ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີ ປາກິສຖານ ລອດຊີວິດມາໄດ້ ຈາກການພະຍາຍາມ ລອບສັງຫານ


ທ່ານ ອາຊານ ອິກບາລ ລັດຖະມົນຕີ ກະຊວງພາຍໃນ ຂອງ
ປາກິສຖານ ກ່າວຕໍ່ສື່ມວນຊົນ ຢູ່ດ້ານນອກສານກວດສອບ
ຄວາມຮັບຜິດຊອບ ຢູ່ໃນນະຄອນຫຼວງ ອິສລາມາບັດ ຂອງ
ປາກິສຖານ, ວັນທີ 2 ຕຸລາ 2017.
ທ່ານ ອາຊານ ອິກບາລ ລັດຖະມົນຕີ ກະຊວງພາຍໃນ ຂອງ ປາກິສຖານ ກ່າວຕໍ່ສື່ມວນຊົນ ຢູ່ດ້ານນອກສານກວດສອບ ຄວາມຮັບຜິດຊອບ ຢູ່ໃນນະຄອນຫຼວງ ອິສລາມາບັດ ຂອງ ປາກິສຖານ, ວັນທີ 2 ຕຸລາ 2017.

ທ່ານ ອາຊານ ອິກບາລ ລັດຖະມົນຕີ ກະຊວງພາຍໃນ ຂອງປາກິສຖານ ລອດຊີວິດ
ມາໄດ້ ຈາກການພະຍາຍາມລອບສັງຫານ ໃນວັນອາທິດວານນີ້ ຢູ່ໃນແຂວງ ປູນຈາບ
ທາງພາກກາງຂອງປະເທດ.

ຕຳຫຼວດໄດ້ຢືນຢັນ ເຖິງການໂຈມຕີດັ່ງກ່າວ ແລະກ່າວວ່າ ທ່ານລັດຖະມົນຕີ ໄດ້ຖືກຍິງ
ບາດເຈັບດ້ວຍລູກປືນ ຢູ່ທີ່ບ່າໄລ່ເບື້ອງຂວາຂອງທ່ານ. ທ່ານອິກບາລ ໄດ້ຖືກນຳສົ່ງໄປ
ໂຮງໝໍ ທີ່ຢູ່ໃກ້ຄຽງ ຢ່າງວ່ອງໄວ ບ່ອນທີ່ພວກທ່ານໝໍ ໄດ້ບັນລະຍາຍເຖິງສະພາບການ
ຂອງທ່ານ ວ່າທຸ່ນທ່ຽງຢູ່. ຫຼັງຈາກນັ້ນ ທ່ານກໍໄດ້ຖືກນຳສົ່ງດ້ວຍເຮືອບິນ ໄປຍັງເມືອງເອກ
ລາຫໍຣ ຂອງແຂວງດັ່ງກ່າວ ເພື່ອປິ່ນປົວຕໍ່ໄປ.

ທ່ານອິກບາລ ຖືກຍິງສອງຄັ້ງ ໃນຂະນະທີ່ ທ່ານກຳລັງຈະຂຶ້ນລົດຂອງທ່ານ ຫຼັງຈາກທີ່
ໄດ້ເຂົ້າຮ່ວມ ກອງປະຊຸມກັບປະຊາຊົນ ຢູ່ໃນເມືອງ ນາໂຣວາລ ທີ່ເປັນບ້ານເກີດຂອງ
ທ່ານ.

ມືລອບສັງຫານດ່ຽວ ຜູ້ທີ່ເປັນພົນລະເມືອງທ້ອງຖິ່ນ ອາຍຸປະມານ 20 ກວ່າປີ ໄດ້ຖືກ
ຈັບກຸມ ແລະ ອາວຸດຂອງຜູ້ກ່ຽວ ສາມາດຍຶດໄດ້ ອີງຕາມເຈົ້າໜ້າທີ່ຕຳຫຼວດເມືອງ ທີ່ໄດ້ ກ່າວບອກ ບັນດານັກຂ່າວ.

ອີງຕາມການລາຍງານ ຜູ້ໂຈມຕີດັ່ງກ່າວ ໄດ້ບອກຕຳຫຼວດວ່າ ລາວໄດ້ຕັ້ງໃຈທີ່ຈະຂ້າ
ທ່ານອິກບາລ ຍ້ອນຄວາມຄິດເຫັນທີ່ແຕກຕ່າງກັນ ດ້ານສາສະໜາ ແລະ ການເມືອງ.

ເຫດການຂອງວັນອາທິດວານນີ້ ມີຂຶ້ນ ໃນຂະນະທີ່ພັກສັນນິບາດ ນາວາຊ ມຸສລິມ ຂອງ
ປາກິສຖານ ຫຼື ພັກ PML-N ຂອງທ່ານ ທີ່ປົກຄອງປະເທດໃນປັດຈຸບັນ ແມ່ນມີກຳນົດ
ຈະສຳເລັດພາລະກິດຂອງຕົນໃນທ້າຍເດືອນນີ້ ກ່ອນໜ້າ ທີ່ປະເທດຈະໄດ້ຖືກຈັດ
ການເລືອກຕັ້ງໃໝ່.

ນາຍົກລັດຖະມົນຕີ ຊາຮິດ ຄາການ ອາບາຊີ ໄດ້ປະນາມການໂຈມຕີດັ່ງກ່າວ ຢູ່ໃນ ຖະແຫລງການ ແລະ ໄດ້ຂໍໃຫ້ຕຳຫຼວດ ສົ່ງລາຍງານຂອງພວກເຂົາເຈົ້າ ກ່ຽວກັບ
ເຫດການ ໄປໃຫ້ທັນທີ.

ສະຫະລັດ ໄດ້ປະນາມ ການໂຈມຕີ ຕໍ່ລັດຖະມົນຕີ ຂອງປາກິສຖານ ນັ້ນນຳດ້ວຍ.
ທ່ານເດວິດ ແຮວລ ເອກອັກຄະລັດຖະທູດ ສະຫະລັດ ໄດ້ກ່າວສັ້ນໆ ໃນຖະແຫລງການ
ສະບັບນຶ່ງ ທີ່ແຈ້ງອອກໃຫ້ສື່ມວນຊົນ ວ່າ “ພວກເຮົາພາວະນາໃຫ້ທ່ານ ຟື້ນຕົວຄືນ
ໄວໆ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG