ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

AI ກ່າວຫາປາກິດສະຖານ ວ່າລະເມີດສິດທິ


ເຄື່ອງໝາຍ ອົງການ ນິລະໂທດກຳສາກົນ
ເຄື່ອງໝາຍ ອົງການ ນິລະໂທດກຳສາກົນ

ອົງການ ນິລະໂທດກຳສາກົນ ຊຶ່ງເປັນກຸ່ມ ປົກປ້ອງສິດທິມະນຸດ ທີ່ມີສຳນັກງານ ຢູ່ປະເທດອັງກິດ ໄດ້ກ່າວຫາ ປາກິດສະຖານວ່າ ໄດ້ປະປ່ອຍ​ໄວ້ ຕາມຍະຖາກຳ ປະຊາຊົນ ຈຳນວນຫຼາຍລ້ານຄົນ ໃນເຂດ ພາກຕາເວັນຕົກສຽງເໜືອ ຂອງປະເທດ.

ລາຍງານ ຂອງອົງການ ນິລະໂທດກຳສາກົນ ທີ່ພິມເຜີຍແຜ່ ໃນວັນພະຫັດມື້ນີ້ ກ່າວວ່າ ລັດຖບານ ບໍ່ໄດ້ດຳເນີນການຫຍັງ​ ເພື່ອ​ຊ່ວຍ​ເຫລືອ ຊາວປາກິດສະຖານ ປະມານ 4 ລ້ານຄົນ ໃນເຂດຊົນເຜົ່າຕ່າງໆ ທີ່ປົກຄອງໂດຍ ລັດຖະບານກາງ ແລະ ແຂວງພາກຕາ ເວັນຕົກສຽງເໜືອ ແຕ່ກັບໄດ້ປ່ອຍ ໃຫ້ພວກເຂົາເຈົ້າ ຖືກທໍລະມານ ​ໄດ້ຣັບການປະຕິ​ບັດ​ຕໍ່ ແບບບໍ່ຖືກບໍ່ຕ້ອງ ແລະຕາຍຍ້ອນ ນໍ້າມືຂອງ ພວກທາລີບານ.

ລາຍງານ ເອີ້ນເຂດດັ່ງກ່າວນີ້ວ່າ ເປັນເຂດປອດ ສິດທິມະນຸດ ແລະໄດ້ກ່າວຫາຕື່ມວ່າ ລັດຖະບານ ປາກິດສະຖານ ຊຸດ​ແລ້ວ​ຊຸດ​ເຫລົ່າໄດ້ປະຕິບັດ ຕໍ່ເຂດດັ່ງກ່າວ ດ້ວຍຄວາມ ລັງກຽດ.

ເຈົ້າໜ້າທີ່ຮັກສາຄວາມສະຫງົບ ຂອງປາກິດສະຖານຄົນນຶ່ງ ໄດ້ຕອບໂຕ້ຕໍ່ລາຍງານສະບັບນີ້ ໂດຍກ່າວຕໍ່ ອົງການຂ່າວ ຂອງຝຣັ່ງວ່າ ກຸ່ມປົກປ້ອງສິດທິມະນຸດກຸ່ມນີ້ ຄວນເດີນທາງ ໄປຢ້ຽມຢາມ ເຂດຮ່ອມພູ SWAT.

ກອງທັບ ປາກິດສະຖານ ໄດ້ທຳການ ກວດລ້າງ ພວກຫົວຮຸນແຮງ ທາລີບານ ຄັ້ງໃຫຍ່ ໃນເຂດຮ່ອມພູ SWAT ໃນປີກາຍນີ້ ແລະກ່າວອ້າງວ່າ ໄດ້ຂັບໄລ່ ພວກກະບົດ ເກືອບ ທັງໝົດ ອອກໄປຈາກ ເຂດດັ່ງກ່າວ.

XS
SM
MD
LG