ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພັກອິສລາມ ປາກິສຖານ ຮຽກຮ້ອງ ໃຫ້ຢຸດເຊົາ ການປະທ້ວງ


ບັນດາຜູ້ສະໜັບສະໜູນ ພັກເຕຣິກ-ອີ-ລັບ​ບາອິກ ປາ​ກິ​ສຖານ ຫຼື TLP ຊຶ່ງ​ເປັນພັກ​ສາສະໜາອິສລາມ​.
ບັນດາຜູ້ສະໜັບສະໜູນ ພັກເຕຣິກ-ອີ-ລັບ​ບາອິກ ປາ​ກິ​ສຖານ ຫຼື TLP ຊຶ່ງ​ເປັນພັກ​ສາສະໜາອິສລາມ​.

ພັກເຕຣິກ-ອີ-ລັບ​ບາອິກປາ​ກິ​ສຖານ ຫຼື TLP ຊຶ່ງ​ເປັນພັກ​ການ​ເມືອງ​ອິສລາມ​ໄ​ດ້ຮຽກ
ຮ້ອງ​ໃຫ້​ຢຸດ​ການ​ປະ​ທ້ວງ​ຂອງຕົນ​ໃນ​ປາ​ກິ​ສຖານ ຫຼັງ​ຈາກໄດ້ບັນລຸການຕົກລົງ​ກັບ​ລັດ
ຖະບານ.

ທ່ານຄາດິມ ຮຸສເຊນ ຣິສວີ (ກາງ) ຜູ້ນຳພັກ ເຕຣິກ-ອີ-ລັບ​ບາອິກປາ​ກິ​ສຖານ ຫຼື TLP.
ທ່ານຄາດິມ ຮຸສເຊນ ຣິສວີ (ກາງ) ຜູ້ນຳພັກ ເຕຣິກ-ອີ-ລັບ​ບາອິກປາ​ກິ​ສຖານ ຫຼື TLP.

ການ​ປະ​ທ້ວງ​ໄດ້​ເລີ້ມຂຶ້ນໃນ​ຕົ້ນ​ເດືອນ​ເມສາ ​ຢູ່ທີ່ນະຄອນລາຮໍ​ທາງພາກຕາ​ເວັນ​ອອກ​
ຂອງ​ປະເທດ ​ແລະ​ໄດ້​ດຳ​ເນີນ​ມາ​ເປັນ 12 ມື້​ຕິດ​ຕໍ່​ກັນ ຈົນຮອດຕອນ​ແລງ​ວັນ​ພະຫັດ​
ທີ່​ຜ່າ​ມາ.

ກ່ອນ​ບັນລຸ​ການຕົກລົງນັ້ນ ພັກດັ່ງກ່າວ​ໄດ້​ເຕືອນ​ລັດຖະບານປາ​ກິ​ສຖານ​ວ່າ ຕົນ​ຈະ​
ຈັດ​ໃຫ້ມີການ​ປະ​ທ້ວງ​ຢ່າງ​ຕໍ່​ເນື່ອງ​ຢູ່ໃນ​ທົ່ວ​ປະ​ເທດຖ້າ​ຫາກ​ຄໍ​າຮຽກຮ້ອງຂອງ ​ຕົນ​ບໍ່​ໄດ້ຮັບການສະໜອງຕອບ.

ທ່ານ​ຄາດ​ດິມ ຮູ​ສ​ເຊ​ນ ຣິສວີ ຜູ້​ກໍ່​ຕັ້ງພັກ TLP ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານຈັດຕັ້ງ
ປະຕິບັດ “ຂໍ້​ຕົກລົງອິສລາມາ​ບັດ” ຢ່າງ​ເຕັມທີ່ ຫຼືບໍ່ດັ່ງນັ້ນກໍຈະ​ປະ​ເຊີນ​ໜ້າກັບ​ອັນ​ທີ່
​ທ່ານຮ້ອງ​ວ່າ “ຈະ​ຕິດຕາມ​ມາ.”

ບັນດາຜູ້ສະໜັບສະໜູນ ເຕຣິກ-ອີ-ລັບ​ບາອິກປາ​ກິ​ສຖານ ຫຼື TLP ຊຶ່ງ​ເປັນພັກ​ການ​ເມືອງ​ອິສລາມ​ ຖືປ້າຍເປັນພາສາເອີດູ ບອກໃຫ້ "ຍົກຍ້າຍ ຊາຮິດ ຮາມິດ" ວັນທີ 27 ພະຈິກ 2017.
ບັນດາຜູ້ສະໜັບສະໜູນ ເຕຣິກ-ອີ-ລັບ​ບາອິກປາ​ກິ​ສຖານ ຫຼື TLP ຊຶ່ງ​ເປັນພັກ​ການ​ເມືອງ​ອິສລາມ​ ຖືປ້າຍເປັນພາສາເອີດູ ບອກໃຫ້ "ຍົກຍ້າຍ ຊາຮິດ ຮາມິດ" ວັນທີ 27 ພະຈິກ 2017.

ພັກ TLP ​ແລະ​ລັດຖະບານ​ໄດ້​ບັນລຸ​ການ​ຕົກລົງ​ໃນ​ປີ​ກາຍ​ນີ້ ຫຼັງ​ຈາກພັກ TLP ​ໄດ້​ເຮັດ​
ການປະ​ທ້ວງ​ເປັນ​ເວລາດົນເຖິງ​ສາມ​ອາທິດ ​ໃນ​ນະຄອນຫຼວງ​ອິສລາມາ​ບັດ ທີ່ກາຍເປັນ
ຄວາ​ມຮຸນ​ແຮງໃນ​ຕອນ​ທ້າຍ​ສຸດນັ້ນ.

​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ຈາກ​ແຂວງ​ປັນ​ຈາບ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ລັດຖະບານ​ໄດ້​ຈັດປະຊຸມ​
ຫຼາຍຄັ້ງກັບນັກສອນສາສະໜາ​ອິສລາມ ພະຍາຍາມຊັກຊວນໃຫ້​ກຸ່ມ​ດັ່ງກ່າວຢຸດ​ການ​
ປະ​ທ້ວງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG