ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ປາ​ກິ​ສ​ຖານ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ໄດ້​ສັງ​ຫານ​ພວກ​ທະ​ຫານ 23 ຄົນ


ທະ​ຫານ​ຄົນ​ນຶ່ງ ພວມກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ ຢູ່​ບ່ອນ​ທີ່​ຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ ທີ່​ປ້ອມ​ຕຳ​ຫຼວດ ຢູ່ນອກ​ເມືອງ​ເດ​ຣາ ອິ​ສ​ແມ​ລ ຄານ ປະ​ເທດ​ປາ​ກິ​ສ​ຖານ ວັນ​ທີ 12 ທັນ​ວາ 2023.
ທະ​ຫານ​ຄົນ​ນຶ່ງ ພວມກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ ຢູ່​ບ່ອນ​ທີ່​ຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ ທີ່​ປ້ອມ​ຕຳ​ຫຼວດ ຢູ່ນອກ​ເມືອງ​ເດ​ຣາ ອິ​ສ​ແມ​ລ ຄານ ປະ​ເທດ​ປາ​ກິ​ສ​ຖານ ວັນ​ທີ 12 ທັນ​ວາ 2023.

ການ​ໂຈມ​ຕີ​ໃນ​ຕອນ​ເຊົ້າ​ມືດ​ຂອງພວກ​ຫົວ​ຮຸນ​ແຮງ​ ທີ່​ແຂວງ​ໄຄ​ເບີ ປັກ​ຕຸງຄວາ ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ຂອງ​ປາ​ກິ​ສ​ຖານ ໄດ້​ສັງ​ຫານ ພວກ​ທະ​ຫານ 23 ຄົນ ໃນ​ວັນ​ອັງ​ຄານ​ວານນີ້.

ການ​ໂຈມ​ຕີ​ດັ່ງ​ກ່າວ ​ມີ​ຂຶ້ນ​ທີ່​ບ້ານ​ດາ​ຣາ​ບານ (Daraban) ໃນ​ເຂດ​ສອກ​ຫຼີກ​ຫ່າງ​ໄກ ໃນ​ເມືອງ​ເດ​ຣາ ອິ​ສ​ແມ​ລ ຄານ ໃກ້​ກັບ​ເຂດ​ຊົນ​ເຜົ່າ ​ຂອງ​ປາ​ກິ​ສ​ຖານ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ອັ​ຟ​ກາ​ນິ​ສ​ຖານ.

ອົງ​ການ​ບໍ​ລິ​ການ​ຄວາມ​ສຳ​ພັນ​ສາ​ທາ​ລະ​ນະ ​ຫຼື ISPR ຊຶ່ງ​ເປັນ​ສື່ມວນ​ຊົນ ​ຂອງ ກອງ​ທັບ​ປາ​ກິ​ສ​ຖານ ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ. ນອກນັ້ນ​ແລ້ວ ອົງ​ການ​ດັ່ງ​ກ່າວ​ຍັງ​ເວົ້າ​ວ່າ ພວກ​ທະ​ຫານ​ຍັງ​ໄດ້​ສັງ​ຫານ​ຜູ້​ກໍ່​ການ​ຮ້າຍ 27 ຄົນ ໃນ​ການ​ປະ​ຕິ​ບັດ​ງານ​ຫຼາຍໆ​ຄັ້ງ.

ຖະ​ແຫຼງ​ການ​ຂອງກອງ​ທັ ບ​ທີ່​ສົ່ງ​ໃຫ້​ສື່ມວນ​ຊົນ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ຫຼັງ​ຈາກ​ໄດ້​ມີ​ການ​ໂຈມ​ຕີ​ທີ່​ບ້ານ​ດາ​ຣາ​ບານ ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ 6 ຄົນ​ໄດ້​ໂຈ​ມ​ຕີ​ຄ້າຍ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ແຫ່ງ​ນຶ່ງ ໃນຕອນ​ເຊົ້າ​ມືດ​ຂອງວັນ​ອັງ​ຄານ.

“ການ​ພະ​ຍາ​ຍາມ ​ທີ່​ຈະ​ເລັດ​ລອດ​ເຂົ້າ​ໄປ​ໃນ​ຄ້າຍ ໄດ້​ຖືກ​ພົບ​ເຫັນ ຊຶ່ງ​ໄດ້​ບັງ​ຄັບ​ໃຫ້​ພວກ​ກໍ່​ການ​ຮ້າຍ ​ຕ້ອງໃຊ້​ລົດ​ທີ່​ບັນ​ທຸກ​ລະ​ເບີດ​ແລ່ນ​ເຂົ້າ​ໄປ​ໃນ​ຄ້າຍ ຕິດ​ຕາມ​ດ້ວຍ​ການ​ໂຈມ​ຕີ​ສະ​ຫຼະ​ຊີບ.”

ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ພວກ​ທະ​ຫານ​ແລ້ວ ຕຶກ​ອາ​ຄານ​ຂອງ​ຄ້າຍ​ທະ​ຫານ​ໄດ້​ພັງ​ລົງ​ຍ້ອນ​ເຫດ​ລະ​ເບີດ​ທີ່​ຕິດ​ຕາມ​ມາ ຊຶ່ງ​ເຮັດ​ໃຫ້​ມີ​ຫຼາຍໆ​ຄົນ​ບາດ​ເຈັບ​ລົ້ມ​ຕາຍ.

ຖະ​ແຫຼງ​ການ ​ຍັງ​ກ່າວ​ຕື່ມ​ວ່າ ພວກ​ກໍ່​ການ​ຮ້າຍ​ທັງ 6 “ໄດ້​ພົວ​ພັນ​ໃນ​ການ​ຕໍ່​ສູ້​ແລະ​ກໍ​ຖືກ​ສົ່ງ​ລົງ​ໄປ​ນະ​ລົກ” ຊຶ່ງ​ໝາຍ​ເຖິງ​ພວກ​ທີ່​ບຸກ​ໂຈມ​ຕີ ​ໄດ້​ຖືກ​ສັງ​ຫານ ໃນ​ການ​ປະ​ຕິ​ບັດ​ງານ​ກໍ່​ການ​ຮ້າຍ​ຂອງ​ພວກ​ເຂົາ​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG