ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ປາກິສຖານ 3 ຄົນ ຖືກຂ້າຕາຍ ຫລັງທໍາການໂຈມຕີ (ສະໄລດ໌)


ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ໄປເຖິງບ້ານ Pawaka ຢູ່ເຂດຊານ​ເມືອງ Peshawar ​ໃນວັນທີ 16 ທັນວາ, ເພື່ອບຸກຖະຫຼົ່ມຕ້ານ ພວກຫົວຮຸນແຮງຕາ​ລິ​ບານ ນຶ່ງມື້ຫຼັງຈາກ​ກຸ່ມ​​​ດັ່ງກ່າວໄດ້ບຸກ​ໂຈມ​ຕີ​ສະໜາມ​ບິນ​ຂອງ​ເມືອງ​ດັ່ງກ່າວ.
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ໄປເຖິງບ້ານ Pawaka ຢູ່ເຂດຊານ​ເມືອງ Peshawar ​ໃນວັນທີ 16 ທັນວາ, ເພື່ອບຸກຖະຫຼົ່ມຕ້ານ ພວກຫົວຮຸນແຮງຕາ​ລິ​ບານ ນຶ່ງມື້ຫຼັງຈາກ​ກຸ່ມ​​​ດັ່ງກ່າວໄດ້ບຸກ​ໂຈມ​ຕີ​ສະໜາມ​ບິນ​ຂອງ​ເມືອງ​ດັ່ງກ່າວ.
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໃນ​ເຂດ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​
ປາ​ກີ​ສຖານ ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ນຶ່ງ ​ທີ່​ເມືອງ
Peshawar ​ນຶ່ງມື້ຫຼັງຈາກ​ກຸ່ມ​ຕາ​ລິ​ບານ​ໄດ້​ບຸກ​ໂຈມ​ຕີ ​ສະໜາມ​
ບິນ​ຂອງ​ເມືອງ​ດັ່ງກ່າວ.

ທາງ​ການ​ປາ​ກີ​ສຖານ​ເວົ້າ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​
ບຸກຖະຫຼົ່ມຕຶກ​ແຫ່ງ​ນຶ່ງໃນ​ວັນ​ອາທິດ​ມື້​ນີ້ ຢູ່​ບໍລິ​ເວນ​ໃກ້​ສະໜາມ​ບິນ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ
5 ຄົນ ​ໄດ້​ເຂົ້າ​ໄປ​ລີ້​ຊ່ອນ​ໂຕ​ຢູ່ ຫຼັງຈາກທໍາ​ການ​ໂຈມ​ຕີ​ສະໜາມ​ບິນ​ເມື່ອ​ວັນ​ເສົາ​ວານ​ນີ້.

ທາງ​ການ​ເວົ້າ​ອີກ​ວ່າ ພວກຫົວ​ຮຸນ​ແຮງ​ສາມ​ຄົນ​ຖືກ​ຂ້າ​ຕາຍ ​ໃນ​ການ​ຍິງ​ຕໍ່ສູ້ກັນ​ກັບ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພໃນ​ວັນ​ອາທິດ​ມື​ນີ້ ​ໃນ​ຂະນະທີ່ອີກ​ສອງ​ຄົນໄດ້​ບີບ​ຂະ​ນວນ​ລະ​ເບີດ ​ທີ່​ຫ້າງ​ໄວ້​ໃນ​ເສື້ອ​ກັກ​ຂອງ​ພວກເຂົາ​ເພື່ອ​ຂ້າ​ໂຕ​ຕາຍ​ນັ້ນ.

ກ່ອນ​ໜ້າ​ນີ້ ​ເຈົ້າໜ້າ​ທີ່​ປາ​ກີ​ສຖານ​ເວົ້າ​ວ່າ ການ​ໂຈມຕີ​ສະໜາມ​ບິນ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ ເມື່ອ​ວັນ​ເສົາ​ວານ​ນີ້ ຍັງ​ຜົນ​ໃຫ້​ພົນລະ​ເຮືອນ​ເສຍ​ຊີວິດ​ໄປຢ່າງ​ໜ້ອຍ 4 ຄົນ ​ແລະ​ພວກ​ຫົວ​ຮຸນ​ແຮງ​ກໍ​ເສ​ຍຊີວິດ ຫ້າ​ຄົນ. ອີກ ຫຼາຍສິບ​ຄົນ​ໄດ້​ຮັບ​ບາດ​ເຈັບໃນເຫດການ​ດັ່ງກ່າວ ຊຶ່ງ​ພວກ​ຫົວ​ຮຸນ​ແຮງໄດ້ໂຈມ​ຕີ​ສະໜາມ​ບິນ​ເມືອງ Peshawa ດ້ວຍ​ຈະຫຼວດ ​ແລະ​ລະ​ເບີດ ຈາກ​ມື​ລະ​ເບີດ​ສະຫຼະຊີບຄົນ​ນຶ່ງ.

ກຸ່ມ​ຕາ​ລິ​ບານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ຕໍ່​ເຫດການ​ໂຈມ​ຕີ​ສະໜາມ​ບິນດັ່ງກ່າວ.

ປະມວນພາບການຕໍ່ສູ້ກັນລະຫວ່າງພວກຫົວຮຸນແຮງ ແລະທະຫານປາກິສຖານ:

XS
SM
MD
LG