ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິດສະຖານ ຈັບຜູ້ສົງໄສ 6 ຄົນ


ເຈົ້າໜ້າທີ່ ປາກິດສະຖານ ໄດ້ຈັບຢ່າງນ້ອຍ 6 ຄົນ ທີ່ສົງໄສວ່າ ມີຄວາມສຳພັນ ກັບຊາວອະເມຣິກັນ ເຊື້ອສາຍ ປາກິດສະຖານຄົນນຶ່ງ ທີ່ຖືກຄຸມຂັງ ໃນການພະຍາຍາມ ໂຈມຕີດ້ວຍລະເບີດລົດ ແຕ່ບໍ່ສຳເລັດຜົນ ທີ່ຈະຕຸລັດ TIMES ໃນນະຄອນນິວຢອກ.

ເຈົ້າໜ້າທີ່ເວົ້າວ່າ ນຶ່ງໃນພວກທີ່ຖືກຈັບ ກໍຄືນາຍ SALMAN ASHRAF KHAN ເຈົ້າຂອງຮ່ວມ ຂອງບໍລິສັດ ບໍລິການເສີບອາຫານ ທີ່ໃຫ້ການບໍລິການ ໃນງານລ້ຽງ ລະດັບສູງ ໃນນະຄອນ ISLAMABAD ຮວມທັງງານລ້ຽງ ຂອງສະຖານທູດຕ່າງໆ ນຳດ້ວຍ.

ສະຖານທູດ ສະຫະລັດ ທີ່ນະຄອນ ISLAMABAD ເຕືອນໃນມື້ວານນີ້ ໃຫ້ພວກເຈົ້າໜ້າທີ່ ລັດຖະບານ ສະຫະລັດ ໃນປາກິດສະຖານ ບໍ່ໃຫ້ໃຊ້ ບໍລິສັດດັ່ງກ່າວ ໂດຍເວົ້າວ່າ ອາດມີສ່ວນພົວພັນ ກັບກຸ່ມກໍ່ການຮ້າຍ.

ການພົວພັນ ທີ່ແທ້ຈິງ ລະຫວ່າງນາຍ KHAN ແລະນາຍ FAISAL SHAZAD ຊາວອະເມຣິກັນ ເຊື້ອສາຍປາກິດສະຖານ ທີ່ຍອມຮັບສາລະພາບ ໃນການພະຍາຍາມ ໂຈມຕີດ້ວຍລະເບີດ ແຕ່ບໍ່ປະສົບຜົນສຳເລັດນັ້ນ ແມ່ນຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອ.

ບິດາຂອງນາຍ KHAN ຄືນາຍ RANA ASHRAF KHAN ເປັນເຈົ້າຂອງ ອີກຜູ້ນຶ່ງ ຂອງບໍລິສັດ ບໍລິການ ເສີບອາຫານດັ່ງກ່າວ. ຜູ້ເປັນບິດາ ໄດ້ກ່າວຕໍ່ພວກນັກຂ່າວ ໃນວັນເສົາມື້ນີ້ວ່າ ລູກຊາຍຂອງລາວ ບໍ່ມີຄວາມສັມພັນໃດໆ ກັບຜູ້ທີ່ພະຍາຍາມ ວາງລະເບີດ ໂຈມຕີຈະຕຸລັດ TIMES ແຕ່ອາດເຄີຍພົບ ກັບນາຍ FAISAL SHAZAD ໃນງານແຫ່ງນຶ່ງ.

XS
SM
MD
LG