ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟໄໝ້ໂຮງແຮມ ປາກິສຖານ ມີຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ


ແຂກຕ່າງປະເທດຄົນໜຶ່ງຫິ້ວສຳພາລະຂອງລາວ ໃນຂະນະ
ທີ່ລາວເດີນທາງອອກຈາກໂຮງແຮມທີ່ໄຟກຳລັງລຸກໄໝ້ຂຶ້ນ ໃນເມືອງ ຄາຣາຈີ, ປາກິສຖານ. 5 ທັນວາ 2016.
ແຂກຕ່າງປະເທດຄົນໜຶ່ງຫິ້ວສຳພາລະຂອງລາວ ໃນຂະນະ ທີ່ລາວເດີນທາງອອກຈາກໂຮງແຮມທີ່ໄຟກຳລັງລຸກໄໝ້ຂຶ້ນ ໃນເມືອງ ຄາຣາຈີ, ປາກິສຖານ. 5 ທັນວາ 2016.

ໄຟໄໝ້ໂຮງແຮມຫຼູຫຼາແຫ່ງນຶ່ງຢູ່ໃນເມືອງທ່າ ຄາຣາຈີ ທາງພາກໃຕ້ ປາກິສຖານ ໄດ້ເອົາ ຊີວິດຜູ້ຄົນໄປ 11 ຄົນ.

ພວກເຈົ້າໜ້າທີ່ກ່າວວ່າ ໄຟໄດ້ລຸກຂຶ້ນຈາກເຮືອນຄົວ ຢູ່ຊັ້ນຕິດດິນຂອງໂຮງແຮມ Regent Plaza.

ສື່ມວນຊົນທ້ອງຖິ່ນເວົ້າວ່າ 75 ຄົນໄດ້ຮັບບາດເຈັບ ຈາກອັກຄີໄພດ່ັງກ່າວ.

ທ່ານ ວາຊິມ ອາກຕາ ເຈົ້າຄອງເມືອງ Karachi ກ່າວວ່າຕົ້ນເຫດຂອງໄຟດັ່ງ ກ່າວຍັງບໍ່ເປັນທີ່ຮູ້ໄດ້ເທື່ອ.

ຮູບຈາກໂທລະພາບສະແດງໃຫ້ເຫັນວ່າ ພວກແຂກທີ່ໄປພັກໂຮງແຮມໄດ້ພາກັນໃຊ້ຜ້າ ປູບ່ອນ ມັດເປັນເຊືອກຢ່ອນໂຕເອງລົງມາຈາກປ່ອງຢ້ຽມ.

ແຜນທີ່ທີ່ຕັ້ງຂອງໂຮງແຮມ Regent Plaza ໃນເມືອງ ຄາຣາຈີ, ປາກິສຖານ.
ແຜນທີ່ທີ່ຕັ້ງຂອງໂຮງແຮມ Regent Plaza ໃນເມືອງ ຄາຣາຈີ, ປາກິສຖານ.

ຜູ້ລອດຊີວິດມາໄດ້ຜູ້ນຶ່ງໄດ້ບອກສະຖານີໂທລະພາບວ່າ ພວກແຂກກຳລັງນອນຫຼັບຢູ່ ເວ ລາໄຟເລີ້ມໄໝ້ຂຶ້ນ.

ທ່ານ ເທຊີນ ສິດດີກຸຍ ຫົວໜ້າກອງດັບເພີງເວົ້າວ່າ ເຖິງແມ່ນວ່າໄຟຈະບໍ່ແຮງ ແລະ ມອດ ໄດ້ໄວກໍຕາມ ແຕ່ຄວັນຂອງມັນກໍພັດວົນໄປວົນມາຢູ່ໃນໂຮງແຮມ ເພາະວ່າລະບົບອາຍ ເຢັນຍັງທຳງານຢູ່. ທ່ານເວົ້າວ່າ ຢູ່ໃນໂຮງແຮມບໍ່ມີລະບົບລະບາຍອາກາດ ແລະ “ຄົນ ສ່ວນຫຼາຍຫາຍໃຈສືບເອົາຄວັນໄຟຈົນຕາຍຍ້ອນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Pakistan Fire
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG