ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ Meshud ຖືກສັງຫານ ໂດຍເຮືອບິນ ບໍ່ມີຄົນຂັບ ຂອງ ສຫລ (ວີດີໂອ)


ທ້າວ Hakimullah Mehsud ຜູ້ນຳກຸ່ມຕາລີບານ ໃນປາກິສຖານ ນັ່ງຮ່ວມກັບພວກຫົວຮຸນແຮງອື່ນ ໃນເຂດ Waziristan ໃຕ້ (4 ຕຸລາ 2009)
ທ້າວ Hakimullah Mehsud ຜູ້ນຳກຸ່ມຕາລີບານ ໃນປາກິສຖານ ນັ່ງຮ່ວມກັບພວກຫົວຮຸນແຮງອື່ນ ໃນເຂດ Waziristan ໃຕ້ (4 ຕຸລາ 2009)
ສະມາຊິກກຸ່ມຕາລີບານໃນປາກິສຖານພວມປະຊຸມກັນເພື່ອພິຈາ
ລະນາ ແຕ່ງຕັ້ງຜູ້ນຳຄົນໃໝ່ ແທນທ້າວ Hakimullah Meshud
ບໍ່ເທົ່າໃດຊົ່ວໂມງຫຼັງຈາກຜູ້ກ່ຽວຖືກສັງຫານ ໃນການໂຈມຕີໂດຍ
ເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໃນເຂດຊົນເຜົ່າ ທາງພາກຕາ ເວັນຕົກສຽງເໜືອຂອງປະເທດ.

ເຈົ້າໜ້າທີ່ປາກິສຖານ ແລະສະຫະລັດກ່າວວ່າ ທ້າວ Meshud
ແລະບຸກຄົນອື່ນໆອີກ 3 ຄົນໄດ້ຖືກສັງຫານໃນວັນສຸກວານນີ້ເວ
ລາເຮືອບິນບໍ່ມີຄົນຂັບຂອງອົງການສືບລັບຊີໄອເອ ຍິງລູກສອນ
ໄຟ 4 ລູກ ເຂົ້າໃສ່ບໍລິເວນບ້ານເຮືອນທີ່ລາວພັກເຊົາຢູ່ ໃນເຂດ
ຊົນເຜົ່າ Waziristan ເໜືອ.

ໃນວັນເສົາມື້ນີ້ ເຮືອບິນບໍ່ມີຄົນຂັບຍັງບິນເວີ່ນຢູ່ໃນບໍລິເວນດັ່ງກ່າວ ບ່ອນທີ່ໄດ້ມີການຈັດພິ ທີສົ່ງສະການໃຫ້ແກ່ທ້າວ Meshud ນັ້ນ. ຜູ້ທີ່ເຫັນເຫດການເວົ້າວ່າ ພວກສະໜັບສະໜຸນ ລາວໄດ້ຍິງປືນນ້ອຍດ້ວຍຄວາມໂກດແຄ້ນຂຶ້ນໄປໃສ່ເຮືອບິນທີ່ຄວບຄຸມຈາກໄລຍະໄກດັ່ງ ກ່າວ.

ທ້າວ Meshud ອາຍຸ 34 ປີ ໄດ້ເຂົ້າກຳຕຳແໜ່ງຜູ້ນຳຂອງກຸ່ມ ໃນປີ 2009 ເວລາຜູ້ນຳຄົນ ກ່ອນຂອງກຸ່ມໄດ້ຖືກຂ້າຕາຍ ດ້ວຍການໂຈມຕີຂອງເຮືອບິນບໍ່ມີຄົນຂັບຄືກັນ.

ສະຫະລັດໄດ້ຕັ້ງລາງວັນໄວ້ 5 ລ້ານໂດລາສຳລັບທ້າວ Meshud ທີ່ຖືກກ່າວຫາວ່າພົວພັນ ນຳການໂຈມຕີສະຫຼະຊີບຕໍ່ຫ້ອງການຂອງອົງການຊີໄອເອໃນອັຟການິສຖານເມື່ອປີ 2009 ແລະການໂຈມຕີ ທີ່ບໍ່ປະສົບຄວາມສຳເລັດ ທີ່ຈະຕຸລັດ Times Square ໃນນະຄອນນິວ ຢອກ ເມື່ອປີ 2010.

ພີ່ນ້ອງຂອງທ້າວ Meshud ຄືລຸງແລະອາລັກຂາຂອງລາວກໍມີລາຍງານວ່າໄດ້ຖືກຂ້າຕາຍ ໃນການໂຈມຕີຂອງອົງການຊີໄອເອ ຕໍ່ບໍລິເວນບ້ານພັກດັ່ງກ່າວ ຊຶ່ງແຫຼ່ງຂ່າວໃຫ້ການຢືນ ຢັນຕໍ່ວີໂອເອວ່າ ໄດ້ໃຊ້ໂດຍຜູ້ນຳຂອງກຸ່ມຕາລີບານ.

ທ່ານນາງ Caitlin Hayden ໂຄສົກຂອງອົງການຄວາມໝັ້ນຄົງແຫ່ງຊາດ ຫລື NSA ກ່າວ ວ່າທຳນຽບຂາວບໍ່ສາມາດໃຫ້ການຢືນຢັນກ່ຽວກັບການເສຍຊີວິດຂອງທ້າວ Meshud ແຕ່ ກໍເວົ້າວ່າມັນຈະເປັນການສູນເສຍອັນໃຫຍ່ຫຼວງ ສຳລັບກຸ່ມຕາລີບານໃນປາກິສຖານ.

PAKISTAN DRONE STRIKE VO
please wait

No media source currently available

0:00 0:00:43 0:00
XS
SM
MD
LG