ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ໝາຍເລກ 3 ຂອງ ກຸ່ມອາລກາຍດາ ຖືກຂ້າຕາຍ


ຊິກ ມຸສຕາຟາ ອາບູ ອາລ ຢາຊິດ
ຊິກ ມຸສຕາຟາ ອາບູ ອາລ ຢາຊິດ

ເຈົ້າໜ້າທີ່ ສືບລັບຄົນນຶ່ງ ຂອງສະຫະລັດ ກ່າວວ່າ ຜູ້ນຳ ໝາຍເລກ 3 ຂອງຕາໜ່າງ ກໍ່ການຮ້າຍ ຂ້າມຊາດ ອາລກາຍດາ ນາຍ MUSTAFA ABU AL-YAZID ໄດ້ຖືກຂ້າຕາຍ ດ້ວຍການໂຈມຕີ ໂດຍລູກສອນໄຟ ຂອງສະຫະລັດ ໃນປາກິດສະຖານ.

ເຈົ້າໜ້າທີ່ໆຂໍສະຫງວນຊື່ ທ່ານນີ້ກ່າວວ່າ ພວກເຈົ້າໜ້າທີ່ ສືບລັບ ມີເຫດຜົນ ຢ່າງໜັກແໜ້ນ ທີ່ພາໃຫ້ເຊື່ອວ່າ ນາຍ YAZID ຊຶ່ງຮູ້ຈັກກັນ ໃນອີກຊື່ນຶ່ງວ່າ SHEIK SAID AL-MASRI ນັ້ນ ໄດ້ຖືກຂ້າຕາຍ ໃນການໂຈມຕີ ທາງອາກາດ ຂະນະທີ່ ພວມລົບລີ້ ຢູ່ໃນເຂດຊົນເຜົ່າ ຂອງປາກິດສະຖານ. ບັນດາອົງການສືບລັບ ຂອງເອກກະຊົນ ແຈ້ງວ່າ ການເສຍຊີວິດ ຂອງນາຍ YAZID ໄດ້ມີການ ປະກາດໃຫ້ຊາບ ໂດຍເວັບໄຊທ໌ ຫຼາຍໆບ່ອນ ຂອງພວກມຸສະລິມ ຫົວຮຸນແຮງ.

ພັນລະຍາ ຂອງນາຍ YAZID ພ້ອມດ້ວຍລູກສາວ 3 ຄົນ ຫຼານສາວຄົນນຶ່ງ ແລະພວກ ຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ ອີກຈຳນວນນຶ່ງ ມີລາຍງານວ່າ ໄດ້ເສຍຊີວິດ ໃນການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ ຂອງສະຫະລັດ.

ນາຍ YAZID ຊຶ່ງເປັນຊາວອີຈິບ ໂດຍກຳເນີດນັ້ນ ເປັນຜູ້ບໍລິຫານງານ ກິດຈະການຕ່າງໆ ຂອງກຸ່ມກໍ່ການຮ້າຍ ອາລກາຍດາ ໃນອັບການິດສະຖານ ແລະປາກິດສະຖານ ໂດຍເປັນຜູ້ ຮັບຜິດຊອບ ນັບແຕ່ເລື່ອງການເງິນ ຕະຫລອດເຖິງ ການວາງແຜນ ໃນການປະຕິບັດ ງານຕ່າງໆ. ລາວມີຄວາມສຳພັນ ໃກ້ຊິດກັບນາຍ OSAMA BIN LADEN ແລະເປັນຜູ້ກຳກັບນຳ ບັນຊີເງິນຝາກ ທີ່ມີສຳນັກງານ ໃນພາກຕາເວັນອອກກາງ ທີ່ໃຊ້ສະໜັບສະໜຸນ ການກໍ່ການຮ້າຍໂຈມຕີ ສະຫະລັດ ໃນວັນທີ 11 ກັນຍາປີ 2001 ນັ້ນ.

XS
SM
MD
LG