ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານທະຫານ ປາກິສຖານ ຕັດສິນໂທດ ປະຫານຊີວິດ ຫຼາຍກວ່າ 180 ຄັ້ງ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ


ທະຫານ ປາກິສຖານ ຄົນນຶ່ງຫ້າມສະມາຊິກຂອງສື່ມວນຊົນ ຢຸດຖ່າຍຮູບສານຕໍ່ຕ້ານລັດທິກໍ່ການຮ້າຍໃນເມືອງ ກາຣາຈີ, ປະເທດ ປາກິສຖານ. 12 ມີນາ, 2015.
ທະຫານ ປາກິສຖານ ຄົນນຶ່ງຫ້າມສະມາຊິກຂອງສື່ມວນຊົນ ຢຸດຖ່າຍຮູບສານຕໍ່ຕ້ານລັດທິກໍ່ການຮ້າຍໃນເມືອງ ກາຣາຈີ, ປະເທດ ປາກິສຖານ. 12 ມີນາ, 2015.

ນັບຕັ້ງແຕ່ການຄືນສິດຂອງເຂົາເຈົ້າໃນປີ 2015, ສານທະຫານໃນປະເທດ ປາກິສຖານ
ໄດ້ຕັດສິນປະຫານຊີວິດຜູ້ກະທຳຜິດ 186 ຄົນ ແລະ ໄດ້ອອກຄຳຕັດສິນສຳລັບຄະດີ
ຕ່າງໆ ທີ່ກ່ຽວຂ້ອງກັບລັດທິກໍ່ການຮ້າຍຫຼາຍກວ່າ 300 ຄະດີ, ອີງຕາມການກ່າວຂອງ
ກະຊວງປ້ອງກັນປະເທດເມື່ອສັບປະດາທີ່ຜ່ານມາ.

ຕົວເລກຕ່າງໆ ໄດ້ຖືກເປີດເຜີຍໂດຍກະຊວງ ຕາມຄຳຂໍຮ້ອງໂດຍສະພາຕໍ່າ ຂອງ
ປາກິສຖານ ກ່ຽວກັບ ສະຖານະພາບຂອງຄະດີ ທີ່ໄດ້ແລ້ວສຳເລັດ, ກຳລັງລໍຖ້າ ແລະ
ກຳລັງດຳເນີນຢູ່ໃນສານທະຫານ.

ສານທະຫານໄດ້ຖືກພິສູດວ່າ ເປັນບັນຫາລະຫວ່າງ ກອງທັບ ກັບ ອົງການພົນລະ
ເຮືອນຕ່າງໆຂອງ ປາກິສຖານ. ສານພົນລະເຮືອນ ໄດ້ມີຄວາມສົງໄສ ກ່ຽວກັບ ການ
ຄືນສິດໃຫ້ສານທະຫານ ໃນເມື່ອປະເທດມີລະບົບຍຸຕິທຳທີ່ປະຕິບັດການໄດ້ຜົນດີຢູ່
ແລ້ວ.

ຄັ້ງສຸດທ້າຍທີ່ປະເທດໄດ້ອາໄສສານທະຫານແມ່ນໃນທ້າຍຊຸມປີ 1970, ໃນລະຫວ່າງ
ການປົກຄອງຂອງທ່ານ ເຊຍ-ອູລ-ຮັກ "Zia-ul-Haq," ອະດີດຫົວໜ້າກອງທັບບົກທີ່
ໄດ້ກາຍເປັນປະທານາທິບໍດີຂອງປະເທດ. ນັບຕັ້ງແຕ່ນັ້ນມາ, ລັດຖະທຳມະນູນຂອງ
ປະເທດແມ່ນໄດ້ ກີດກັ້ນພົນລະເຮືອນຈາກການຖືກດຳເນີນຄະດີໃນສານທະຫານ.

ແນວໃດກໍຕາມ, ສິ່ງດັ່ງກ່າວນັ້ນແມ່ນໄດ້ຖືກປ່ຽນແປງໃນປີ 2015, ຫຼັງຈາກການໂຈມ
ຕີກໍ່ການຮ້າຍໃສ່ໂຮງຮຽນທີ່ກອງທັບເປັນເຈົ້າຂອງໃນເມືອງ ເພັສຊາວາ
"Peshawar," ເມືອງຫຼວງຂອງແຂວງ ໄຄເບີ ປັກຕຸນຄວາ "Khyber Pakhtunkhwa,"
ທີ່ສັງຫານປະຊາຊົນຢ່າງໜ້ອຍ 130 ຄົນ, ໃນນັ້ນສ່ວນໃຫຍ່ແມ່ນເດັກນ້ອຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG