ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບັນກັກໂຕ ຊາວໜຸ່ມປາກີສຖານ 30 ຄົນໄວ້ ໃນອັຟການີສຖານ


ທະຫານປາກີສຖານ ອອກຊອກຫາ ຊາວໜຸ່ມທີ່ຖືກລັກພາໂຕໄປ,
ວັນທີ 3 ກັນຍາ 2011.
ທະຫານປາກີສຖານ ອອກຊອກຫາ ຊາວໜຸ່ມທີ່ຖືກລັກພາໂຕໄປ, ວັນທີ 3 ກັນຍາ 2011.

ກຸ່ມ​ຕາ​ລີ​ບັນ​ປາ​ກີ​ສຖານ​ກ່າວ​ວ່າ ຕົນ​ກໍາລັງ​ກັກ​ໂຕຊາວ​ໜຸ່ມ​ປະມານ 30 ຄົນໄວ້ ທີ່​ໄດ້
​ຖືກ​ລັກພາ​ໂຕໄປເມື່ອ​ຫລາຍ​ມື້​ຜ່ານ​ມາ​ ຫລັງ​ຈາກ​ໄດ້ຫລົງ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ
​ອັຟກາ​ນີສຖານ​.

ໂຄສົກ​ຂອງ​ນຶ່ງ​ຂອງ​ກຸ່ມ​ຫົວຮຸນ​ແຮງຕາ​ລີ​ບັນກ່າວໃນ​ວັນ​ເສົາ​ວານ​ນີ້​ວ່າ ກຸ່ມ​ຕາ​ລີ​ບັນ​ປາ
​ກີ​ສຖານ​ຫລື Tehrik-i-Taliban ໄດ້ລັກພາ​ໂຕຄົນ​ພວກນັ້ນ​ໄປ ​ກໍເພາະວ່າພວກ​ຊາວ
​ໜຸ່ມ​ແລະ​ຄອບຄົວ​ຂອງ​ເຂົາເຈົ້ າ​ເປັນ​ຊົນ​ເຜົ່າ​ທີ່​ຄັດຄ້ານ​ຕໍ່​ພວກກຸ່ມ​ຕາ​ລີ​ບັນ.

​ເຂດ​ຊາຍ​ແດນ​ລະຫວ່າງ​ປາ​ກີ​ສຖານ​ແລະ​ອັຟກາ​ນີສຖານ​ເປັນ​ທີ່​ຮູ້ຈັກກັນ​ດີ​ວ່າ ​ເປັນ​ບ່ອນ
​ລີ້ຊ່ອນ​ທີ່ປອດ​ໄພສໍາລັບ​ພວກ​ເຄືອ​ຂ່າຍ​ອາລກາ​ອີ​ດາແລະ​ພວກ​ຫົວ​ຮຸນ​ແຮງ​ທີ່​ມີ​ສ່ວນ​ພົວ
ພັນ​ກັບ​ກຸ່ມ​ຕາ​ລີ​ບັນ​ນັ້ນ. ​ໂຄສົກ​ກຸ່ມຕາ​ລີ​ບັນ​ປາ​ກີ​ສ​ຖານ ກ່າວ​ວ່າ ພວກ​ທີ່​ຖືກ​ກັກ​ໂຕ​ໄວ້​ນີ້
ບໍ່​ມີ​ຄົນ​ໃດ​ໜຸ່ມກວ່າ​ອາຍຸ 20 ປີ ​ແລະ​ວ່າ ກຸມ​ຕາ​ລີ​ບັນຈະ​ເປັນ​ຜູ້​ຕັດສິນ​ກ່ຽວ​ຊະຕາ​ກໍາຂອງ ​ພວກ​ເຂົາ​ເຈົ້າ.

ແຕ່ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກີ​ສຖານ​ກ່າວ​ວ່າ ພວກ​ທີ່​ຖືກ​ລັກພາ​ໂຕ​ນີ້​ແມ່ນ​ພວກຊາຍ​ໜຸ່ມ​ອາຍຸ
​ແຕ່ 10 ປີ​ຫາ 18 ປີ. ບັນດາ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ຕື່ມ​ວ່າ ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ
​ວັນ​ພະຫັດຜ່ານ​ມາ​ນີ້ ຫລັງ​ຈາກ​ພວກ​ຊາຍ​ໜຸ່ມ​ເຫລົ່າ​ນີ້​ຫລົງ​ຂ້າມ​ເຂດ​ຂອງ​ຊົນ​ເຜົ່າ Bajaur
ຂອງ​ປາ​ກີ​ສຖານ​ເຂົ້າ​ໄປ​ແຂວງ Kunar ທາງພາກຕາເວັນອອກຂອງອັຟການີສຖານນັ້ນ.

ມີລາຍງານວ່າ ​ເວລາ​ນີ້ ພວກຊົນເຜົ່າອາວຸໂສກໍາລັງທໍາການເຈລະຈາກັບກຸ່ມຕາລີບັນເພື່ອ
ໃຫ້ປ່ອຍໂຕພວກຊາວໜຸ່ມ ທີ່ຖືກກັກໂຕໄວ້ນັ້ນ.

XS
SM
MD
LG