ອິນເດຍ ແລະປາກິສຖານໄດ້ຕົກລົງກັນທີ່ຈະປະຕິບັດຕາມສັນຍາຢຸດຍິງປີ
2003 ຢູ່ໃນເຂດພູຫິມະໄລ ໃນແຄວ້ນແຄັສເມຍທີ່ມີການຄັດແຍ້ງກັນຊຶ່ງເຮັດໃຫ້
ການປະທະກັນທີ່ເຮັດໃຫ້ຄົນເສຍຊີວິດຫລາຍກວ່າສິບຄົນນັ້ນສິ້ນສຸດລົງ.
ກອງທັບປາກິສຖານໄດ້ປະກາດໃນວັນພຸດມື້ນີ້ວ່າ ທັງສອງຝ່າຍໄດ້ເຫັນດີ ທີ່ຈະຍຸຕິ
ຄວາມຮຸນແຮງ ຢູ່ໃນການໂອ້ລົມ ໂດຍຜ່ານທາງສາຍດ່ວນ.
ທັງສອງຝ່າຍໄດ້ຍິງຕໍ່ສູ້ ໂດຍປືນທໍາມະດາ ແລະປືນໃຫຍ່ໃສ່ກັນຂ້າມເສັ້ນຄວບຄຸມທີ່
ແບ່ງເຂດແດນກັນຢູ່ໃນແຄວ້ນແຄັສເມຍ ລະຫວ່າງປະເທດທີ່ເປັນປໍລະປັກທັງສອງທີ່
ມີອາວຸດນິວເຄລຍ ຊຶ່ງໄດ້ຂັບໄລ່ພົນລະເຮືອນຫລາຍສິບພັນຄົນ ຢູ່ໃນເບື້ອງຂອງອິນ
ເດຍ ໃຫ້ໜີອອກຈາກບ້ານເຮືອນຂອງພວກເຂົາເຈົ້າໄປ.
ນິວເດລີໄດ້ກ່າວຫາອິສລາມາບັດວ່າໃຫ້ການສະໜັບສະໜຸນແກ່ພວກກະບົດທີ່ທໍາການ
ຕໍ່ສູ້ໃຫ້ແກ່ກຸ່ມຊາວແຄັສເມຍ ທີ່ຢາກເປັນເອກະລາດ ຫລືພວກທີ່ເຂົາໄປຮ່ວມກັບປາ
ກິສຖານ, ຊຶ່ງເປັນການກ່າວຫາທີ່ຖືກອິສລາມາບັດໄດ້ປະຕິເສດ.
ອິນເດຍ ແລະປາກິສຖານຕ່າງກໍໄດ້ອ້າງວ່າແຄວ້ນແຄັສເມຍເປັນຜືນແຜ່ນດິນຂອງຕົນ
ແລະໄດ້ທໍາສົງຄາມຕໍ່ສູ້ກັນສອງຄັ້ງ ເພື່ອຍາດເອົາຂົງເຂດດັ່ງ ກ່າວ ນັບຕັ້ງແຕ່ອິນເດຍ
ທີ່ເປັນປະເທດທີ່ເຕັມໄປດ້ວຍຄົນນັບຖືສາດສະໜາ ຮິນດູເປັນສ່ວນໃຫຍ່ ແລະປາກິສ
ຖານຊຶ່ງເປັນປະເທດທີ່ເຕັມໄປດ້ວຍຄົນນັບຖືສາດສະໜາອິສລາມເປັນສ່ວນໃຫຍ່ແຍກ
ອອກຈາກກັນ ພາຍຫລັງທີ່ອິນເດຍໄດ້ຮັບເອກະລາດຈາກອັງກິດໃນປີ 1947 ນັ້ນ ເປັນ
ຕົ້ນມາ.