ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ປາ​ກິ​ສ​ຖານ ແລະ ອິນ​ເດຍ ຍິງ​ຕອບ​ໂຕ້​ກັນ ຢູ່​ເຂດ​ຊາຍ​ແດນ ແຄັ​ສ​ເມຍ ຢ່າງ​ໜ້ອຍ 9 ຄົນ ​ເສຍ​ຊີ​ວິດ


ແມ່​ຍິງ​ຄົນ​ນຶ່ງ​ຖື​ປ້າຍ ແລະ​ທຽນ ໃນ​ຂະ​ນະ​ທີ່​ນາງ​ໄປ​ຮ່ວມ​ຊຸມ​ນຸມ ​ພ້ອມ​ກັບ​ຄົນ​ອື່ນໆ ໃນ​ພິ​ທີ​ການ​ຈຸດ​ທຽນ​ໄວ້​ອາ​ໄລ ເພື່ອ​ຄວາມ​ສາ​ມັກ​ຄີ ​ກັບ​ພວກ​ຄົນ​ຢູ່​ໃນ​ແຄວນ ຄາ​ສ​ເມຍ ຢູ່​ໃນ​ເມືອງ ອາ​ເມ​ດາ​ບາດ, ​ວັນ​ທີ 17 ຕຸ​ລາ 2019. (Photo by SAM PANTHAKY / AFP)
ແມ່​ຍິງ​ຄົນ​ນຶ່ງ​ຖື​ປ້າຍ ແລະ​ທຽນ ໃນ​ຂະ​ນະ​ທີ່​ນາງ​ໄປ​ຮ່ວມ​ຊຸມ​ນຸມ ​ພ້ອມ​ກັບ​ຄົນ​ອື່ນໆ ໃນ​ພິ​ທີ​ການ​ຈຸດ​ທຽນ​ໄວ້​ອາ​ໄລ ເພື່ອ​ຄວາມ​ສາ​ມັກ​ຄີ ​ກັບ​ພວກ​ຄົນ​ຢູ່​ໃນ​ແຄວນ ຄາ​ສ​ເມຍ ຢູ່​ໃນ​ເມືອງ ອາ​ເມ​ດາ​ບາດ, ​ວັນ​ທີ 17 ຕຸ​ລາ 2019. (Photo by SAM PANTHAKY / AFP)

ມີການ​ກ່າວ​ວ່າ ​ພົນ​ລະ​ເຮືອນຢ່າງ​ໜ້ອຍ 6 ຄົນ ແລະ​ທະ​ຫານ 3 ຄົນ ໄດ້​ເສຍ​ຊີ​ວິດ ໃນ​ລະ​ຫວ່າງ ການ​ປະ​ທະ​ກັນ​ຂ້າມ​ເຂດ​ຊາຍ​ແດນ ລະ​ຫວ່າງ ກຳ​ລັງ​ທະ​ຫານຂອງປາ​ກິ​ສ​ຖານ ແລະ ອິນ​ເດຍ ​ໃນ​ຕອນ​ເດິກ​ຂອງວັນເສົາ​ທີ 19 ຕຸ​ລາ ​ຊຶ່ງອີງ​ຕາມ​ການ​ລາຍ​ງານແລ້ວ ເຮັດ​ໃຫ້​ເຫດ​ການ​ດັ່ງ​ກ່າວ ເປັນ​ເຫດ​ການ​ນຶ່ງ ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງຫຼາຍ​ວັນ​ຜ່ານ​ມາ ນັບ​ຕັ້ງ​ແຕ່ ນິວ​ແດ​ລີ ໄດ້ຖອນ​ຖາ​ນະ​ພິ​ເສດ ຢູ່​ໃນ​ເຂດ​ແຄວ້ນ​ແຄ​ສ​ເມຍ ​ທີ່​ປົກ​ຄອງ​ໂດຍ​ອິນ​ເດຍ ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ.

ລາຍ​ງານຂອງ​ແຕ່​ລະ​ຝ່າຍ ມີບັນ​ຫາ​ຂັດ​ແຍ້ງທີ່​ບໍ່​ກົງ​ກັນ ຊຶ່ງ​ໄດ້​ເຮັດ​ໃຫ້​ຮູ້​ວ່າ ຈຳ​ນວນ​ຂອງ​ຜູ້​ເສຍ​ຊີ​ວິດ ອາດ​ຈະ​ຍັງ​ຄົງ​ສູງ​ຂຶ້ນ​ ຈາກ​ເຫດ​ການ​ທີ່​ເກີດ​ຂຶ້ນ​ເມື່ອ​ຕອນ​ກາງ​ຄືນ​ດັ່ງ​ກ່າວນັ້ນ.

ໂຄ​ສົກ​ກອງ​ທັບ​ບົກ​ຂອງ​ປ​າ​ກິ​ສ​ຖານ ພົນ​ຕີ ອາ​ຊິ​ຟ ກາ​ຟູ​ຣ ໃນຂໍ້​ຄວາມ​ທີ່ຂຽນ​ລົງ​ ​ທວີ​ເຕີ້ ໃນວັນ​ອາ​ທິດ ຖິ້ມ​ໂທດ​ໃສ່ ການ​ຍິງ​ປືນ​ໃຫຍ່ ຈາກ​ຟາກເຂດ​ເສັ້ນການ​ຄວບ​ຄຸມ​ຊາຍ​ແດນຂອງ​ອິນ​ເດຍ ທີ່ “ບໍ່​ມີ​ເຫດ​ຜົນ” ​ທີ່​ທ່ານ​ໄດ້​ອ້າງວ່າ ເປັນ​ການ​ແນ​ເປົ້າ​ໝາຍ​ໃສ່​ພົນ​ລະ​ເຮືອນ ໂດຍ “​ເຈດ​ຕະ​ນາ.”

ພົນ​ລະ​ເຮືອນ​ 4 ຄົນ ແລະ​ທະ​ຫານ​ນຶ່ງ​ຄົນ ຢູ່​ໃນ​ເຂດ​ແຄ​ວ້ນ​ແຄ​ສ​ເມຍ ທີ່​ຄຸ້ມ​ຄອງ​ໂດຍ​ປາ​ກິ​ສ​ຖານ ໄດ້​ເສຍ​ຊີ​ວິດ ຈາກ​ຜົນ​ທີ່​ກ່າວ​ມານັ້ນ ຕາມ​ການ​ກ່າວ​ຂອງ​ທ່ານ​ກາ​ຟູ​ຣ ແລະ ທະ​ຫານ​ປາ​ກິ​ສ​ຖານ 2 ຄົນ ແລະ​ພົນ​ລະ​ເຮືອນ 5 ຄົນ ກໍ​ໄດ້​ຮັບ​ບາດ​ເຈັບເຊັ່ນ​ກັນ.

​ທ່ານ​ກາ​ຟູ​ຣ ໄດ້​ກ່າວ​ຕື່ມ​ວ່າ ທະ​ຫານ​ປາ​ກິ​ສ​ຖານ ໄດ້​ຍິງ​ຕອບ​ໂຕ້​ຄືນ ຊຶ່ງ​ໄດ້​ສັງ​ຫານ​ທະ​ຫານ​ອິນ​ເດຍ 9 ຄົນ ແລະ​ເຮັດ​ໃຫ້ອີກ “ຫຼາຍ​ຄົນ” ບາດ​ເຈັບ. ທ່ານ​ກ່າວ​ຕໍ່​ໄປ​ວ່າ ຂຸມ​ຫລີ້​ໄພ​ສອງ​ແຫ່ງໄດ້​ “ຖື​ກ​ທຳ​ລາຍ.”

ແຕ່ແຫລ່ງ​ຂ່າວ​ຂອງອິນ​ເດຍ ​ກໍ​ໄດ້​ໂຕ້​ແຍ້ງ​ຕໍ່ເລື້ອງ​ລາວ ຂອງ​ເຫດ​ການດັ່ງ​ກ່າວ ແລະ​ຈຳ​ນວນ​ຕົວ​ເລກ​ຂອງ​ການ​ສູນ​ເສຍ​ຊີ​ວິດ ນຳ​ດ້ວຍ.

​ທັງ​ເຈົ້າ​ໜ້າ​ທີ່ຕຳຫຼວດ ແລະທະ​ຫານ ​ຜູ້​ອະ​ວຸ​ໂສ​ຂອງ​ອິນ​ເດຍ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ໂຣຍ​ເຕີ ແລະ​ອົງ​ການ​ຂ່າວ ເອ​ພີ ວ່າ ພວກ​ທະ​ຫານ​ຂອງ​ປາ​ກິ​ສ​ຖານ ໄດ້​ແນ​ເປົ້າ​ໝາຍ ໃສ່​ປ້ອມ​ຍາມ​ຢູ່​ເຂດ​ຊາຍ​ແດນ​ຂອງ​ອິນ​ເດຍ ແລະ​ພື້ນ​ທີ່​ຂອງ​ພົນ​ລະ​ເຮືອນ ຊຶ່ງ​ເຮັດ​ໃຫ້​ມີ​ທະ​ຫານ 2 ຄົນ ແລະ​ພົນ​ລະ​ເຮືອນ 2 ຄົນ ຖືກ​ຂ້າ​ຕາຍ.

ພັນ​ເອກ ຣາ​ເຈັ​ສ ຄາ​ລາຍ ໂຄ​ສົກ​ຂອງກອງ​ທັບ​ບົກ​ອິນ​ເດຍ ໄດ້​ກ່າວ​ວ່າ ພົນ​ລະ​ເຮືອນ​ອິນ​ເດຍ ອີກ 3 ຄົນ ໄດ້​ຮັບ​ບາດ​ເຈັບ ໃນ​ການ​ຍິງ​ຕອບ​ໂຕ້​ກັນ.

ອ່ານຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG