ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກີສຖານ ແລະ ອິນເດຍ ຍິງໂຕ້ຕອບກັນ ຢູ່ເຂດແຄວ້ນ Kashmir


ທະຫານຍາມເຂດຊາຍແດນແຄສເມຍ ລະຫວ່າງອິນເດຍກັບປາກິສຖານ.
ທະຫານຍາມເຂດຊາຍແດນແຄສເມຍ ລະຫວ່າງອິນເດຍກັບປາກິສຖານ.
ປາ​ກີ​ສຖານ​ແລະ​ອິນ​ເດຍ​ໄດ້ກ່າວ​ຫາ​ ກັນ​ແລະ​ກັນ​ວ່າ ​ເປັນ​ຜູ້ລິ​ເລີ່​ມກໍ່​ເຫດການນອງ​ເລືອດ​ເມື່ອ​ວັນ​ອາທິດ​ມື້​ນີ້ ຢູ່​ໃນ​ເຂດ​ຊາຍ​ແດນ​ແຄວ້ນ Kashmir ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ ​ຕະຫຼອດມານັ້ນ.

ກອງທັບ​ປາ​ກີ​ສຖານ​ເວົ້າ​ວ່າ ກໍາລັງ​ທະຫານ​ຈາກ​ອິນ​ເດຍ​ໄດ້​ບຸກລຸກ​ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ຂອງ​ປາ​ກີ​ສຖານ​ ຢູ່​ເຂດ​ຊາຍ​ແດນ​ແຄວ້ນ​ແຄ​ສ​ເມຍ ​ແລະໄດ້​ສັງຫານ​ທະຫານ​ປາ​ກີ​ສຖານ​ຄົນ​ນຶ່ງ ​ແລະ​ອີກ​ຄົນ​ນຶ່ງ​ບາດ​ເຈັບ​ສາຫັດ ​ແລະປາ​ກີ​ສຖານ​ເວົ້າວ່າ​ ຝ່າຍຕົນ​ໄດ້​ຍິງຕອບ​ຄືນ.

ທາງ​ການ​ອິນ​ເດຍປະຕິ​ເສດ​ວ່າ ​ກໍາລັງ​ຂອງ​ຕົນ​ບໍ່​ໄດ້ລ່ວງ​ລໍ້າ​ຂ້າມ​ຊາຍ​ແດນ​ເຂດ​ດັ່ງກ່າວ ​ແລະ​ກ່າວ​ຫາ​ປາ​ກີ​ສຖານ​ວ່າ​ ເປັນ​ຜູ້​ເລີ່​ມຍິງ​ປືນ​ຄົກ ລູກ​ນຶ່ງໃສ່​ໝູ່​ບ້ານ​ອິນ​ເດຍ​ແຫ່ງ​ນຶ່ງ. ອິນ​ເດຍ​ເວົ້າວ່າ ​ທະຫານ​ຂອງຕົນ​ກໍ​ຍິງ ຕອບ​ໂຕ້​ດ້ວຍ​ປືນ​ນ້ອຍ.

ທັງ​ສອງ​ຝ່າຍ​ເຫັນ​ພ້ອມ​ນໍາ​ກັນ​ ແຕ່ພຽງ​ວ່າ ພວກ​ຕົນ​ໄດ້ຍິງ​ໃສ່​ກັນ​ແລະ ກັນຊົ່ວ​ໄລຍະ​ນຶ່ງ ຂ້າມ​ເສັ້ນ​ທີ່​ເອີ້ນ​ວ່າ ​ເສ້ນ​ຄວບ​ຄຸມ ທີ່ແບ່ງ​ແຍກ​ຊາຍ​ແດນລະຫວ່າງ​ສອງ​ປະ​ເທດ ​ໃນ ແຄວ້ນ​ແຄ​ສ​ເມຍ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ມາ​ຕະຫຼອດນັ້ນ. ​ແຄວ້ນ​ແຄ​ສເມຍໄດ້ເປັນ​ຈຸດບ່ອນ​ເກີດຄວາມ​ຮຸນ​ແຮງ ​ມາ​ໄດ້ຫຼາຍສິບ​ປີ ລະຫວ່າງ​ສອງ​ປະ​ເທດ​ເພື່ອນ​ບ້ານ​ນີ້. ສັນຍາ​ຢຸດ​ຍິງ​ສະບັບ ນຶ່ງ ທີ່​ເຊັນ​ກັນ​ເມື່ອ​ປີ 2003 ນັ້ນ ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ໂດຍ​ສ່ວນ​ໃຫຍ່ມາ​ຕະຫຼອດ ໂດ​ຍມີ​ການ​ປະທະ​ກັນເລັກໆ​ນ້ອຍໆ​ເປັນ​ບາງ​ຄັ້ງ​ບາງ​ຄາວ ທີ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ຖິ້ມ​ໂທດ​ໃສ່ກັນ​ແລະ​ກັນ.

​ແຄວ້ນ​ແຄ​ສ​ເມຍ ຖືກ​ອ້າງ​ເອົາ​ເປັນ​ກໍາມະສິດ​ໂດຍ​ເຕັມ​ໂດຍ​ທັງ​ອິນ​ເດຍ​ແລະ​ປາ​ກີ​ສຖານ. ນັບ​ຕັ້ງ​ແຕ່​ປີ 1989 ​ເປັນ​ຕົ້ນ​ມາ ກຸ່ມ​ແບ່ງ​ແຍກ​ດິນ ​ແດນ​ມຸສລິ​ມຫຼາຍກຸ່ມ​ໄດ້ທໍາ​ການ​ສູ້​ລົບ ກັນ ເພື່ອ​ໃຫ້​ແຄວ້ນ​ແຄ​ສ​ເມຍ​ໄດ້​ຮັບ ​ເອ​ກະລາດຈາກ​ອິນ​ເດຍ ທີ່​ມີ​ພວກ​ສາສະໜາ​ຮິນ​ດູ​ເປັນ​ສ່ວນ​ໃຫຍ່ ຫຼືບໍ່​ກໍໃຫ້ເຂົ້າຮ່ວມ​ກັນປາ​ກີ​ສຖານ​ ທີ່​ມີ​ປະຊາກອນ​ເປັນ​ຊາວມຸສລິ​ມ​ເປັນ​ສ່ວນ​ໃຫຍ່​ນັ້ນ.

ສອງ​ປະ​ເທດ​ເພື່ອນ​ບ້ານ​ທີ່​ມີ​ອາວຸດ​ນີວ​ເຄຼຍນີ້ ​ໄດ້​ທໍາ​ສົງຄາມ​ກັນ​ມາ​ສອງ ຄັ້ງ​ ຍ້ອນ​ດິນ​ແດນ​ໃນເຂດ​ພູ​ເຂົາ​ຫິມາ​ໄລ​ແຫ່ງ​ນີ້ ນັບ​ຕັ້ງ​ແຕ່​ໄດ້​ຮັບ​ເອກ​ກະລາດ​ຈາກ​ອັງກິດໃນ​ປີ 1947 ​ເປັ​ນຕົ້ນ​ມາ.
XS
SM
MD
LG