ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮ່ວມມື ລະຫວ່າງ ສະຫະລັດ ແລະ ປາກິດສະຖານ


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຣິລລາຣີ ຄລິນຕັນ
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຣິລລາຣີ ຄລິນຕັນ

ລັດຖະມົນຕີ ການຕ່າງປະເທດ ສະຫະຣັດ ທ່ານນາງຮິລລາຣີ ຄລິນຕັນ ກ່າວວ່າ ສະຫະລັດຄາດວ່າ ຈະໄດ້ຮັບ ການຮ່ວມມືເພີ້ມຂຶ້ນ ຈາກປາກິດສະຖານ ໃນການປາບປາມ ພວກກໍ່ການຮ້າຍ ແລະເຕືອນວ່າ ຈະມີຜົນຕິດຕາມມາ ຢ່າງຮ້າຍແຮງ ຖ້າຫາກການໂຈມຕີ ທີ່ປະສົບຄວາມສຳເລັດ ຢູ່ໃນສະຫະລັດ ສາມາດນຳຮ່ອງຮອຍ ຢ້ອນຄືນໄປຍັງ ປາກິດສະຖານ.

ໃນການໃຫ້ສຳພາດ ແກ່ລາຍການ 60 ນາທີ ຂອງໂທລະພາບ CBS ທີ່ຈະອອກອາກາດ ໃນວັນອາທິດ ມື້ອື່ນນີ້ ທ່ານນາງຄລິນຕັນ ກ່າວວ່າ ປາກິດສະຖານ ໄດ້ເພີ້ມການດຳເນີນ ຄວາມພະຍາຍາມ ທາງດ້ານທະຫານ ຂອງຕົນຂຶ້ນ ຢ່າງສຳຄັນ ໃນການປາບປາມ ພວກຫົວຮຸນແຮງ ຢູ່ເລາະລຽບ ຕາມບໍລິເວນຊາຍແດນ ທີ່ຕິດກັບ ອັບການິດສະຖານ ໃນຮອບປີຜ່ານມາ.

ທ່ານນາງຄລິນຕັນ ເວົ້າວ່າ ເຖິງແມ່ນ ປາກິດສະຖານ ໄດ້ໃຫ້ຄວາມໝາຍໝັ້ນ ເມື່ອໄວໆມານີ້ກໍຈິງ ແຕ່ສະຫະຣັດ ກໍຍັງຕ້ອງການ ແລະຄາດຫວັງ ຫລາຍກວ່ານັ້ນ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ເວົ້າວ່າ ປາກິດສະຖານ ໄດ້ຫລິ້ນເກມຊ້ອນ ໃນໄລຍະ ຫລາຍໆປີ ຜ່ານມານີ້. ເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ນາຍ FAISAL SHAHZAD ຄົນອະເມລິກັນ ເຊື້ອສາຍປາກິດສະຖານ ທີ່ຖືກກ່າວຫາວ່າ ພະຍາຍາມ ຈະທຳການໂຈມຕີ ດ້ວຍລະເບີດ ທີ່ເຮັດຂຶ້ນເອງ ຢູ່ນະຄອນນິວຢອກ ໃນໄລຍະບໍ່ຮອດ ນຶ່ງອາຜ່ານມານີ້ ໄດ້ແຈ້ງ ໃຫ້ພວກເຂົາເຈົ້າ ຊາບວ່າ ລາວໄດ້ຮັບ ການຝຶກແອບ ດ້ານລະເບີດ ໃນປາກິດສະຖານ.

XS
SM
MD
LG