ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ເສຍຊີວິດ ຍ້ອນນ້ຳຖ້ວມ ຢູ່ ປາກິສຖານ ແລະ ອິນເດຍ ເພີ້ມຂຶ້ນ ກາຍ 300 ຄົນແລ້ວ (ສະໄລດ໌/ວີດີໂອ)


ຝົນຕົກໜັກ ​ແລະນ້ຳຖ້ວມ​ຊຸ ຢູ່​ໃນ​ທາງ​ພາກ​ເໜືອ​ຂອງ​ປາ​ກິ​ສຖານ
ແລະ​ອິນ​ເດຍ ​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດຫຼາຍກວ່າ 300 ຄົນ​ແລ້ວ
​ມາ​ຮອດ​ດຽວ​ນີ້ ​ໃນ​ຂະນະ​ທີ່ ຫຼາຍຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ
ຫຼາຍໝື່ນ​ຄົນ ສູນ​ເສຍ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ.

ບັນດາ​ເຈົ້າໜ້າທີ່ໃນປາ​ກິ​ສຖານ ​ກ່າວ​ໃນ​ວັນອາທິດມື້ນີ້​ວ່າ ຈຳ
ນວນ​ຄົນ​ທີ່​ເສຍ​ຊີວິດ​ຢູ່​ປະ​ເທດ​ຕົນ​ນັ້ນ ​ໄດ້​ເພີ້​ມຂຶ້ນເປັນຢ່າງ​ນ້ອຍ
143 ຄົນ ​ໂດ​ຍສ່ວນ​ໃຫຍ່​ແລ້ວ ​ຕາຍ​ຍ້ອນຫຼັງຄາເຮືອນ​ຊານ​ຫັກ
ພັງ​ລົງ​ມາ​ທັບ. ລັດຖະບານ ​ໄດ້​ຈັດ​ສົ່ງໜ່ວຍ​ກູ້​ໄພ​ຂອງກອງ​ທັບ
ຈຳນວນ​ນຶ່ງ ໂດຍທາງ ເຮ​ລິ​ຄອບ​ເຕີ ​ແລະທາງເຮືອ ​ເພື່ອ​ຊ່ວຍ​
ນຳເອົາ​ພວກ​ທີ່ຕົກ​ຄ້າງ​ໄປ​ຫາບ່ອນ​ທີ່​ປອດ​ໄພ. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ມີເຮືອນປະມານ 4,000 ຫຼັງ ໃນ​ທົ່ວຂົງ​ເຂດຂອງ​ປາ​ກິ​ສຖານ ໄດ້​ຫັກ​ພັງ​ລົງເປັນ​ບາງ​ສ່ວນ ຫຼື ທັງ​ໝົດ​ຢູ່​ໃນເຂ​ດທີ່​ມີຝົນ​ທີ່​ຕົກ​ໜັກ ​ແລະນ້ຳຖ້ວມ​ຊຸ.

SOUTH ASIA FLOODS CNPK
please wait

No media source currently available

0:00 0:01:36 0:00


ສະຖານະ​ການ​ ແມ່ນ​ບໍ່​ໄດ້ດີລື່ນກັນເລີຍ ໃນລັດ​ຕ່າງໆທາງ​ພາກ​ເໜືອ ຂອງ​ອິນ​ເດຍ
ບ່ອນ​ທີ່ເຈົ້າໜ້າທີ່ເວົ້າວ່າ ຢ່າງ​ນ້ອຍ 175 ຄົນແລ້ວ​ໄດ້​ເສຍ​ຊີວິດ. ​ເຈົ້າໜ້າ​ທີ່​ໄດ້​ປະກາດ
ເຕືອນ ໃຫ້ເຂດພາກ​ເໜືອເປັນເຂດ ທີ່ປະສົບໄພພິບັດ ຫຼັງຈາກ​ໄດ້​ມີຝົນຕົກ​ໜັກ ໄດ້​ຖ້ວມ
​ຫົວ​ເມືອງ​ ​ແລະໝູ່​ບ້ານຕ່າງໆ. ທ່ານ Omar Abdullah ຫົວໜ້າ​ລັດຖະມົນຕີຂອງ​ອິນ​ເດຍ
ໃນລັດ Jammu ​ແລະ Kashmir ​ໄດ້ກ່າວ​ໃນ​ວັນ​ເສົາ​ວານ​ນີ້ວ່າ ນ້ຳຖ້ວມ​ໃນ​ຄັ້ງນີ້ ​ແມ່ນ​
ຮ້າຍ​ແຮງ​ທີ່​ສຸດ ​ໃນ 2 ທົດ​ສະ​ວັດ.

ບັນດາ​ເຈົ້າ​ໜ້າ​ທີ່​ອຸ​ຕຸ​ນິຍົມ ກ່າວ​ວ່າ ຝົນ​ຈະ​ເລີ້ມ​ຄ່ອຍໆຕົກໜ້ອຍລົງ​ ເລີ້ມແຕ່​ວັນ​ອາທິດ
ມື້​ນີ້ເປັນຕົ້ນໄປ.

Army Steps In to Rescue Flood Victims in Pakistan
please wait

No media source currently available

0:00 0:02:06 0:00

XS
SM
MD
LG