ກຸ່ມກໍ່ການຮ້າຍ Al-Qaida ໄດ້ສາຍວິດີໂອ ທີ່ສະແດງໃຫ້ເຫັນຊາວອາເມຣິກັນຜູ້ທີ່
ຖືກຈັບໄວ້ເປັນຕົວປະກັນ ໂດຍກ່າວວ່າ ທ່ານຈະຖືກຂ້າຕາຍ ຖ້າຫາກວ່າ ປະທານາ
ທິບໍດີ Barack Obama ບໍ່ປະຕິບັດຕາມຄໍາຮຽກຮ້ອງຂອງກຸ່ມຫົວຮຸນແຮງດັ່ງກ່າວ.
ບັນດາກຸ່ມທີ່ຕິດຕາມກ່າວວ່າ ສື່ຂອງກຸ່ມກໍ່ການຮ້າຍ Al-Qaida ໄດ້ສະແດງພາບ
ວິດີໂອທີ່ມີຄວາມຍາວເກືອບ 3 ນາທີ ຂອງທ່ານ Warren Weinstein ໃນກອງ
ປະຊຸມ jihadist ໃນວັນອາທິດວານນີ້.
ທ່ານ Weinstein ໄດ້ສົ່ງຂໍ້ຄວາມນີ້ໂດຍກົງຕົງມາຫາປະທານາທິບໍດີ Obama
ທີ່ກ່າວວ່າ “ຖ້າຫາກທ່ານ Obama ຕົກລົງຕໍ່ຂໍ້ສະເໜີດັ່ງກ່າວນີ້ ຄືຂ້າພະເຈົ້າກໍ
ຈະມີຊີວິດລອດ ແລະຖ້າທ່ານປະຕິເສດ ຂ້າພະເຈົ້າກໍຈະຕາຍ.”
ນອກນີ້ທ່ານຍັງກ່າວຕໍ່ພັນລະຍາຂອງລາວ ວ່າ ທ່ານມີສຸກຂະພາບແຂງແຮງດີ.
ຫົວໜ້າກຸ່ມກໍ່ການຮ້າຍ Al-Qaida Ayman al-Zawahiri ໄດ້ກ່າວໃນວິດີໂອຂອງ
ເດືອນທັນວາ ວ່າ ທ່ານ Weinstein ຈະບໍ່ຖືກປ່ອຍ ຈົນກວ່າວ່າ ສະຫະລັດຈະຍົກ
ເລີກ ການໂຈມຕີທາງອາກາດຕໍ່ບັນດາປະເທດມຸສລິມ.
ລາວຍັງຮຽກຮ້ອງໃຫ້ປ່ອຍຕົວພວກນັກໂທດຂອງກຸ່ມກໍ່ການຮ້າຍ Al-Qaida
ແລະກຸ່ມ Taliban ທັງຫຼາຍນໍາ.
ທ່ານ Weinstein ໄວ 70 ປີ ນັ້ນໄດ້ຖືກລັກພາຕົວໄປໃນບ້ານຂອງລາວ ທີ່ Lahore
Pakistan ໃນເດືອນສິງຫາແລ້ວນີ້ຫຼັງຈາກທີ່ໄດ້ມີມືປືນ 8 ຄົນ ໃຊ້ກໍາລັງຂົ່ມຂູ່ຜູ້ຮັກ
ສາຄຸ້ມກັນຂອງລາວນັ້ນ.
ທ່ານໄດ້ຮັບໃຊ້ເປັນຜູ້ອຳນວຍການຂອງອົງການທີ່ປຶກສາດ້ານການພັດທະນາ
ໃນ Pakistan ຂອງ J.E. Austin Associates.