ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ວາງແຜນໂຈມຕີ ຢູ່ປາກິດສະຖານ


ຮູບເຮືອບິນ ບໍ່ມີຄົນຂັບ ຂອງສະຫະລັດ
ຮູບເຮືອບິນ ບໍ່ມີຄົນຂັບ ຂອງສະຫະລັດ

ໜັງສືພິມ ອະເມຣິກັນ ທີ່ສຳຄັນ ສະບັບນຶ່ງ ລາຍງານວ່າ ກອງທັບສະຫະລັດ ພວມຮ່າງແຜນການ ທີ່ຈະທຳການ ໂຈມຕີ ປາກິດສະຖານ ຕາມລຳພັງ ໃນກໍລະນີທີ່ ມີການໂຈມຕີ ກໍ່ການຮ້າຍເກີດຂຶ້ນ ໃນສະຫະລັດ ທີ່ສາມາດ ຢ້ອນຮອຍໄດ້ວ່າ ມາຈາກປະເທດດັ່ງກ່າວ.

ໜັງສືພິມ ວໍຊິງຕັນໂພສທ໌ ສະບັບທີ່ອອກ ໃນວັນເສົາມື້ນີ້ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ອະວຸໂສ ທາງທະຫານ ຂອງສະຫະລັດ ທີ່ກ່າວວ່າ ລັດຖະບານ ທ່ານໂອບາມາ ຕ້ອງການ ຢາກໃຫ້ມີທາງເລືອກ ໃໝ່ຕື່ມອີກ ໃນການໂຈມຕີ ປາກິດສະຖານ ນັບແຕ່ຊາວ ອະເມຣິກັນ ເຊື້ອສາຍ ປາກິດສະຖານ ໄດ້ພະຍາຍາມ ໂຈມຕີກໍ່ການຮ້າຍ ທີ່ນະຄອນນິວຢອກ ເມື່ອຕົ້ນເດືອນນີ້. ລັດຖະບານ ສະຫະລັດ ກ່າວວ່າ ນາຍ FAISAL SHAHZAD ໄດ້ຮັບການຝຶກແອບ ແລະສະໜັບສະໜຸນ ຈາກກຸ່ມທາລີບານ ໃນປາກິດສະຖານ.

ລາຍງານຂ່າວ ຂອງໜັງສືພິມ ທີ່ອອກໃນວັນເສົາມື້ນີ້ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ທີ່ບໍ່ໄດ້ລະບຸຊື່ ຂອງສະຫະລັດ ທີ່ກ່າວວ່າ ສະຫະລັດ ຈະພິຈາລະນາ ທຳການໂຈມຕີ ຢູ່ໃນປາກິດສະຖານ ໃນສະຖານະການ ທີ່ຫຼໍ່ແຫຼມທີ່ສຸດທໍ່ນັ້ນ ບ່ອນທີ່ ການປະຕິບັດງານ ທາງທະຫານ ໃນປັດຈຸບັນ ຍັງບໍ່ທັນ ເປັນທີ່ພຽງພໍ. ອົງການສືບລັບ ຊີໄອເອ ຂອງສະຫະລັດ ເລີ້ມໃຊ້ເຮືອບິນ ທີ່ບໍ່ມີຄົນຂັບ ໂຈມຕີບ່ອນຫຼົບລີ້ ຂອງກຸ່ມກໍ່ການຮ້າຍ ອາລກາຍດາ ແລະພວກທາລີບານ ຢູ່ໃນ ປາກິດສະຖານ.

XS
SM
MD
LG