ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາກິສຖານ ຈຳກັດ ການເດີນທາງ ຂອງ ນັກການທູດ ສະຫະລັດ


ຕຳຫຼວດ (ທີ 2 ຈາກຂວາ) ແລະຍາມ ຮັກສາຄວາມສະຫງົບ ທີ່ທາງເຂົ້າ ຖະໜົນໄປຍັງກົງສຸນ ສະຫະລັດ ທີ່ນະຄອນລາຮໍ ປາກິສຖານ.
ຕຳຫຼວດ (ທີ 2 ຈາກຂວາ) ແລະຍາມ ຮັກສາຄວາມສະຫງົບ ທີ່ທາງເຂົ້າ ຖະໜົນໄປຍັງກົງສຸນ ສະຫະລັດ ທີ່ນະຄອນລາຮໍ ປາກິສຖານ.

ໃນອັນທີ່ປາກົດວ່າ ເປັນການຕອບໂຕ້ຄືນນັ້ນ ປາກິສຖານໄດ້ປະກາດກ່ຽວກັບຂໍ້ຈຳກັດ
ໃນການເດີນທາງ ທີ່ຍັງບໍ່ທັນລະບຸຢ່າງຈະແຈ້ງ ຕໍ່ພວກນັກການທູດອາເມຣິກັນ ໃນວັນ
ສຸກວານນີ້ ແລະຖອນສິດທິ ທີ່ຕົນໄດ້ອະນຸຍາດໃຫ້ແກ່ສະຖານທູດສະຫະລັດ ອັນເປັນ
ສ່ວນນຶ່ງຂອງ “ສົງຄາມຕໍ່ຕ້ານພວກກໍ່ການຮ້າຍ”ຊຶ່ງໄດ້ສ້າງຄວາມເສຍຫາຍຮ້າຍແຮງ
ຕໍ່ອັນທີ່ອະດີດນັກການທູດປາກິສຖານກ່າວວ່າເປັນ “ການອອກນອກທາງ“ ໃນຄວາມ
ສຳພັນສອງຝ່າຍ.

ການຕັດສິນໃຈດັ່ງກ່າວ ມີຂຶ້ນຫຼັງຈາກວໍຊິງຕັນກ່າວວ່າ ພວກນັກການທູດປາກິສຖານ
ຈະຕ້ອງໄດ້ຮັບອະນຸຍາດ 5 ມື້ລ່ວງໜ້າ ກ່ອນທີ່ພວກເຂົາເຈົ້າຈະເດີນທາງອອກໄປໄກ
ກວ່າ 40 ກິໂລແມັດ ຈາກບ່ອນທີ່ເຂົາເຈົ້າປະຈຳການຢູ່ໃນສະຫະລັດ.

ໜັງສືສະບັບນຶ່ງຂອງກະຊວງການຕ່າງປະເທດ ທີ່ສົ່ງໄປຫາສະຖານທູດສະຫະລັດທີ່
ນະຄອນຫຼວງອິສລາມາບັດ ກ່າວໂດຍບໍ່ໄດ້ໃຫ້ການຊີ້ແຈງວ່າ ໄດ້ມີການວາງຂໍ້ກຳນົດ
ໃນ “ການອະນຸຍາດເດີນທາງແບບດຽວກັນ” ຢູ່ປາກິສຖານ. ເຈົ້າໜ້າທີ່ສະຖານທູດສະ
ຫະລັດຫວ່າງບໍ່ດົນມານີ້ ໄດ້ຈົ່ມວ່າ ພວກເຂົາເຈົ້າໄດ້ຖືກກວດຄົ້ນແລະສອບຖາມໂດຍ
ພວກເຈົ້າໜ້າທີ່ສືບລັບ ເວລາເຂົາເຈົ້າອອກຈາກສະຖານທູດໄປ.

ໜັງສືດັ່ງກ່າວຍັງໃຫ້ການຢືນຢັນວ່າ “ປາກິສຖານໄດ້ຖືກແຈ້ງໃຫ້ຊາບແລ້ວກ່ຽວກັບ
ລະບົບ ໃນການເດີນທາງໃໝ່ ສຳລັບພວກນັກການທູດ ແລະເຈົ້າໜ້າທີ່ປາກິສຖານ ຢູ່ໃນສະຫະລັດ ຈະໄດ້ມີການຈັດຕັ້ງປະຕິບັດ ເລີ້ມແຕ່ ວັນທີ 11 ພຶດສະພາ 2018
ເປັນຕົ້ນໄປ.”

ໜັງສືນີ້ຍັງໃຫ້ຂໍ້ສັງເກດວ່າ ພວກນັກການທູດທີ່ປະຈຳການຢູ່ທີ່ສະຖານທູດຫຼືກົງສຸນ
ໃນປາກິສຖານ ບໍ່ຈຳເປັນຕ້ອງຂໍອະນຸຍາດລ່ວງໜ້າ ສຳລັບການເດີນທາງຢູ່ພາຍໃນ
ປະເທດ ໂດຍມີຂໍ້ຍົກເວັ້ນຢ່າງນຶ່ງ. ໜັງສືກ່າວຕື່ມວ່າ ການຂໍອະນຸຍາດ ແມ່ນຈຳເປັນ ຖ້າຫາກມີການວາງແຜນເດີນທາງ ໄປຍັງເຂດທີ່ຖືກລະບຸວ່າ ເປັນເຂດຫວງຫ້າມ ຫຼື
ເຂດຈຳກັດ ໃນຄວາມເຫັນທີ່ຖືວ່າເປັນຂໍ້ບັງຄັບທາງດ້ານຄວາມໝັ້ນຄົງ.

ພາຍໃຕ້ຂໍ້ຈຳກັດຮັດແຄບໃໝ່ນີ້ ການປະຕິບັດເປັນພິເສດ ຕໍ່ພະນັກງານສະຖານທູດ ແລະກົງສຸນຂອງສະຫະລັດ ຢູ່ທີ່ສະໜາມບິນ ແມ່ນສິ້ນສຸດລົງ. ເຄື່ອງຂອງພວກເຂົາ
ເຈົ້າ ຈະຕ້ອງຖືກກວດກາ ແບບດຽວກັນ ກັບຜູ້ໂດຍສານ ຄົນອື່ນໆ ຢູ່ທີ່ສະໜາມບິນ ເພື່ອປ້ອງກັນບໍ່ໃຫ້ພວກເຂົາເຈົ້າເດີນທາງເຂົ້າປະເທດພ້ອມດ້ວຍອຸບປະກອນທີ່ກ່ຽວ
ຂ້ອງ ໃນດ້ານຄວາມໝັ້ນຄົງ ຫຼືສືບລັບ ແລະສິ່ງທີ່ຕ້ອງຫ້າມອື່ນໆ.

ອະດີດນັການທູດປາກິສຖານ ທີ່ເຄີຍປະຈຳການຢູ່ວໍຊິງຕັນ ທ່ານຈາບິລ ຈີລານີກ່າວ
ຢູ່ໃນທວີດເຕີ້ວ່າ ການຈຳກັດຮັດແຄບດັ່ງກ່າວ ແມ່ນ “ຮ່ອງຮອຍໃນການ ອອກນອກ
ທາງ” ຂອງຄວາມສຳພັນແລະຮຽກຮ້ອງໃຫ້ປະເທດທັງສອງປົວແປງໂດຍໄວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG