ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍຄູ 11 ຄົນ ຖືກລັກພາໂຕ ໂດຍພວກ ຫົວຮຸນແຮງ ໃນ ປາກິສຖານ


ຕຳຫຼວດປາກິສຖານຄົນນຶ່ງ (ຂວາ) ຍາມພວກພະນັກງານແພດໝໍ ທີ່ໄປສັກຢາວັກຊີນ ກັນໂປລີໂອ ໃຫ້ພວກເດັກນ້ອຍ ຢູ່ຕາມບ້ານເຮືອນ ໃນກຸງອິສລາມາບັດ (30 ມັງກອນ 2013)
ຕຳຫຼວດປາກິສຖານຄົນນຶ່ງ (ຂວາ) ຍາມພວກພະນັກງານແພດໝໍ ທີ່ໄປສັກຢາວັກຊີນ ກັນໂປລີໂອ ໃຫ້ພວກເດັກນ້ອຍ ຢູ່ຕາມບ້ານເຮືອນ ໃນກຸງອິສລາມາບັດ (30 ມັງກອນ 2013)
ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ພວກຫົວຮຸນແຮງ ໄດ້ລັກພາໂຕ
ນາຍຄູ 11 ຄົນທີ່ພົວພັນກັບການຊັກຢາວັກຊີນກັນໂຣກໂປລີໂອ
ໃຫ້ພວກເດັກນ້ອຍ.

ເຈົ້າໜ້າທີ່ເວົ້າວ່າ ພວກພະນັກງານທີ່ເປັນນາຍຄູເຫຼົ່ານີ້ ໄດ້ຖືກ
ລັກພາໂຕໄປ ໃນວັນເສົາມື້ນີ້ ທີ່ເມືອງ Bara ຢູ່ໃນເຂດຊົນເຜົ່າ
Khyber ທີ່ຕິດກັບຊາຍແດນອັຟການິສຖານ.

ພວກຫົວຮຸນແຮງມັກໂຈມຕີພະນັກງານສັກຢາວັກຊີນ ກັນໂຣກ
ໂປລີໂອຢູ່ໃນປາກິສຖານ ໂດຍກ່າວຫາພວກເຂົາເຈົ້າວ່າ ເປັນ ສາຍລັບໃຫ້ແກ່ປະເທດຕາເວັນຕົກຫລືພາກສ່ວນນຶ່ງຂອງແຜນ ການເພື່ອເຮັດໃຫ້ຊາວມຸສລິມເປັນໝັນ.

ໂປລີໂອ ເປັນໂຣກທີ່ຕິດຕໍ່ຮ້າຍແຮງ ແລະສາມາດເຮັດໃຫ້ຜູ້ຄົນເປັນເປ້ຍຫຼ່ອຍແບບບໍ່ສາ
ມາດຕ່າວປີ້ນໄດ້.

ອົງການລຶບລ້າງໂປລີໂອຂອງໂລກ ກ່າວວ່າ ພະຍາດດັ່ງກ່າວນີ້ຍັງແຜ່ລະບາດຢູ່ໃນສາມ
ປະເທດຄື ອັຟການິສຖານ ໄນຈີເຣຍແລະປາກິສຖານ. ອົງການດັ່ງກ່າວເວົ້າວ່າ ຈົນກວ່າ ຈະມີການສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັສໂປລີໂອຢູ່ໃນປະເທດເຫຼົ່ານີ້ທຸກໆ ປະເທດແມ່ນຍັງສືບຕໍ່ມີຄວາມສ່ຽງ ທີ່ຈະນຳເຂົ້າເຊື້ອໂປລີໂອໄດ້.
XS
SM
MD
LG