈລະຈາ ກັບພວກທາລິບານ. ພວກທາລິບານໄດ້ຖືກຕິຕຽນວ່າ ທໍາການໂຈມຕີຫລາຍຄັ້ງໃນແຂວງ Khyber-Pakhtunkhwa ແລະເຂດຊົນເຜົ່າອື່ນຂອງປາກິສຖານ.
ການໂຈມຕີດ້ວຍລະເບີດສະລະຊີບໃນວັນເສົາມື້ນີ້ທີ່ເມືອງ Peshawar ຊຶ່ງເປັນເມືອງຫຼວງຂອງແຂວງ ໄດ້ສັງຫານເກົ້າຄົນ ຮວມທັງລັດຖະມົນຕີຊັ້ນສູງຂອງແຂວງ. ຜູ້ວາງລະເບີດໄດ້ໂຈມຕີກອງປະຊຸມຂອງພັກ ແຫ່ງຊາດ Awami. ຮວມຢູ່ໃນຜູ້ເສຍຊີວິດນັ້ນມີ ທ່ານ Bashir AShmed Bilour ຊຶ່ງເປັນນໍ້າເບີສອງ ຢູ່ໃນຖັ້ນແຖວຂອງຫົວໜ້າລັດຖະ
ມົນຕີຂອງແຂວງ.
ສະຫະລັດ ໄດ້ທໍາການປະຕິບັດງານໂຈມຕີດ້ວຍເຮືອບິນທີ່ບໍ່ມີຄົນຂັບຫລາຍຄັ້ງ ຕໍ່ພວກທາລິບານ ແລະກຸ່ມທີ່ເປັນເຄືອຂ່າຍຂອງພວກກໍ່ ການຮ້າຍອາລໄຄດາ ຢູ່ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ. ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງປາກິສຖານ ກ່າວວ່າ ການໂຈມຕີຄັ້ງຫລ້າສຸດ ເກີດຂື້ນໃນວັນສຸກວານນີ້ ແລະໄດ້ສັງຫານຜູ້ຕ້ອງສົງໄສ ວ່າເປັນພວກຫົວຮຸນແຮງ 4 ຄົນ ໃນເຂດຊົນເຜົ່າ Waziristan ເໜືອ ໃກ້ໆຊາຍແດນອັຟການິສ ຖານ.
ປາກິສຖານ ໄດ້ປະນາມການໂຈມຕີດັ່ງກ່າວວ່າ ເປັນການລ່ວງລະເມີດຕໍ່ອະທິປະໄຕຂອງ
ປະເທດ. ບັນດາເຈົ້າໜ້າທີ່ສະຫະລັດ ຊຶ່ງບໍ່ເຄີຍກ່າວຢ່າງເປັນການເປີີດເຜີຍກ່ຽວກັບ
ການໂຈມຕີຂອງເຮືອບິນທີ່ບໍ່ມີຄົນຂັບນັ້ນ ເວົ້າວ່າ ມັນມີຄວາມຈໍາເປັນທີ່ສຸດໃນການຕ້ານ
ພວກກໍ່ການຮ້າຍ.