ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ປາກິສຖານ ວ່າ ສັນຕິພາບ ໃນ ອັຟການິສຖານ ແມ່ນຢູ່ພຽງ ເອື້ອມມື


ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມກັບ ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີໂດອານ, ໃນນະຄອນຫຼວງ ອັງກາຣາ ຂອງເທີກີ, ວັນທີ 4 ມັງກອນ 2019.
ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມກັບ ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີໂດອານ, ໃນນະຄອນຫຼວງ ອັງກາຣາ ຂອງເທີກີ, ວັນທີ 4 ມັງກອນ 2019.

ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ ໄດ້ກ່າວໃນວັນສຸກ ວານນີ້ ວ່າ
ສັນຕິພາບໃນອັຟການິສຖານ ແມ່ນ “ໃກ້ເຂົ້າມາແລ້ວ” ໂດຍ ອ້າງເຖິງການເຈລະຈາ
ທີ່ມີຢູ່ຕໍ່ເນື່ອງ ລະຫວ່າງ ສະຫະລັດ ກັບພວກກະບົດ ຕາລີບານ.

ອິສລາມາບັດ ໄດ້ຖືກຮັບຮູ້ໃນບົດບາດ ສຳລັບການຈັດແຈງ ໃຫ້ມີການເຈລະຈາ
ໂດຍກົງ ລະຫວ່າງວໍຊິງຕັນ ກັບ ກຸ່ມຕາລີບານ ທີ່ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ
ໄດ້ເຮັດໃຫ້ມີ “ບາດກ້າວທີ່ເປັນຮູບປະທຳ” ໃນສອງສາມມື້ມານີ້.

“ການເຈລະຈານັ້ນ ໄດ້ຖືກລິເລີ້ມກັບກຸ່ມຕາລີບານ ແລ້ວກໍຂຶ້ນຢູ່ກັບພະເຈົ້າ ອ້າຍ
ນ້ອງຂອງພວກເຮົາ ໃນອັຟການິສຖານ ຈະດຳລົງຊີວິດ ຮ່ວມກັນຢ່າງ ສັນຕິໄດ້
ໃນບໍ່ເທົ່າໃດວັນ ຈະມາເຖິງນີ້”
ທ່ານ ຄານ ໄດ້ກ່າວຕໍ່ການໂຮມຊຸມນຸມຂະໜາດໃຫຍ່
ຂອງມະຫາຊົນ ໃນເມືອງບາຈາວຣ໌ (Bajaur) ຊຶ່ງ ເປັນເຂດຊົນເຜົ່າ ຢູ່ທາງພາກຕາເວັນ
ຕົກສຽງເໜືອ ຂອງປະເທດ ທີ່ຕິດກັບຊາຍແດນອັຟການິສຖານ.

ໂດຍປາດສະຈາກການ ໃຫ້ລາຍລະອຽດໃດໆຕື່ມ ທ່ານ ຄານ ຢືນຢັນວ່າ ຂັ້ນ​ຕອນ
ສັນຕິພາບນີ້ ຈະສົ່ງຜົນໃຫ້ມີສະຖຽນລະພາບ ການຄ້າຂາຍ ແລະຄວາມຈະເລີນ
ຮຸ່ງເຮືອງ ທາງດ້ານເສດຖະກິດ ສຳລັບຂົງເຂດນີ້ ແລະ ໂດຍສະເພາະແລ້ວ ສຳລັບ
ອັຟການິສຖານ ເພື່ອທີ່ຈະອຳນວຍໃຫ້ ປະເທດທີ່ຖືກສົງຄາມທຳລາຍ ຢືນຢູ່​ໄດ້ດ້ວຍ
ລຳແຂ່ງລຳຂາຂອງຕົນເອງ.

ທ່ານຄານ ເວົ້າອີກວ່າ “ລັດຖະບານທີ່ດີ ຈະຖືກຈັດຕັ້ງຂຶ້ນມາ ໃນອັຟການິສຖານ
ອັນເປັນ ລັດຖະບານ ທີ່ເປັນຕົວແທນໃຫ້ແກ່ຊາວອັຟການິສຖານ ໝົດທຸກຄົນ.
ສົງຄາມຈະສິ້ນສຸດລົງ ແລະ ສັນຕິພາບ ຈະມີຂຶ້ນຢູ່ນະທີ່ນັ້ນ.”

ທະຫານປາກິສຖານ ຢືນຍາມຢູ່ທີ່ຮົ້ວຂັ້ນ ລະຫວ່າງ ປາກິສຖານ ແລະ ອັຟການິສຖານ ໃນເມືອງ ອັງກອຣ ອາດດາ (Angore Adda), ຂອງປາກິສຖານ, ວັນທ່ີ 18 ຕຸລາ, 2017.
ທະຫານປາກິສຖານ ຢືນຍາມຢູ່ທີ່ຮົ້ວຂັ້ນ ລະຫວ່າງ ປາກິສຖານ ແລະ ອັຟການິສຖານ ໃນເມືອງ ອັງກອຣ ອາດດາ (Angore Adda), ຂອງປາກິສຖານ, ວັນທ່ີ 18 ຕຸລາ, 2017.

ສະຫະລັດ ແລະບັນດາເຈົ້າໜ້າທີ່ກຸ່ມຕາລີບານ ໄດ້ສະຫລຸບການປຶກສາຫາລື ຮອບ
ຫຼ້າສຸດຂອງພວກເຂົາເຈົ້າ ເມື່ອວັນອັງຄານແລ້ວນີ້ ຢູ່ໃນປະເທດກາຕ້າ ໂດຍທີ່ທັງ
ສອງຝ່າຍ ກ່າວວ່າ ພວກເຂົາເຈົ້າ ໄດ້ບັນລຸຮ່າງຂໍ້​ຕົກ​ລົງໃນເບື້ອງຕົ້ນ ທີ່ຈະກ້າວໄປ
ສູ່ການແກ້ໄຂບັນ​ຫາສົງຄາມ ທີ່ແກ່ຍາວມາໄດ້ 18 ປີແລ້ວນັ້ນ.

​ບັນ​ຫາ​ຕ່າງໆທີ່​ໄດ້​ຮັບ​ການເພັ່ງເລັງ ກໍແມ່ນການຖອນກຳລັງທະຫານຕ່າງຊາດ ທີ່ນຳ
ໂດຍ ສະຫະລັດ ຢູ່ໃນອັຟການິສຖານ ແລະ​ເພື່ອ​ເປັນ​ການ​ຕອບ​ແທນ ກຸ່ມ ຕາລີບານ
ໃຫ້​ການ​ຄ້ຳ​ປະ​ກັນວ່າ ດິນແດນອັຟການິສຖານຈະບໍ່ໄດ້​ຮັບອະນຸຍາດ ໃຫ້​ຖືກ​ໃຊ້ ເປັນ
ສູນກາງສຳລັບພວກກໍ່ການຮ້າຍນານາຊາດ.

ບົດບັນທຶກຄວາມເຂົ້າໃຈ​ຂັ້ນສຸດທ້າຍ ຈະນຳໄປສູ່ການເຈລະຈາສັນຕິພາບ ລະຫວ່າງ
​ພັກ​ຝ່າຍຕ່າງໆຂອງອັຟການິຖານ ແລະການຢຸດຍິງຮອບດ້ານ ອີງຕາມ ທ່ານຊາລເມ
ຄາລີຊາດ ຫົວໜ້າ​ຄະ​ນະເຈລະຈາຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG