ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

5 ຄົນ​ເສຍ​ຊີ​ວິດ ໃນ​ເຫດ​ລະ​ເບີດ ສະຫຼະ​ຊີບ ຢູ່ນອກ​ວັດ ຂອງ ປາ​ກິ​ສ​ຖານ


​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ປາ​ກິ​ສ​ຖານ ຢືນ​ລ້ອມ​ລົດ​ຕູ້​ຕຳຫຼວດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍຈາກ​ລະ​ເບີດໃນ​​ນະ​ຄອນ ລາ​ຮໍ, ປະ​ເທດ ປາ​ກິ​ສ​ຖານ. 8 ພຶດ​ສະ​ພາ, 2019.
​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ປາ​ກິ​ສ​ຖານ ຢືນ​ລ້ອມ​ລົດ​ຕູ້​ຕຳຫຼວດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍຈາກ​ລະ​ເບີດໃນ​​ນະ​ຄອນ ລາ​ຮໍ, ປະ​ເທດ ປາ​ກິ​ສ​ຖານ. 8 ພຶດ​ສະ​ພາ, 2019.

ລະ​ເບີດ​ສະຫຼະ​ຊີບ​ໄດ້​ແຕກ​ຢູ່​ນອກ​ວັດ​ທີ່​ສຳ​ຄັນແຫ່ງ​ນຶ່ງ ຂອງສາ​ສະ​ໜາ​ອິ​ສ​ລາມ​ນິ​ກາຍ
ຊູຟີ ໃນຕອນເຊົ້າວັນພຸດມື້ນີ້ ຢູ່ນະຄອນ ລາຮໍ ເມືອງທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງ
ປາກິສຖານ, ເຊິ່ງໄດ້ສັງຫານຢ່າງໜ້ອຍ 8 ຄົນ ແລະ ບາດເຈັບອີກ 20 ກວ່າຄົນ.

ສິ່ງ​ທີ່​ປາ​ກົດ​ວ່າ​ເປັນ​ເປົ້າ​ໝາຍ​ນັ້ນ​ ແມ່ນ​ລົດ​ຕຳຫຼວດ​ທີ່​ຈອດ​ຢູ່​ໃກ້ປະ​ຕູ​ທາງ​ເຂົ້າ​ຂອງ
ວັດດັ່ງກ່າວ. ເຈົ້າໜ້າທີ່ຕຳຫຼວດຢ່າງໜ້ອຍ 5 ຄົນໄດ້ເສຍຊີວິດໃນການໂຈມຕີນັ້ນ, ອີງ
ຕາມການກ່າວຂອງທ່ານ ອາຣິຟ ນາວາສ໌, ຜູ້ບັນຊາການຕຳ ຫຼວດຂອງແຂວງປັນຈາບ.

ວັດຊູ​ຟີ ທີ່​ຖືກ​ສ້າງ​ຂຶ້ນ​ໃນ​ສັດ​ຕະ​ວັດ​ທີ 11, ເຊິ່ງ​ຮູ້​ຈັກ​ກັນ​ທົ່ວ​ໄປ​ໃນ​ຊື່ ດາ​ຕາ ດາ​ບາ ນັ້ນ,
ແມ່ນນຶ່ງໃນວັດທີ່ໃຫຍ່ທີ່ສຸດ ແລະ ມີຜູ້ເດີນທາງໄປຢ້ຽມຢາມຫຼາຍທີ່ສຸດໃນປະເທດ.
ກ່ອນໜ້ານີ້ວັດດັ່ງກ່າວເຄີຍຖືກໂຈມຕີມາແລ້ວ, ລວມທັງລະເບີດແຕກໃນປີ 2010 ທີ່
ໄດ້ສັງຫານ 40 ຄົນ. ນັບຕັ້ງແຕ່ນັ້ນມາ, ຕຳຫຼວດໄດ້ໄປເຝົ້າຍາມເປັນປະຈຳ.

​ວັດ​ແຫ່ງນີ້​ໄດ້​ປິດ​ປະ​ຕູ​ທັງ​ໝົດ​ໃນ​ທັນ​ທີ ລຸນຫຼັງເຫດ​ລະ​ເບີດ​. ປະ​ຊາ​ຊົນ​ທີ່​ຢູ່​ພາຍ​ໃນ
ໄດ້ຖືກເຊີນອອກທາງປະຕູດ້ານຫຼັງ.

ຕຳຫຼວດ​ສົມ​ທົບ ແລະ ເຈົ້າ​ໜ້າ​ທີ່​ທະ​ຫານ​ໄດ້​ໄປ​ລ້ອມ​ບໍ​ລິ​ເວນ​ດັ່ງ​ກ່າວ​ຢ່າງ​ໜາ​ແໜ້ນ.
ຜູ້ປົກຄອງແຂວງ, ທ່ານ ອຸສມານ ບຸສດາ, ໄດ້ຍົກເລີກການຢ້ຽມຢາມເມືອງອື່ນໆຂອງ
ທ່ານ ແລະ ໄດ້ຮຽກຮ້ອງຈັດກອງປະຊຸມດ້ານຄວາມປອດໄພລະດັບສູງ ເພື່ອປະເມີນສະຖານະການດັ່ງກ່າວ.

ວັນ​ພຸດມື້ນີ້ ແມ່ນ​ວັນ​ທີ​ສອງ​ຂອງ​ບຸນ ຣາ​ມາ​ດານ ໃນ​ປະ​ເທດ ປາ​ກິ​ສ​ຖານ, ​ທີ່ເປັນ
ເດືອນສັກສິດ ເຊິ່ງຊາວມຸສລິມຈະອົດອາຫານຈາກເຊົ້າມືດຫາຫົວຄ່ຳ.

ນະ​ຄອນ ລາ​ຮໍ ໄດ້​ປະ​ເຊີນ​ກັບ​ການ​ໂຈມ​ຕີ​ອື່ນໆ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ, ລວມ​ທັງ​
ການໂຈມຕີຊາວ ຄຣິສຕຽນ ທີ່ສະເຫຼີມສະຫຼອງບຸນອີສເຕີ ໃນປີ 2016 ເຊິ່ງໄດ້ສັງ
ຫານຫຼາຍກວ່າ 70 ຄົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG