ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກໍ່ການຮ້າຍ ຂ້າມຊາຍແດນ ອັຟການິສຖາ ເຂົ້າໄປໂຈມຕີ ໃນປາກິສຖານ


ແຜນທີ່ຂອງຂົງເຂດ ຊົນເຜົ່າ Mohmand ຂອງປາກິສຖານ
ແຜນທີ່ຂອງຂົງເຂດ ຊົນເຜົ່າ Mohmand ຂອງປາກິສຖານ

ປາກິສຖານ ກ່າວວ່າ ຄືນວານນີ້ “ພວກກໍ່ການຮ້າຍ” ໄດ້ໂຈມຕີ ຂ້າມມາຈາກຟາກຊາຍ
ແດນ ອັຟການິສຖານ ທີ່ໄດ້ສັງຫານພວກທະຫານຢ່າງນ້ອຍ 6 ຄົນ ຊຶ່ງປາກິສຖານໄດ້
ເນັ້ນຢ້ຳເຖິງ ການຮຽກຮ້ອງໃຫ້ກາບູລ ເສີມຂະຫຍາຍການຮັກສາຄວາມປອດໄພຢູ່ເບື້ອງ
ຂອງຕົນ ທີ່ສ່ວນໃຫຍ່ເປັນຂົງເຂດຊາຍແດນທີ່ຫວ່າງເປົ່າ.

ຖະແຫລງການສະບັບນຶ່ງຂອງທະຫານ ກ່າວວ່າ ໃນວັນຈັນມື້ນີ້ ພວກກໍ່ການຮ້າຍໄດ້ບຸກ
ຈູ່ໂຈມປ້ອມຍາມຊາຍແດນ 3 ແຫ່ງ ທີ່ເມືອງຊົນເຜົ່າ Mohamand ໃນບໍລິເວນໃກ້ຄຽງ
ກັບແຂວງ Kunar ທາງພາກຕາເວັນອອກ ຂອງອັຟການິສຖານ ທີ່ກໍ່ໃຫ້ເກີດມີການເສຍ
ຊີວິດຂອງພວກທະຫານ.

ຖະແຫລງການນັ້ນ ໄດ້ກ່າວຕື່ມວ່າ “ການມີໜ້າຢ່າງມີປະສິດທິຜົນ ການເຝົ້າຍາມ ແລະ
ຄວາມພະຍາຍາມ ຕອບໂຕ້ຕ້ານຢັນກັບພວກກໍ່ການຮ້າຍນັ້ນ”
ແລະ ໄດ້ຢືນຢັນວ່າ
ຢ່າງນ້ອຍພວກຄົນຮ້າຍ 10 ຄົນ ກໍໄດ້ຖືກຂ້າຕາຍ ໃນການຍິງຕອບໂຕ້ກັນ.

ກຸ່ມ Jammatul Ahrar ທີ່ແຍກໂຕອອກມາຈາກກຸ່ມຕາລີບານຂອງປາກິສຖານ ໄດ້ອ້າງ
ເອົາ ຄວາມຮັບຜິດຊອບ ສຳລັບອັນທີ່ຕົນອະທິບາຍວ່າ ການໂຈມຕີແບບບໍ່ທັນໄດ້ຕັ້ງໂຕ.
ກຸ່ມນີ້ ໄດ້ອ້າງວ່າ ການປະທະກັນນັ້ນ ໄດ້ເຮັດໃຫ້ນັກລົບຂອງຕົນ ພຽງ 6 ຄົນ ໄດ້ຮັບ
ບາດເຈັບ. ມັນເປັນໄປບໍ່ໄດ້ທີ່ຈະສາມາດຢັ້ງຢືນໄດ້ວ່າ ແມ່ນການກ່າວອ້າງຂອງພວກ ຫົວຮຸນແຮງ ຈາກແຫລ່ງຂ່າວອິດສະຫລະທັງຫຼາຍ.

ທະຫານປາກິສຖານ ໄດ້ຮຽກຮ້ອງໃຫ້ອັຟການິສຖານຈັດຕັ້ງ ມາດຕະການຮັກສາ
ຄວາມປອດໄພ ທີ່ “ເທົ່າທຽມກັນ ແລະ ມີປະສິດທິພາບ” ຢູ່ເບື້ອງຊາຍແດນຂອງຕົນ
ເພື່ອບໍ່ໃຫ້ພວກກໍ່ການຮ້າຍ “ເຄື່ອນໄຫວໄປມາໄດ້ຢ່າງເສລີ ແລະ ປະຕິບັດການຢູ່
ຕາມເຂດຊາຍແດນ.”

ຫຼັງຈາກນັ້ນ ກະຊວງການຕ່າງປະເທດ ປາກິສຖານ ກໍໄດ້ຮຽກໂຕຮອງຫົວໜ້າສະຖານທູດ
ຂອງອັຟການິສຖານປະຈຳ Islamabad ແລະ “ໄດ້ເລີ້ມຕົ້ນການປະທ້ວງຢ່າງແຂງຂັນ” ກ່ຽວກັບການບຸກຈູ່ໂຈມດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG